Homeຂ່າວເຫດການຈະລາຈອນ ນວ ວາງກຳລັງ 400 ສະຫາຍຄຸມເຂັ້ມບຸນທາດຫລວງ

ຈະລາຈອນ ນວ ວາງກຳລັງ 400 ສະຫາຍຄຸມເຂັ້ມບຸນທາດຫລວງ

Published on

ເພື່ອເປັນການແກ້ໄຂບັນຫາການສັນຈອນຕາມທ້ອງຖະໜົນໃນໄລຍະບຸນນະມັດສະການພະທາດຫຼວງ ທາງເຈົ້າໜ້າທີ່ກໍເຫັນເຖິງຄວາມສໍາຄັນໃນການໄປ-ມາຂອງພໍ່ແມ່ປະຊາຊົນ ໂດຍສະເພາະຊາວນະຄອນຫຼວງວຽງຈັນ ໂດຍໄດ້ຈັດວາງກໍາລັງລະບາຍລົດຕາມຈຸດຕ່າງໆ ໃນໄລຍະນີ້ 400 ສະຫາຍ.

ໃນວັນທີ 8 ພະຈິກຜ່ານມາ ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມແຜນວາງກຳລັງຄຸມເຂັ້ມບຸນນະມັດສະການພະທາດຫຼວງ ໂດຍເຂົ້າຮ່ວມເປັນປະທານຂອງທ່ານ ພັນເອກ ຄຳຖະຫວາຍ ເພັດອຸໄທ ຫົວໜ້າກົມຕຳຫຼວດຈະລາຈອນ ພ້ອມດ້ວຍບັນດາອ້າຍນ້ອງພະນັກງານພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດນີ້ ທ່ານ ພັນໂທ ຢຸດຕະພົງ ສຸວັນນະສິງ ກໍໄດ້ລາຍງານແຜນການເຄື່ອນໄຫວການຄຸມເຂັ້ມນະມັດສະການພະທາດຫຼວງວ່າ: ເພື່ອເປັນການຮັບປະກັນຄວາມສະຫງົບ, ຄວາມປອດໄພຮອບດ້ານໃຫ້ແກ່ການນຳພັກ-ລັດ ແລະມວນຊົນນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດທີ່ມາທ່ຽວຫຼິ້ນບຸນປະເພນີບ້ານເຮົາມີຄວາມບີກບານມ່ວນຊື່ນທີ່ເຕັມໄປດ້ວຍຄວາມສະຫງົບປອດໄພທາງດ້ານຊີວິດ ແລະຊັບສິນ ແລະການສັນຈອນມີຄວາມສະດວກ ແລະຄອງຄົວທາງເຈົ້າໜ້າທີ່ຕໍາຫຼວດຈະລາຈອນນະຄອນຫຼວງວຽງຈັນ ຈິ່ງສ້າງແຜນການປ້ອງກັນໂດຍໃຊ້ກຳລັງທັງໝົດ 400 ສະຫາຍ ໃນນີ້ປະກອບຢູ່ 8 ຕົວເມືອງ.

ສໍາລັບຈັດເສັ້ນທາງໃນໄລຍະບຸນລົດຂົນສົ່ງມວນຊົນ, ຕຸກໆ, ຈຳໂບ້ລົດຂົນສົ່ງໂດຍສານອະນຸຍາດໃຫ້ຈອດຊົ່ວຄາວ ເພື່ອສົ່ງຄົນໂດຍສານລົງຕາມຈຸດທີ່ກໍານົດໄວ້ເຊັ່ນ: ເສັ້ນທາງຊ້າງເຜືອກເຂດບ້ານຮ່ອງໄກ່ແກ້ວ, ຕະຫຼາດທາດຫຼວງສີສັງວອນ-ໂພນໄຊ, ປະຕູໄຊ, ໂພນສະອາດ ແລະຮ່ອມໂຮງຮຽນມັດທະຍົມໜອງສ້າງທໍ່, ສະເພາະລົດຍົນ, ລົດຈັກສາມລໍ້ທີ່ມີຈຸດປະສົງໄປທ່ຽວງານບຸນ ແມ່ນໃຫ້ຈອດຕາມສະຖານທີ່ຈອດລົດທີ່ທາງຄະນະກຳມະການຈັດວາງໄວ້.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...