Homeຂ່າວການພັດທະນາຮອງນາຍົກລັດຖະມົນຕີ ລົງຊຸກຍູ້ ສູນແນວພັນພຶດ ຢູ່ເມືອງໄຊທານີ

ຮອງນາຍົກລັດຖະມົນຕີ ລົງຊຸກຍູ້ ສູນແນວພັນພຶດ ຢູ່ເມືອງໄຊທານີ

Published on

​ໃນ​ວັນ​ທີ 9 ພະຈິກ​ນີ້ ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ​ ແຫ່ງ​ ສປປ ລາວ ພ້ອມ​ດ້ວຍ​ຄະນະ ​ໄດ້​ລົງ​ຊຸກຍູ້​ການ​ສຶກສາ​ຄົ້ນຄວ້າ ​ພັດທະນາ​ແນວ​ພັນ​ເຂົ້າ, ​ແນວ​ພັນ​ພືດ ​ແລະ ການນໍາ​ໃຊ້​ເຕັກນິກ​ວິຊາ​ການທີ່​ມີ​ປະສິດທິ​ຜົນ ​ເພື່ອ​​ຍົກສະມັດ​ຕະພາບ​ ການ​ຜະລິດ​ໃຫ້​ສູງ​ຂຶ້ນ ຢູ່ສູນ​ທົດ​ລອງແນວ​ພັນ​ພືດທີ່​ດີ ​ລາ​ວ-ຈີນ; ສະ​ຖາ​ບັນ​ຄົ້ນ​ຄວ້າກະ​ສີ​ກໍາ ​ແລະ ປ່າ​ໄມ້​ແຫ່ງ​ຊາດ ​ແລະ ສູນ​ຄົ້ນ​ຄ້ວາ​ກະ​ສິກໍາ​ນາ​ພອກ.

ນັກວິຊາການ​ປະຈຳສູນດັ່ງກ່າວ ໄດ້ໃຫ້​ຮູ້ວ່າ: ການ​​ນຳ​ໃຊ້​ແນວ​ພັນ​ເຂົ້າ​ພື້ນ​ເມືອງ​ລາວ​ ສາ​ມາດ​ຄັດ​ໄດ້ 12 ແນວ​ພັນ ມີເຂົ້າຫອມ​ນາງ​ນວນ, ​​ເຂົ້າໄກ່​ນ້ອຍ​ເຫລືອງ, ​ເຂົ້າຈ້າວ 5 ​ແນວ​ພັນ, ​ເຂົ້າ​ກ່ຳ​ໜຽວຫອມ 2 ​ແນວ​ພັນ, ​ເຂົ້າກ່ຳຈ້າວຫອມ ​2 ແນວ​ພັນ ແລະ ​ເຂົ້າກ່ຳຈ້າວ 1 ​ແນວ​ພັນ. ຄຽງ​ຄູ່​ກັນ​ນັ້ນ, ​​ຍັງ​ໄດ້​ຄົ້ນຄ້ວາພົບເຂົ້າພື້ນເມືອງ 10 ​ແນວ​ພັນ ທີ່​ທົນ​ທານ​ຕໍ່ພະຍາດໃບ​ໄໝ້​, ມີ 2 ​ແນວ​ພັນ​ ທົນ​ທານ​ຕໍ່​ແຫ້ງ​ແລ້ງ ແລະ ຄັດເລືອກເຂົ້າຈ້າວຫອມພື້ນເມືອງໄດ້ 3 ​ແນວ​ພັນ; ທັງ​ໝົດ​ແມ່ນ​ເປັນ​ທ່າ​ແຮງ​ນຳ​ໃຊ້ ​​ເຂົ້າໃນ​ການ​ປັບປຸງ​ ແນວ​ພັນ​​ເຂົ້າຂອງ​ລາວ​ເຮົາ. ສ່ວນ​ການຄົ້ນຄວ້າທົດລອງນັບ​ແຕ່ ປີ 1991-2016 ມີແນວພັນປັບປຸງອອກສູ່ການຜະລິດ 30 ແນວພັນ. ນອກ​ນັ້ນ, ​ກໍ​ສາມາດ​ເກັບ​ຕົວຢ່າງ​ເຂົ້າ (ນາ ແລະ ໄຮ່) ຄື: 14,238 ຕົວຢ່າງ, ສາລີ 55 ຕົວຢ່າງ, ມັນ​ຕົ້ນ 108 ຕົວຢ່າງ, ມັນ​ດ້າງ 22 ຕົວຢ່າງ, ຖົ່ວ 88ຕົວຢ່າງ, ເຂົ້າຝ້າງ, 280 ຕົວຢ່າງ, ອ້ອຍປ່າ ແລະ ເລົາ 87 ຕົວຢ່າງ.

ຂະນະ​ດຽວ​ກັນ, ກໍຜະລິດແນວພັນສາລີ ລູກປະສົມມາເຖິງປັດຈຸບັນ ໄດ້ 210 ກ່ວາໂຕນ ຜະລິດແນວພັນສາລີ ເຂົ້າໜຽວໄດ້ 11 ໂຕນ, ຜະລິດແນວພັນຖົ່ວເຫລືອງ, ຖົ່ວຂຽວ, ຖົ່ວດິນ ແລະ ຖົ່ວອື່ນໆ ໄດ້ຈໍານວນໜຶ່ງ. ຜະລິດແນວພັນ ມັນຕົ້ນຈຳນວນ 150,000 ທ່ອນ ຕອບສະໜອງ ໃຫ້ຊາວກະສິກອນ ເພື່ອຂະຫຍາຍພັນຕໍ່ໄປຢູ່ເຂດເມືອງແກ່ນທ້າວ, ເມືອງປາກລາຍ. ສ້າງແນວພັນສາລີ ລູກປະສົມໄດ້ 1 ແນວພັນ.ແນວພັນສາລີ ເຂົ້າໜຽວໄດ້ 1 ແນວພັນ. ແນວພັນຖົ່ວເຫລືອງ 1 ແນວພັນ (ກໍາລັງສາທິດ), ແນວພັນມັນຕົ້ນ 1 ແນວພັນ, ສົ່ງເສີມນໍາໃຊ້ ຢູ່ເຂດເມືອງແກ່ນທ້າວ ​ແລະ ​ເມືອງປາກລາຍ .

ພາບ: ຂປລ
ພາບ: ຂປລ

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...