Homeຂ່າວ​ໄອ​ທີSamsung Galaxy S7 ລະເບີດໃສ່ມືຊາຍຄົນໜຶ່ງໃນຂະນະຂັບລົດ ເຮັດໃຫ້ລາວໄດ້ຮັບບາດໄຟໄໝ້ລະດັບ 2 ແລະ 3

Samsung Galaxy S7 ລະເບີດໃສ່ມືຊາຍຄົນໜຶ່ງໃນຂະນະຂັບລົດ ເຮັດໃຫ້ລາວໄດ້ຮັບບາດໄຟໄໝ້ລະດັບ 2 ແລະ 3

Published on

ເຫດເກີດຂຶ້ນເມື່ອ Amarjit Mann ຊາຍຊາວແຄນາດາ ອາຍຸ 34 ປີ ພວມກຳລັງຂັບລົດໃນວັນອາທິດທີ່ຜ່ານມາ, ແຕ່ສຸດທ້າຍກໍຈົບລົງດ້ວຍການໄດ້ຮັບບາດໄຟໄໝ້ລະດັບ 2 ແລະ 3 ຫຼັງຈາກທີ່ໂທລະສັບ Samsung Galaxy S7 ຂອງລາວລະເບີດ. ເຊິ່ງລາວໄດ້ເລົ່າວ່າ: ລາວຮູ້ສຶກອຸ່ນໆທີ່ຂາ ແລະກໍໄດ້ຈົກເອົາໂທລະສັບຢູ່ຖົງໂສ້ງອອກມາແລະມັນກໍລະເບີດທັນທີໃນມືຂອງລາວ (ລາວເອີ້ນ Galaxy S7 ວ່າ: “ລະເບີດພົກຕິດໂຕ”).

ໃນຊ່ວງເວລາທີ່ໂທລະສັບລະເບີດນັ້ນລາວເປີດປະຕູແວ່ນລົດອອກ ແລ້ວພະຍາຍາມທີ່ຈະເອົາໂທລະສັບເຈົ້າບັນຫາອອກຈາກລົດ (ລາວບອກພ້ອມວ່າໃນຊ່ວງໜຶ່ງໂທລະສັບຕິດຢູ່ໃນມືຂອງລາວ). ເມື່ອບໍ່ມີໂທລະສັບໂທຫາຄົນມາຊ່ອຍ, ລາວກໍໄດ້ພະຍາຍາມຂັບລົດໄປທີ່ບ້ານໝູ່ ເພື່ອໃຫ້ໝູ່ພາໄປໂຮງໝໍໃນເວລາຕໍ່ມາ.

ສຳລັບໂທລະສັບທີ່ລະເບີດນີ້ແມ່ນຊື້ມາໃຊ້ໄດ້ປະມານ 6 ເດືອນແລ້ວ ໃນລາຄາປະມານ 1,000 ໂດລາ. ເຊິ່ງຜູ້ໃຫ້ບໍລິການຂອງ Amarjit Mann ບອກກັບລາວວ່າໃຫ້ຕິດຕໍ່ໄປທີ່ Samsung ໂດຍກົງ, ເຊິ່ງລາວກໍກຳລັງວາງແຜນທີ່ຈະຍື່ນຟ້ອງ Samsung ໃນຂໍ້ຫາທີ່ໂທລະສັບລະເບີດແລະເຮັດໃຫ້ລາວໄດ້ຮັບບາດເຈັບ. ນອກຈາກນີ້, ທ່ານໝໍບອກວ່າຈະໃຊ້ເວລາຮັກສາບາດທີ່ໄດ້ຮັບປະມານ 8-9 ມື້. 

ປິດທ້າຍດ້ວຍຄຳເວົ້າຂອງ Amarjit Mann ທີ່ເວົ້າກ່ຽວກັບ Samsung Galaxy S7 ທີ່ລະເບີດ

“ຂ້ອຍເອົາມັນອອກມາ ແລະມັນກໍລະເບີດໃສ່ມືຂອງຂ້ອຍທັນທີ. ເມື່ອເຈົ້າເຫັນຄວັນ, ຂ້ອຍເກີດອາການຊ໋ອກ. ເຈົ້າບໍ່ສາມາດຄາດການສິ່ງນີ້ໄດ້. ມັນເປັນຄືກັບຝັນຮ້າຍ.”

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: phonearena

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...