Homeວັນນະກຳເລື່ອງສັ້ນຄົນທີ່ "ແມ່ນ" ກັບຄົນທີ່ "ມັກ" ສອງສິ່ງກັບຄວາມຕ່າງຂອງຄວາມຮູ້ສຶກ

ຄົນທີ່ “ແມ່ນ” ກັບຄົນທີ່ “ມັກ” ສອງສິ່ງກັບຄວາມຕ່າງຂອງຄວາມຮູ້ສຶກ

Published on

ເລື່ອງທີ່ຈະເລົ່າຕໍ່ໄປນີ້ເປັນເລື່ອງຂອງ ໄກ່ນ້ອຍ ສາວຫົວໃຈເຫງົາທີ່ລໍຄອຍຊາຍຄົນໜຶ່ງເຂົ້າມາຈູງມືລາວອອກຈາກຄວາມເຫງົາ ແລ້ວມີວັນໜຶ່ງລາວກໍ່ໄດ້ພົບກັບຊາຍຄົນໜຶ່ງ ຊື່ທ້າວ ຕ້າ ທີ່ຮ້ານອາຫານແຫ່ງໜຶ່ງ ເລື່ອງມີຢູ່ວ່າ…

ເລື່ອງນີ້ເລີ່ມເກີດຂຶ້ນເມື່ອເດືອນ ມັງກອນ 2008 ໃນຄ່ຳຄືນທີ່ອາກາດໜາວເຢັນ ຄືນນັ້ນ ໄກ່ນ້ອຍ ນອນບໍ່ຫຼັບ ຮູ້ສຶກ ເບື່ອໆ ກໍ່ເລີຍຂັບລົດອອກມາທາງນອກເພື່ອຊອກຫາຫຍັງກິນແກ້ເຊັງ ໄກ່ນ້ອຍໄດ້ໄປແວ່ນັ່ງກິນດື່ມທີ່ຮ້ານອາຫານແຫ່ງໜຶ່ງຄົນດຽວ ໃນຂະນະທີ່ລາວກຳລັງດື່ມນ້ຳຢູ່ນັ້ນ ລາວກໍ່ຮູ້ສຶກວ່າຄືກັບມີຊາຍຄົນໜຶ່ງກຳລັງນັ່ງສັງເກດເບິ່ງລາວຢູ່ທີ່ໂຕະຖັດຈາກໂຕະລາວໄປປະມານ 4 ໂຕະ ໄກ່ນ້ອຍໄດ້ຫັນໄປເບິ່ງຜູ້ຊາຍຄົນນັ້ນ ແລ້ວກໍ່ເຫັນຜູ້ຊາຍຄົນນັ້ນຍິ້ມໃຫ້ພ້ອມທັງມືເບື້ອງໜຶ່ງຍົກຈອກເບຍໃສ່ ໄກ່ນ້ອຍກໍ່ຈົກຈອກນ້ຳຕອບແລ້ວຍິ້ມໃສ່ຕາມມາລະຍາດ ເມື່ອນັ່ງໄປບຶດໜຶ່ງຊາຍຄົນນັ້ນກໍ່ຍ່າງມາຫາລາວທີ່ໂຕະ ແລະ ກໍ່ຂໍນັ່ງນຳ ເຊິ່ງໄກ່ນ້ອຍເອງກໍ່ບໍ່ຂັດຂ້ອງຈາກນັ້ນທັງສອງກໍ່ໄດ້ນັ່ງລົມກັນດ້ວຍຄວາມມ່ວນຊື່ນ ຄືກັບຄົນເຄີຍຮູ້ຈັກກັນມາກ່ອນ ເພາະໂດຍປົກກະຕິແລ້ວໄກ່ນ້ອຍເປັນຄົນທີ່ເຂົ້າຄົນງ່າຍລົມເກັ່ງ ຈິ່ງເຮັດໃຫ້ພວກເຂົາສະໜິດສະໜົມກັນໄວເຖິງຈະຫາກໍ່ເຫັນກັນກໍ່ຕາມ ເຊິ່ງຊາຍໜຸ່ມທີ່ໄກ່ນ້ອຍໄດ້ພົບໃນຄືນນັ້ນມີຊື່ວ່າ ຕ້າ ກ່ອນຈະແຍກກັນກັບທັງສອງໄດ້ມີການແລກເບີໂທກັນ

ເມື່ອກັບຮອດເຮືອນໃນຂະນະທີ່ໄກ່ນ້ອຍກຳລັງນອນຢູ່ເທິງຕຽງໃກ້ຈະຫຼັບ ສຽງໂທລະສັບຂອງລາວໄດ້ດັງຂຶ້ນ ປະກົດວ່າ ແມ່ນ ຕ້າ ຊາຍນຸ່ມທີ່ພົບທີ່ຮ້ານອາຫານໂທມາຫາ ພວກເຂົາໄດ້ລົມກັນປະມານ 10 ນາທີ ກ່ອນຈະວາງສາຍ ແຕ່ກ່ອນຈະວາງສາຍ ຕ້າ ໄດ້ຢອດຄຳຫວານໃສ່ໄກ່ນ້ອຍ ເຊິ່ງເຮັດໃຫ້ໄກ່ນ້ອຍເກີດຄວາມຮູ້ສຶກດີ ນັບຈາກຄືນນັ້ນມາ ໄກ່ນ້ອຍກໍ່ໄດ້ຮັບຂໍ້ຄວາມຫວານໆຈາກ ຕ້າ ທຸກມື້ ທັງຕອນເຊົ້າ, ສວາຍ ແລະ ກ່ອນນອນ ທັງສອງໂທລົມກັນຫຼາຍຂຶ້ນ ອອກໄປພົບກັນຫຼາຍຂຶ້ນ ຜ່ານໄປປະມານ 1 ເດືອນ ຫົວໃຈເຫງົາໆຂອງໄກ່ນ້ອຍກໍ່ເລີ່ມຫວັ່ນໃຫ້ກັບການກະທຳຂອງຕ້າທີ່ມີຕໍ່ຕົນເອງ ການທີ່ມີຕ້າເຂົ້າມາໃນຊີວິດມັນເຮັດໃຫ້ໄກ່ນ້ອຍຮູ້ສຶກມີຄວາມສຸກ ສຳລັບຕ້າເອງເມື່ອໄດ້ລົມໄດ້ຢູ່ໃກ້ໄກ່ນ້ອຍກໍ່ຮູ້ສຶກດີ, ຮູ້ສຶກສະບາຍໃຈ ເພາະບໍ່ວ່າຕ້າມີບັນຫາອຸກໃຈເລື່ອງໃດກໍ່ສາມາດປຶກສາກັບໄກ່ນ້ອຍໄດ້ ໄກ່ນ້ອຍມີຄຳເວົ້າທີ່ເຮັດໃຫ້ລາວຮູ້ສຶກດີມີກຳ ລັງໃຈ ມີຫວັງຂຶ້ນສະເໝີ ກ້າວເຂົ້າເດືອນທີ 2 ເມືອຄົນເຫງົາສອງຄົນມາພົບກັນ ດັ່ງນັ້ນທັງສອງຈິ່ງໄດ້ຕົກລົງຄົບກັນໃນຖານະແຟນຄວາມຮັກຂອງທັງຄູ່ດຳເນີນໄປດ້ວຍດີ ມີຄວາມຮັກທີ່ຫວານຊຶ້ງ, ອົບອຸ່ນ ແລະ ເປັນກັນເອງ ຈົນເພື່ອນຂອງຕ້າຮູ້ສຶກອິດສາຕ້າທີ່ລາວໄດ້ສາວໄກ່ນ້ອຍມາຄຽງຂ້າງ ເຖິງແມ່ນວ່າມີເພື່ອນບາງຄົນຂອງຕ້າ ຈະລັກໂທມາຍອດຄຳຫວານໃສ່ໄກ່ນ້ອຍ ແລະ ຍັວະໃຫ້ໄກ່ນ້ອຍປ່ຽນໃຈຈາກຕ້າ ແຕ່ດ້ວຍຄວາມຮັກ ແລະ ສື່ສັດຂອງໄກ່ນ້ອຍທີ່ມີຕໍ່ຕ້າ ໄກ່ນ້ອຍຈິ່ງປະຕິເສດເພື່ອນຂອງຕ້າໄປ ແລະ ໄກ່ນ້ອຍກໍ່ຄິດວ່າຕ້າຈະຮັກ ແລະ ສື່ສັດກັບລາວຄືກັນ ເວລາໄດ້ຜ່ານໄປປະມານ 3-4 ເດືອນ ເຖິງແມ່ນວ່າຕ້າຈະບໍ່ທັນພາໄກ່ນ້ອຍໄປແນະນຳຕໍ່ຄອບຄົວຂອງລາວເລີຍກໍ່ຕາມ ແຕ່ຕ້າກໍ່ໃຫ້ສັນຍາກັບໄກ່ນ້ອຍວ່າອີກບໍ່ດົນຈະພາໄກ່ນ້ອຍໄປແນະນຳກັບຄອບຄົວຂອງຕ້າໃນຖານະລູກໄພ້ ເຊິ່ງມັນໄດ້ສ້າງຄວາມຫວັງຄັ້ງໃຫຍ່ໃຫ້ກັບໄກ່ນ້ອຍ.

ເບິ່ງຄືວ່າເລື່ອງທຸກຢ່າງເປັນໄປໄດ້ດ້ວຍດີທຸກຢ່າງ ແຕ່ເມື່ອກ້າວເຂົ້າເດືອນທີ 5 ຄວາມຮັກຂອງທັງສອງກໍ່ເລີ່ມມີບັນຫາ ເມື່ອສາວໝອນແຟນເກົ່າຂອງຕ້າທີ່ເຄີຍຜິດໃຈກັນກັບຄືນມາຂໍຄືນດີກັບຕ້າ ໝອນເປັນຄົນທີ່ຕ້າຮັກທີ່ສຸດ ພວກເຂົາຮັກກັນມາດົນຮັກກັນຕັ້ງແຕ່ຕອນຮຽນມັດທະຍົມຈົນຮຽນວິຊາຊີບຈົນ ຈົນຕ້າໄດ້ເຂົ້າເຮັດວຽກລວມໄລຍະແລ້ວກໍ່ທັງສອງກໍ່ຄົບກັນເປັນເວລາດົນເຖິງ 7 ປີ ແລະ ຕອນນີ້ເຖິງແມ່ນວ່າ ຕ້າຈະມີໄກ່ນ້ອຍເຂົ້າມາໃນຫົວໃຈແລ້ວ ແຕ່ສ່ວນເລິກຂອງຄວາມຮູ້ສຶກຄວາມຮັກຂອງຕ້າທີ່ມີໃຫ້ໝອນມັນຍັງມີຄືເກົ່າ ຕອນທຳອິດທີ່ໝອນກັບມາຕ້າອາດຮູ້ສຶກໃຈຮ້າຍໃຫ້ໝອນທີ່ໝອນຖິ້ມລາວໄປ ແຕ່ຍ້ອນໝອນເປັນຄົນທີ່ຕ້າຮັກມາຕັ້ງແຕ່ນ້ອຍຈົນໃຫຍ່ຕ້າຈິ່ງຕ້ານຄວາມຮູ້ສຶກບໍ່ໄດ້ ລາວໄດ້ຕັດສິນໃຈກັບຄືນໄປຄົບກັບໝອນອີກຄັ້ງ

ເມື່ອມີໝອນກັບເຂົ້າມາໃນຊີວິດຂອງຕ້າອີກຄັ້ງ ຄວາມຮູ້ສຶກຕ້າກໍ່ເກີດຄວາມລັງເລສັບສົນ ໃຈໜຶ່ງກໍ່ຄິດນຳໄກ່ນ້ອຍຖ້າຈະເລີກກໍ່ບໍ່ເຮັດໃຈບໍ່ໄດ້ ເພາະໄກ່ນ້ອຍບໍ່ໄດ້ເຮັດຜິດຫຍັງ ທີ່ສຳຄັນຕ້າກໍ່ມັກທຸກຢ່າງທີ່ມີໃນຕົວຂອງໄກ່ນ້ອຍບໍ່ວ່າຈະເປັນຮູບລັກພາຍນອກ, ນິໃສ ລວມເຖິງທັກສະນະຄະຕິ ແຕ່ຈະໃຫ້ເລີກລາກັບໝອນຕ້າກໍ່ເຮັດບໍ່ໄດ້ ເພາະໝອນເປັນຄົນທີ່ແມ່ນສຳລັບຕ້າ ຕະຫຼອດໄລຍະເວລາ 7 ປີທີ່ຄົບກັນມັນມີພາບຄວາມຊົງຈຳທັງສຸກ ແລະ ທຸກທີ່ທັງສອງເຄີຍຜ່ານມານຳກັນ ເຖິງຈະເຄີຍຜິດໃຈກັນຫຼາຍຄັ້ງແຕ່ສຸດທ້າຍກໍ່ຕ້ອງຄືນດີກັນຄືກັນ ຕ້າຮູ້ສຶກອຸກໃຈແຮງທຸກຄັ້ງທີ່ໄປພົບກັບໄກ່ນ້ອຍຕ້າຈະມີຄວາມຮູ້ສຶກແປກໆ ຮູ້ສຶກສົງສານໄກ່ນ້ອຍແບບບອກບໍ່ຖືກ ເມື່ອເວລາໄປພົບກັບໝອນຕ້າກໍ່ຮູ້ສຶກອຶດອັດເຊັ່ນກັນ ບໍ່ຮູ້ສິຫາທາງອອກກ່ຽວກັບເລື່ອງນີ້ໄດ້ແນວໃດດີ

ຕ້າ ໄກ້ນຳບັນຫາອຸກອັ່ງນີ້ໄປປຶກສາກັບໄກ່ນ້ອຍເພື່ອຫາທາງອອກ ກ່ອນຈະບອກອອກໄປຕ້າມີອາການອຶກອັກຢາກເວົ້າແນ່ບໍ່ຢາກເວົ້າແນ່ ແຕ່ຍ້ອນໄກ່ນ້ອຍຄາດຄັ້ນເອົາຄຳເວົ້າເພາະໄກ່ນ້ອຍຢາກຮູ້ວ່າຕ້າຈະເວົ້າຫຍັງກັບຕົນເອງ ແຕ່ຕ້າໃຈບໍ່ກ້າພໍ ລາວຈິ່ງເລົ່າເລືອງເຫດການທັງໝົດໃຫ້ໄກ່ນ້ອຍຟັງ ເຊິ່ງອ້າງວ່າເປັນເລື່ອງຂອງໝູ່ລາວຄົນນຶ່ງທີ່ມີແຟນສອງຄົນ ແລະ ເກີດມີສະພາບເຫດການແບບນີ້ ເຊິ່ງໄກ່ນ້ອຍເອງກໍ່ເຊື່ອວ່າແມ່ນເລື່ອງຂອງໝູ່ຕ້າແທ້ໆ ໄກ່ນ້ອຍຈິ່ງໃຫ້ຄຳປຶກສາຕ່າງໆນານາ ແລະ ຍັງຝາກກຳລັງໃຈໃຫ້ຊາຍຄົນນັ້ນອີກດ້ວຍ ເມື່ອຕ້າເຫັນພາບຄວາມໄຮ້ດຽງສາ ຄວາມຈິງໃຈຂອງໄກ່ນ້ອຍທີ່ເຮັດແບບນີ້ ຕ້າຍິ່ງຮູ້ສຶກຜິດຕໍ່ໄກ່ນ້ອຍ ຮູ້ສຶກເສຍໃຈກັບເລື່ອງນີ້ ຕ້າຈິ່ງໄດ້ເກັບເລື່ອງນີ້ໃຫ້ເປັນເລື່ອງສົມມຸດວ່າເປັນເລື່ອງຂອງໝູ່ລາວຕໍ່ໄປ

ແຕ່ຄວາມລັບບໍ່ມີໃນໂລກ ມື້ໜຶ່ງທີ່ໂຮງຮູບເງົາໃນຂະນະທີ່ໄກ່ນ້ອຍພ້ອມກັບໝູ່ປະມານ 3-4 ຄົນກຳລັງພາກັນຍ່າງເຂົ້າໄປທີ່ໂຮງຮູບເງົາ ໄກ່ນ້ອຍກໍ່ເຫັນຕ້າຄວງສາວຄົນອື່ນຍ່າງອອກມາຈາກໂຮງຮູບເງົາ ຍ້ອນສະຖານທີ່ໜ້າໂຮງຮູບເງົາມີຄົນຫຼາຍຕ້າຈິ່ງບໍ່ໄດ້ສັງເກດເຫັນວ່າ ໄກ່ນ້ອຍກຳລັງຕິດຕາມຕົນເອງກັບໝອນມາ ໄກ່ນ້ອຍບໍ່ໄດ້ບອກລາໝູ່ຈັກຄຳລາວຟ້າວຍ່າງນຳໝອນກັບຕ້າໄປຈົນຮອດບ່ອນກິນເຂົ້າ ໄກ່ນ້ອຍແອບເບິ່ງທັງສອງຄົນພອດຮັກກັນຫວານຊື່ນດ້ວຍຄວາມເຈັບປວດຈົນທົນເຫັນພາບບໍ່ໄຫວ ແຕ່ບໍ່ສາມາດທຳໃຈໄປທັກທາຍສອງຄົນນັ້ນໄດ້ເພາະຢ້ານກັ້ນນຳຕາໄວ້ບໍ່ໄຫວ ໄກ່ນ້ອຍມີອາການຊຶມເສົ້າຍ່າງກົ້ມໜ້າມາທີ່ລົດແລ້ວຂັບລົດກັບເມືອເຮືອນດ້ວຍນ້ຳຕາ ເມື່ອຮອດຕອນກາງຄືນຕ້າກໍ່ໄດ້ມາຫາໄກ່ນ້ອຍທີ່ເຮືອນທັງສອງໄດ້ນັກລົມກັນ ແລ້ວຕ້າກໍ່ໄດ້ຮັບຮູ້ວ່າໄກ່ນ້ອຍຮູ້ຄວາມຈິງຂອງລາວກັບໝອນໝົດແລ້ວ ເພາະຫຼັງຈາກທີ່ໄກ່ນ້ອຍກັບຮອດເຮືອນລາວກໍ່ໄກ້ໂທໄປຖາມໝູ່ສະໜິດຂອງຕ້າ ແລ້ວກໍ່ໄດ້ຄຳຕອບທີ່ເກືອບເຮັດໃຫ້ໄກ່ນ້ອຍຊັອກ ເມື່ອຮູ້ວ່າສາວທີ່ເຫັນມື້ນີ້ຄວາມຈິງແລ້ວແມ່ນຄົນຮັກຂອງຕ້ານັ້ນເອງສາວຄົນັ້ນບໍ່ແມ່ນຄົນຮັກແບບທຳມະດາທົ່ວໄປເພາະຕ້າເຄີຍຂໍສາວນັ້ນແຕ່ງານ ແຕ່ສາວນັ້ນຍັງບໍ່ທັນຕອບຕົກລົງກັບຕ້າເທື່ອ

ໄກ່ນ້ອຍໄດ້ຖາມຕ້າກ່ຽວກັບຄວາມຮູ້ສຶກຂອງລາວທີ່ມີຕໍ່ສາວໝອນນັ້ນແມ່ນແນວໃດ ຕ້າກໍ່ໃຫ້ຄຳຕອບວ່າ “ທີ່ຜ່ານມາລາວຄິດວ່າສາວໝອນເປັນຄົນທີ່ແມ່ນສຳລັບລາວ ແຕ່ເລື່ອງມັກຕ້າມັກໄກ່ນ້ອຍຫຼາຍກວ່າ ແຕ່ຖ້າຈະໃຫ້ເລືອກຕອນນີ້ຍັງເລືອກບໍ່ໄດ້ ເພາະຄົນໜຶ່ງເປັນຄົນທີ່ແມ່ນ ແລະ ຄົນໜຶ່ງເປັນຄົນທີ່ມັກ” ເມື່ອໄກ່ນ້ອຍໄດ້ຟັງຄຳຕອບຈາກປາກຕ້າແນວນັ້ນໄກ່ນ້ອຍກໍ່ມານັ່ງຄິດທົບທວນເລື່ອງລາວທັງໝົດ ແລະ ລາວກໍ່ຮູ້ແລ້ວວ່າເລື່ອງທີ່ຕ້າມາປຶກສານັ້ນຄວາມຈິງແລ້ວເປັນເລື່ອງຂອງຕົນເອງ ຕ້າຢາກບອກໃຫ້ຮູ້ແຕ່ດົນແຕ່ບໍ່ກ້າເວົ້າເພາະຢ້ານຕົນເອງເສຍໃຈ ແລະ ເລື່ອງລາວທີ່ຜ່ານມາລະຫວ່າງ ລາວ ກັບຕ້າ ຄວາມສຳພັນມັນເກີດຂຶ້ນຈາກຄວາມເຫງົາ ເມື່ອຕອນນີ້ຕ້າຫາຍເຫງົາແລ້ວໄກ່ນ້ອຍຄົງຈະບໍ່ມີຄວາມໝາຍອີກຕໍ່ໄປ ເພາະອີກບໍ່ດົນຕ້າກໍ່ຄົງໝົດຮັກທີ່ມີຕໍ່ໄກ່ນ້ອຍ ດັ່ງນັ້ນ ໄກ່ນ້ອຍຈິ່ງຂໍຈົບຄວາມສຳພັນກັບຕ້າ ເພາະໄກ່ນ້ອຍຮູ້ດີວ່າຄົບໄປຕໍ່ກໍ່ມີແຕ່ເຈັບ ແລະ ເຫງົາຂຶ້ນກວ່າເກົ່າ ຍ້ອນລາວເປັນພຽງຄົນທີ່ຕ້າມັກ ແຕ່ບໍ່ແມ່ນຄົນທີ່ແມ່ນສຳລັບຊີວິດຕ້າ ເຖິງສອງຄຳນີ້ມັນຟັງແລ້ວຈະຄ້າຍຄືກັນ ແຕ່ຄວາມສຳຄັນ ຄວາມຮູ້ສຶກມັກມີຄວາມໝາຍແຕກຕ່າງກັນ.

ແຕ່ງໂດຍ: ແອັດມິນ ປັອກເລັກ ລາວໂພສຕ໌

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...