spot_img
Homeຊີວິດແລະຄວາມຮັກ5 ສັນຍານທີ່ບົ່ງບອກວ່າເຈົ້າພົບ “ຮັກແທ້”  ແລ້ວ

5 ສັນຍານທີ່ບົ່ງບອກວ່າເຈົ້າພົບ “ຮັກແທ້”  ແລ້ວ

Published on

ສາວໆເຄີຍສົງໄສບໍວ່າ ຮັກທີ່ເຈົ້າມີຢູ່ ຫຼືກຳລັງຮັກກັນຢູ່ນັ້ນ ແມ່ນຮັກແທ້ ຫຼືບໍ່, ຫາກວ່າ ເຈົ້າກຳລັງສົງໄສວ່າຮັກແທ້ເປັນແນວໃດນັ້ນ ລອງມາສັງເກດ 5 ສັນຍານລຸ່ມນີ້ ທີ່ບົ່ງບອກວ່າ ເຈົ້າພົບຮັກແທ້ແລ້ວ ນຳກັນ

  1. ພົບກັນໃນເວລາທີ່ຕ່າງຄົນຕ່າງບໍ່ມີໃຜ: ເຈົ້າ ກັບຄົນຮັກມາພົບກັນ ແລະຮັກກັນໃນຍາມທີ່ຕ່າງຄົນຕ່າງບໍ່ມີໃຜ, ສາມາດເປີດໃຈລົມກັນ ແລະເຮັດໃຫ້ທັງສອງສາມາດເປີດເຜີຍຄວາມສຳພັນໄດ້ເຕັມທີ່
  2. ຕ່າງຄົນຕ່າງໃຫ້ກຳລັງໃຈກັນ ຢູ່ຄຽງຂ້າງກັນທຸກເວລາ: ຄົນທີ່ຮັກກັນແທ້ຕ້ອງຢູ່ຄຽງຂ້າງກັນຕະຫຼອດເວລາ ບໍ່ວ່າຈະຍາມທຸກ ຍາມສຸກ, ເມື່ອຄົນໜຶ່ງມີຄວາມທຸກ ອີກຄົນກໍຕ້ອງໃຫ້ກຳລັງໃຈ ເມື່ອຄົນເຮົາໄດ້ກຳລັງໃຈຈາກຄົນຮັກກໍຈະມີແຮງຜັກດັນ ໃຫ້ມີໃຈຕໍ່ສູ້ກັບບັນຫານັ້ນໄດ້
  3. ເບິ່ງແຍງກັນໃນຍາມບໍ່ສະບາຍ: ໃນຍາມທີ່ເຈົ້າບໍ່ສະບາຍ, ເຂົາກໍຕ້ອງຄອຍເບິ່ງແຍງດູແລເຮົາ, ດ້ວຍການເອົາໃຈໃສ່ຢ່າງຈົດຈໍ່, ພະຍາຍາມຊື້ຢາ ຫາເຂົ້າໃຫ້ກິນ ເພື່ອໃຫ້ເຈົ້າດີຈາກການບໍ່ສະບາຍ
  4. ເມື່ອມີບັນຫາເຂົາກໍຈະຢູ່ນຳ: ເພາະໃນເວລາມີບັນຫາ ຖ້າຫາກໄດ້ຄົນມາດູແລຄວາມຮູ້ສຶກເຈົ້າ ໃນຍາມທີ່ເກີດບັນຫາ ແລະຈະບໍ່ປະໃຫ້ເຈົ້າຢູ່ຄົນດຽວ
  5. ເວົ້າກັນໄດ້ທຸກເລື່ອງ: ບໍ່ວ່າຈະມີເລື່ອງໃດ ເຈົ້າສາມາດເວົ້າ ແລະປຶກສາກັບເຂົາໄດ້ທຸກເລື່ອງ ໂດຍທີ່ບໍ່ຄິດເກງໃຈກັນ ສາມາດເວົ້າເປີດເຜີຍໄດ້

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...