Homeຂ່າວການສຶກສາມຊ ກະກຽມເປີດຫຼັກສູດ ປະລິນຍາໂທ ສາຂາການສຶກສາປະຊາກອນ ແລະ ການພັດທະນາ

ມຊ ກະກຽມເປີດຫຼັກສູດ ປະລິນຍາໂທ ສາຂາການສຶກສາປະຊາກອນ ແລະ ການພັດທະນາ

Published on

ຂປລ. ມະຫາວິທະຍາໄລແຫ່ງຊາດ ຈັດກອງປະຊຸມປຶກສາຫາລື ກ່ຽວກັບຮ່າງຫລັກສູດປະລິນຍາໂທ ວິທະຍາສາດສັງຄົມ ສາຂາການສຶກສາປະຊາກອນ ແລະ ການພັດທະນາ ຂຶ້ນໃນວັນທີ 16 ພະຈິກ 2016 ທີ່ນະຄອນຫລວງວຽງຈັນ ເພື່ອປະຕິບັດຕາມແຜນຫລັກສູດ ການສຶກສາຂອງມະຫາວິທະຍາໄລແຫ່ງຊາດ ກໍຄືແນວທາງນະໂຍບາຍການສຶກສາ ແຫ່ງຊາດ ຂອງກະຊວງສຶກສາວາງອອກ ໂດຍການເປັນປະທານຂອງ ທ່ານ ພຸດ ສິມາລາວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ນາງ ເຟຣເດີຣິກາ ຜູ້ຕາງໜ້າອົງການ UNFPA ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພຸດ ສິມາລາວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ແມ່ນເພື່ອລາຍງານ ຜົນຂອງການປະເມີນຄວາມຕ້ອງການ ໃນການສ້າງຫລັກສູດປະຊາກອນ ແລະ ການພັດທະນາ, ເພື່ອປັບປຸງຮ່າງ ຫລັກສູດໃຫ້ສົມບູນ ກ່ອນການນຳສະເໜີ ຕໍ່ກະຊວງສຶກສາທິການ ແລະ ກິລາ ເຊິ່ງຜ່ານມາຄະນະວິທະຍາສາດສັງຄົມ ໄດ້ຈັດຕັ້ງລະດົມສະຄວາມຄິດ, ລະດົມສະໝອງ ຈາກຜູ້ຊ່ຽວຊານດ້ານການສຶກສາທີ່ກ່ຽວຂ້ອງ ເຂົ້າໃນການສ້າງຫລັກສູດດັ່ງກ່າວ ໃຫ້ສົມບູນທີ່ສຸດເປັນຕົ້ນແມ່ນ ຂະບວນການຮຽນ-ການສອນ, ວິຊາຮຽນ, ກິດຈະກຳຕ່າງໆ ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ປັຈຸບັນ ຄະນະວິທະຍາສາດສັງຄົມ ມີຫລັກສູດລະດັບປະລິນຍາໂທ 5 ສາຂາຄື: ສາຂາການພັດທະນາສັງຄົມ, ການຄຸມຄອງຊັບພະຍາກອນວັດທະນະທຳ, ວິທະຍາສາດການເມືອງ, ການບໍລິຫານອຸດສາຫະກຳການທ່ອງທ່ຽວ ແລະ ສາຂາການຈັດການທາງພື້ນທີ່ເພື່ອການພັດທະນາ.
ທ່ານ ນາງ ເຟຣເດີຣິກາ ຍັງໄດ້ໃຫ້ຮູ້ວ່າ: ຄວາມເຂົ້າໃຈການປ່ຽນແປງດ້ານປະຊາຊົນກອນ ແມ່ນມີຄວາມສຳຄັນຫລາຍ ເນື່ອງຈາກວ່າ ມັນເປັນອົງປະກອບພື້ນຖານ ຂອງການວາງແຜນພັດທະນາເສດຖະກິດ-ສັງຄົມ ເຊິ່ງມີທ່າອ່ຽງທີ່ດີຕໍ່ການພັດທະນາປະເທດ ເຊິ່ງຄວາມເຂົ້າໃຈໃນຂົງເຂດການວິເຄາະປະຊາກອນຢູ່ສປປ ລາວ ຍັງມີຈຳກັດ ເຊິ່ງຫລັກສູດດັ່ງກ່າວ ຈະປະກອບສ່ວນ ເຂົ້າໃນການເສີມສ້າງຄວາມສາມາດ ລະດັບຊາດກ່ຽວກັບ ການວິເຄາະດ້ານປະຊາກອນ ໄດ້ເປັນໄລຍະຍາວ ເພື່ອຮັບປະກັນວ່າ ປັດໄຈທາງດ້ານປະຊາກອນ ໄດ້ລວມຢູ່ໃນການພັດທະນາຂອງ ສປປ ລາວ.

 

ທີ່ມາຈາກ: ສຳນັກຂ່າວສານປະເທດລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...