Homeນານາສາລະເຄັດລັບວິທີຫຼຸດຄວາມຂົມຂອງໝາກຮະ

ເຄັດລັບວິທີຫຼຸດຄວາມຂົມຂອງໝາກຮະ

Published on

 

  1. ການເລືອກໝາກຮະ: ຄວນເລືອກໜ່ວຍທີ່ອວບໆ,​ ເປືອກອອກສີຂຽວອ່ອນໆ, ໜ່ວຍທີ່ມີເສັ້ນຫ່າງໆກັນ ແລະເນື້ອແຂງ
  2. ຫຼຸດຄວາມຂົມດ້ວຍເກືອ: ຫຼັງຈາກຊອຍໝາກຮະເປັນຕ້ອນຕາມຄວາມຕ້ອງການແລ້ວ ໃຫ້ເອົາບ່ວງຂູດໄສ້ ແລະແກ່ນມັນອອກ ຫຼັງຈາກນັ້ນກໍເອົາເກືອທາ ໝາກຮະ 1 ໜ່ວຍໃຊ້ເກືອປະມານ 2 ບ່ວງ ທາໃຫ້ທົ່ວ ແລ້ວປະໄວ້ປະມານ 10 ນາທີ ຈຶ່ງລ້າງອອກ ແລະລວກໃນນໍ້າຮ້ອນ ແລ້ວຈຶ່ງນໍາໄປປຸງຕ້ອງອາຫານ
  3. ລວກດ້ວຍນໍ້າເກືອ: ເໝາະສໍາລັບເມນູຜັດ ຕົ້ມນໍ້າໃຫ້ຮ້ອນ ແລະໃສ່ເກືອລົງໄປ ເອົາໝາກຮະທີ່ຊອຍໄວ້ເທລົງໄປ ພໍເປັນສີຂຽວເຂັ້ມໃຫ້ຕັກອອກໃສ່ນໍ້າເຢັນ ນໍ້າເຢັນຫຼາຍເທົ່າໃດແຫ່ງດີ
  4. ຄັ້ນໃສ່ເກືອຈົນໃຫ້ເນື້ອນຸ່ມ ຫຼືເອົາແຊ່ໄວ້ໃນນໍ້າເກືອ ແລ້ວຈຶ່ງລ້າງດ້ວຍນໍ້າສະອາດບໍ່ໃຫ້ເຄັ້ມ
  5. ຕົ້ມນໍ້າຫຼາຍຄັ້ງ
  6. ຕົ້ມໂດຍບໍ່ປິດຝາໝໍ້

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...