Homeນານາສາລະ6 ສິ່ງທີ່ບໍ່ຄວນເກັບໄວ້ ເພື່ອເຮັດໃຫ້ຊີວິດດີຂຶ້ນກວ່າເກົ່າ

6 ສິ່ງທີ່ບໍ່ຄວນເກັບໄວ້ ເພື່ອເຮັດໃຫ້ຊີວິດດີຂຶ້ນກວ່າເກົ່າ

Published on

ຊີວິດຂອງຄົນເຮົາ ຕ້ອງການພະລັງງານດ້ານບວກ, ພະລັງງານດີ ບໍ່ວ່າຈະເປັນສະຖານທີ່ ຫຼືຊີວິດຂອງໂຕເຈົ້າເອງ ຫາກຊີວິດເຈົ້າຊ່ວງນີ້ ມີແຕ່ເລື່ອງຫຍຸ້ງຍາກ, ເຮັດຫຍັງບໍ່ສຳເລັດ ໃຫ້ລອງສັງເກດວ່າ ສິ່ງຂອງບາງຢ່າງໃນຕົວ ຫຼືຮອບຕົວ ເຈົ້າມີຫຍັງທີ່ຂັດຂວາງສິ່ງດີໆ ຫຼືບໍ່

  1. ດອກໄມ້ແຫ້ງ, ດອກໄມ້ອົບແຫ້ງ: ດອກໄມ້ແຫ້ງ, ດອກໄມ້ອົບແຫ້ງ ເຊິ່ງມັນຈະເຮັດໃຫ້ເຈົ້າຄິດເຫັນອະດີດ, ເລື່ອງເກົ່າໆ ເຮັດໃຫ້ກ້າວໄປຂ້າງໜ້າໄດ້ຍາກ, ລອງມາປ່ຽນເປັນດອກໄມ້ສົດຈະດີກວ່າ ເພາະມັນຈະເຮັດໃຫ້ເຈົ້າໄດ້ຮັບສິ່ງດີໆ ແລະຊ່ວຍຍົກລະດັບໃຫ້ດີຂຶ້ນ
  2. ເຄື່ອງເອເລັກໂຕຣນິກທີ່ເປ່ເພ: ອຸປະກອນເຄື່ອງຈັກ, ອຸປະກອນເອເລັກໂຕຣນິກຕ່າງໆ ທີ່ໃຊ້ການບໍ່ໄດ້ແລ້ວເຊັ່ນ: ໂທລະພາບ, ວິທະຍຸ, ໂທລະສັບ ແລະອື່ນໆ ຈະສົ່ງຜົນດ້ານບໍ່ດີ ກັບຄວາມສຳພັນໃນການເຮັດວຽກ ສົ່ງຜົນຮ້າຍກັບການເຮັດວຽກຂອງເຈົ້າ, ລວມເຖິງເຮັດໃຫ້ສຸຂະພາບຮ່າງກາຍມີບັນຫາອີກດ້ວຍ,
  3. ຕົ້ນໄມ້, ດອກໄມ້ທີ່ກຳລັງຈະຕາຍ: ຕົ້ນໄມ້, ດອກໄມ້ເປັນສັນຍາລັກຂອງການຈະເລີນເຕີບໂຕ ຖ້າຕົ້ນໄມ້ຂຽວງາມ ກໍຈະສ້າງຄວາມຈະເລີນຮຸ່ງເຮືອງ, ແຕ່ຖ້າຕົ້ນໄມ້ຢືນຕົ້ນຕາຍ, ແຫ່ວຕາຍກໍໃຫ້ຜົນກົງກັນຂ້າມ ເຈົ້າຈະຮູ້ສຶກເບື່ອໜ່າຍ, ຢາກນອນ, ຫາວນອນໄດ້ຕະຫຼອດເວລາ, ເຮັດໃຫ້ເຈົ້າຂີ້ຄ້ານກັບການເຮັດວຽກຕ່າງໆ, ຫາກເຈົ້າບໍ່ສາມາດຮັກສາໃຫ້ມັນກັບມາງາມຄືເກົ່າ ກໍຄວນຫຼົກມັນຖິ້ມສາ ແລ້ວຊອກຕົ້ນໃໝ່ມາປູກອີກດີກວ່າ
  4. ຢາ ແລະເຄື່ອງສຳອາງໝົດອາຍຸ: ການເກັບຢາ ແລະເຄື່ອງສຳອາງທີ່ໝົດອາຍຸ, ນອກຈາກອັນຕະລາຍຕໍ່ສຸຂະພາບແລ້ວ ຍັງສົ່ງຜົນບໍ່ດີຕໍ່ກັບຊີວິດອີກດ້ວຍ ເພາະສິ່ງເຫຼົ່ານັ້ນ ມີສິ່ງບໍ່ດີ ທີ່ຈະເຮັດໃຫ້ ຊີວິດເຈົ້າມີຄວາມຫຍຸ້ງຍາກ ແທນທີ່ຈະຜ່ອນຄາຍ
  5. ອາຫານເກົ່າໃນຕູ້ເຢັນ: ອາຫານເກົ່າທີ່ຢູ່ໃນຕູ້ເຢັນ ຈະສົ່ງຜົນກະທົບຕໍ່ເລື່ອງຄວາມຮັກ ຄວາມສຳພັນໂດຍກົງ ຈຶ່ງຄວນກວດເບິ່ງຕະຫຼອດ ແລ້ວເອົາອອກໄປຖອກຖິ້ມ, ເອົາຖ້ວຍໄປລ້າງໃຫ້ໃໝ່ດີກວ່າ, ລວມເຖິງເຄື່ອງປຸງແຕ່ງອາຫານອີກດ້ວຍ, ເພາະຖ້າກິນອາຫານທີ່ສົດໃໝ່ສະອາດ ຈະຊ່ວຍໃຫ້ເຈົ້າມີສຸຂະພາບຜິວທີ່ງາມ, ສຸຂະພາບຈິດແຈ່ມໃສ ໃຜໆກໍຢາກຢູ່ໃກ້
  6. ຮູບຖ່າຍຂອງແຟນເກົ່າ: ເພາະພາບຖ່າຍເກົ່າໆຈະເຮັດໃຫ້ ສິ່ງທີ່ບໍ່ດີທີ່ເຄີຍເກີດຂຶ້ນນັ້ນຝັງໃຈ ແລະເຮັດໃຫ້ເຈົ້າຢຶດຕິດກັບອະດີດຮັກຂອງເຈົ້າ, ເຈົ້າຈະບໍ່ສົມຫວັງກັບຄົນຮັກໃໝ່ ເພາະແນວຄິດຂອງເຈົ້າຍັງວົນວຽນກັບຄົນຮັກເກົ່າຕະຫຼອດເວລາ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...