spot_img
Homeຊີວິດແລະຄວາມຮັກ9 ຂໍ້ດີຂອງການຮັກຜູ້ຊາຍທີ່ມີອາຍຸຫຼາຍກວ່າ

9 ຂໍ້ດີຂອງການຮັກຜູ້ຊາຍທີ່ມີອາຍຸຫຼາຍກວ່າ

Published on

ການຮັກຜູ້ຊາຍທີ່ມີອາຍຸຫຼາຍກວ່າເຮົານັ້ນ ມີຂໍ້ດີຫຼາຍຢ່າງ ຢູ່ນຳເຂົາແລ້ວຮູ້ສຶກອົບອຸ່ນ ເພາະເຂົາຈະໃຫ້ກຽດເຮົາຢູ່ສະເໝີ, ມີຄວາມເປັນຜູ້ນຳ ແລະເອົາໃຈເກັ່ງເປັນທີ່ສຸດ ເພື່ອເຮັດໃຫ້ສາວໆ ຮັກເຂົາຢ່າງສຸດຫົວໃຈ

  1. ມີຄວາມເປັນຜູ້ນຳ: ພ້ອມທີ່ຈະໃຫ້ຄຳປຶກສາ, ສາມາດຊ່ວຍເຫຼືອໃນຍາມເຮົາມີບັນຫາ, ເຂົ້າກັບຄົນອື່ນໄດ້ດີ, ສາມາດຕັດສິນໄດ້ດີ ແລະມີເຫດມີຜົນ
  2. ອົບອຸ່ນເມື່ອຢູ່ໃກ້: ເມື່ອໃດທີ່ຢູ່ໃກ້ຈະຮູ້ສຶກວ່າເຂົາສາມາດດູແລ ແລະເບິ່ງແຍງເຮົາໄດ້, ຮູ້ສຶກໄດ້ເຖິງຄວາມອົບອຸ່ນ ແລະຄວາມຮັກທີ່ເຂົາມີໃຫ້ຜ່ານມາທາງອາລົມ ການກະທຳ ແລະສາຍຕາ
  3. ຍອມຮັບຜິດເຖິງແມ່ນເຂົາອາດບໍ່ຜິດ: ບໍ່ວ່າຈະຜິດກັນຈັກເທື່ອ ເຂົາກໍຈະເປັນຄົນງໍ້ກ່ອນຕະຫຼອດ
  4. ຕາມໃຈເຮົາ: ເຂົາມັກຈະຕາມໃຈເຮົາທຸກເລື່ອງ, ເຮົາຢາກໄປໃສເຂົາກໍພາໄປ ໂດຍທີ່ຄັດຄ້ານ ເພາະເຂົາບໍ່ຢາກໃຫ້ເຮົາເສຍໃຈ
  5. ມີວຽກທີ່ໝັ້ນຄົງ: ເພາະຄົນທີ່ອາຍຸຫຼາຍ ເຂົາກໍເຮັດວຽກມາດົນ, ວຽກງານກໍໝັ້ນຄົງ, ເງິນເດືອນກໍສູງ ລາຍໄດ້ໝັ້ນຄົງ
  6. ຄິດເຫັນເລື່ອງອະນາຄົດ: ເພາະອາຍຸເຂົາຫຼາຍຂຶ້ນທຸກມື້ ເລີຍເປັນສາເຫດໜຶ່ງທີ່ເຂົາມັກວາງແຜນເລື່ອງອະນາຄົດໄວ້ຢ່າງຮອບຄອບ ລວມເຖິງການໃຊ້ຊີວິດຄູ່ອີກດ້ວຍ
  7. ມີຄວາມອົດທົນສູງ: ເພາະເຂົາເຄີຍຜ່ານອຸປະສັກມາຫຼາຍແລ້ວ ເຮັດໃຫ້ເຂົາມີຄວາມເຂົ້າໃຈຊີວິດ ແລະມີຄວາມອົດທົນສູງຕໍ່ຄວາມລຳບາກທີ່ພົບ
  8. ບໍ່ຫຍຸ້ງເລື່ອງສ່ວນຕົວເຮົາຫຼາຍເກີນໄປ: ເຂົາມີຄວາມເຊື່ອໃຈເຮົາຫຼາຍ ຈຶ່ງເຮັດໃຫ້ເຂົາອາດບໍ່ຫຍຸ້ງເລື່ອງສ່ວນຕົວເຈົ້າຫຼາຍເກີນໄປ ແລະບໍ່ຫຶງເກີນຂອບເຂດ ເພາະເວົ້າກັນເຫດຜົນຫຼາຍກວ່າ
  9. ເອົາໃຈເກັ່ງ: ເຂົາຈະເປັນຄົນເອົາໃຈເກັ່ງທີ່ສຸດ ເພາະຢ້ານເຮົາໝົດຮັກເຂົາ ແລະຢ້ານເຮົາປັນໃຈໃຫ້ຄົນອື່ນ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...