spot_img
Homeຊີວິດແລະຄວາມຮັກຖ້າແຟນເຈົ້າມີພຶດຕິກຳແບບນີ້ຮັບຮອງວ່່າ ເຂົານອກໃຈເຈົ້າແນ່ນອນ

ຖ້າແຟນເຈົ້າມີພຶດຕິກຳແບບນີ້ຮັບຮອງວ່່າ ເຂົານອກໃຈເຈົ້າແນ່ນອນ

Published on

ສຳລັບການລະແວງສົງໄສນັ້ນ ເປັນສິ່ງທີ່ເຮັດໃຫ້ຄູ່ຮັກຫຼາຍຄົນຕ້ອງເລີກກັນມາແລ້ວ ກ່ອນທີ່ເຈົ້າຈະໃຈຮ້າຍ ຄວນຈະຖາມແຟນເຈົ້າເສຍກ່ອນ, ມື້ນີ້ແອດມິນ ຈຶ່ງມີວິທີສັງເກດພຶດຕິກຳ ຂອງຄົນທີ່ນອກໃຈກັນ ດ້ວຍອາການບົ່ງບອກດັ່ງນີ້

  1. ໃສ່ໃຈໜ້ອຍລົງ: ຈາກແຕ່ກ່ອນເປັນຄົນທີ່ເຄີຍໃສ່ໃຈ, ເບິ່ງແຍງດູແລ ແຕ່ດຽວນີ້ ກັບບໍ່ໃສ່ໃຈເລີຍ
  2. ບໍ່ມັກຖາມຫຍັງຫຼາຍ: ຫາກວ່າມື້ໜຶ່ງເຂົາບໍ່ຄ່ອຍມັກຖາມຫຍັງຫຼາຍ, ຈາກແຕ່ກ່ອນມັກຖາມວ່າ ຢູ່ໃສ? ຢູ່ກັບໃຜ? ແຕ່ມາດຽວນີ້ ບໍ່ຖາມຫຍັງເລີຍ ມີແຕ່ເຈົ້າບອກເອງ ໂດຍທີ່ເຂົາບໍ່ສົນໃຈເລີຍ
  3. ເວລາເວົ້າຫຍັງໃຫ້ຟັງ ມັກເວົ້າວ່າ “ອື” ເທົ່ານັ້ນ: ເມື່ອເຈົ້າມີເວລາຢູ່ນຳກັນ ກໍມັກຈະເລົ່າເລື່ອງຕ່າງໆສູ່ກັນຟັງ ແຕ່ເຂົາກໍຈະບໍ່ມີປະຕິສຳພັນຫຍັງເລີຍ ມີແຕ່ຈະບອກວ່າ ອື, ເອີ, ຫວາ ເຊິ່ງຟັງແລ້ວເຫັນວ່າ ເຂົາກຳລັງຄິດເລື່ອງອື່ນຢູ່່ ໂດຍທີ່ບໍ່ສົນໃຈເຈົ້າ
  4. ມັກຈົ່ມວ່າເມື່ອຍ: ມັກສະແດງອາການເສີຍຊາ, ດ້ວຍທ່າທາງອາການຄຽດ, ເບື່ອ ຫຼືເມື່ອຍຢູ່ຕະຫຼອດເວລາເມື່ອມາຢູ່ກັບເຈົ້າ
  5. ມັກຢູ່ກັບໂລກອອນລາຍ: ເວລາສ່ວນຫຼາຍເຂົາມັກຢູ່ກັບວອດແອັບ, ລາຍ, ເຟສບຸກ ບໍ່ໃສ່ໃຈເຈົ້າ, ມັກແຊັດກັບຄົນອື່ນທີ່ເປັນຜູ້ຍິງ ແລ້ວກໍຍິ້ມເວລາທີ່ເຫັນຂໍ້ຄວາມເຂົາສົ່ງມາ
  6. ມັກເວົ້າວ່າໄປກັບໝູ່ຕະຫຼອດ: ເວລາໄປໃສກໍມັກຈະເວົ້າວ່າໄປກັບໝູ່ຕະຫຼອດເວລາ, ຖ້າເຈົ້າສົງໄສກໍຈະເລີ່ມຫງຸດຫງິດ ຫາວ່າເຮົາບໍ່ເຊື່ອໃຈ ຫຼືໂວຍວາຍເວົ້າວ່າ ເຮົາບໍ່ໃຫ້ພົບໝູ່ເພື່ອນ
  7. ແຕ່ງໂຕດີກວ່າປົກກະຕິ: ບໍ່ວ່າຈະເປັນເຄື່ອງນຸ່ງ, ຊົງຜົມ, ນໍ້າຫອມ ຈັດເຕັມທຸກມື້ ໂດຍບໍ່ມີສາເຫດ ທັງທີ່ແຕ່ກ່ອນບໍ່ຄ່ອຍມັກແຕ່ງ ແລະກໍບໍ່ມີນັດຫຍັງກັບໃຜໃນບ່ອນເຮັດວຽກ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...