Homeສຸຂະພາບ ແລະ ສີ່ງແວດລ້ອມ9 ສັນຍານບອກພະຍາດຮ້າຍຈາກປະຈໍາເດືອນ ທີ່ຜູ້ຍິງຄວນຮູ້

9 ສັນຍານບອກພະຍາດຮ້າຍຈາກປະຈໍາເດືອນ ທີ່ຜູ້ຍິງຄວນຮູ້

Published on

ການເປັນປະຈຳເດືອິນ ມາເປັນປົກກະຕິທຸກເດືອນ ອາດເປັນສັນຍານທີ່ດີສຳລັບ ສຸຂະພາບຂອງແມ່ຍິງທຸກຄົນ ເພາະການມີປະຈຳເດືອນ ເປັນສິ່ງທີ່ບົ່ງບອກເຖິງ ການເຮັດວຽກຂອງລະບົບສືບພັນວ່າປົກກະຕິ ແລະການເຮັດວຽກຂອງຮ່າງກາຍພາຍໃນຂອງເຮົາມີຄວາມສົມດູນລົງໂຕ, ແຕ່ສິ່ງສຳຄັນກວ່ານັ້ນ ປະຈຳເດືອນຍັງບົ່ງບອກເຖິງສຸຂະພາບຂອງເຮົາໄດ້ອີກດ້ວຍ ໂດຍເຮົາສາມາດສັງເກດໄດ້ງ່າຍໆ ຈາກ 3 ຢ່າງຄື: ກິ່ນ, ສີ ແລະອາການດັ່ງນີ້

  1. ປະຈຳເດືອນສີເຂັ້ມ, ອອກໜ້ອຍ, ມີອາການເມື່ອຍງ່າຍ ເວລາຕ້ອງອອກແຮງງານຫຼາຍ, ອ່ອນເພຍງ່າຍກວ່າປົກກະຕິ, ເຈັບຫົວ ອາດບົ່ງບອກວ່າ ເປັນສັນຍານຂອງພະຍາດເລືອດຈາງ
  2. ປະຈຳເດືອນອອກມາເປັນສີຄ້າຍຄືເລືອດໝູ ມີເລືອດອອກພາຍໃນຫຼາຍ ອາດເປັນສັນຍານເຕືອນ ມົດລູກອັກເສບ
  3. ມີກິ່ນຜິດປົກກະຕິ, ຄັນເຈັບແສບ ໃນຊ່ອງຄອດ ຖ້າຫາກມີອາການລົງຂາວນຳ ສະແດງວ່າ ຕົກຂາວຈາກເຊື້ອໄວລັດ, ເຊື້ອແບັກທີເລຍ, ເຊື້ອລາ ໃນຊ່ອງຄອດ ຫຼືຕິດເຊື້ອໃນຊ່ອງຄອດ
  4. ປະຈຳເດືອນມາບໍ່ສະໝໍ່າສະເໝີ ບໍ່ປົກກະຕິ ໃຫ້ສັງເກດວ່າມີອາການເຈັບຫົວຕະຫຼອດ, ມີໜວດ ຫຼືຂົນຂຶ້ນຜິດທຳມະຊາດ, ນໍ້ານົມອອກມາຜິດປົກກະຕິ, ຖ້າຫາກມີອາການແບບນີ້ໃຫ້ຮີບໄປຫາແພດໝໍ ເພື່ອກວດຫາເນື້ອງອກໃນຮັງໄຂ່ ຫຼືກວດຫາຄວາມຜິດປົກກະຕິ ຂອງຕ່ອມພວກໝາກໄຂຫຼັງ ຫຼືຕ່ອມໃຕ້ສະໝອງ
  5. ປະຈຳເດືອນມາໜ້ອຍ ແລະມີອາການອ່ອນເພຍ, ເຕົ້ານົມແບບ, ຂົນຮັກແຮ້ ແລະຂົນຕາມອະໄວຍະວະຫຼົ່ນ ອາດເຄີຍຕົກເລືອດຢ່າງຮຸນແຮງ ຫຼືເປັນລົມຂະນະທີ່ເກີດລູກ, ຖ້າຫາກເປັນແບບນີ້ຄວນພົບແພດ ເພື່ອກວດຫາ ພະຍາດຊີແຮນ ຫຼືພະຍາດຕ່ອມໃຕ້ສະໝອງຂາດເລືອດ ເຮັດໃຫ້ເຮັດວຽກໜ້ອຍລົງ ແລະເຮັດໃຫ້ຮັງໄຂ່ເຮັດວຽກໜ້ອຍລົງ
  6. ປະຈຳເດືອນມາຫຼາຍຈົນມີອາການຈືດ, ຖ້າຫາກເລືອດອອກມາມີກິ່ນເໝັນ ແລະມີອາການເຈັບທ້ອງນ້ອຍ ຕ້ອງລະວັງເລືອງປີກມົດລູກອັກເສບ ຄວນໄປຫາແພດໝໍ.
  7. ປະຈຳເດືອນມາຫຼາຍ ຮ່ວມກັບມີອາການເຈັບທ້ອງເວລາເປັນປະຈຳເດືອນ ຫຼືຮູ້ສຶກເຈັບເວລາຮ່ວມເພດ ແລະເມື່ອຈັບລູບເບິ່ງທ້ອງນ້ອຍກໍຈະພົບເປັນກ້ອນ ອາດເປັນສັນຍານເນື້ອງອກໃນມົດລູກໄດ້ ເຊິ່ງຄວນພົບແພດໂດຍດ່ວນ
  8. ເຈັບເວລາເປັນປະຈຳເດືອນຈົນໜ້າຈືດ ຫຼືຖ້າຫາກເປັນມື້ສຸດທ້າຍຍິ່ງເຮັດໃຫ້ປວດຫຼາຍຂຶ້ນ ຄວນຈະໄປກວດເລື່ອງເນື້ອເຍື່ອມົດລູກ
  9. ປະຈຳເດືອນມາຫຼາຍຜິດປົກກະຕິ ຫຼາຍກວ່າ 7 ມື້, ອາດເກີດຕອນຫຼັງເກີດລູກ ຫຼືຫຼັງຈາກໃສ່ຫ່ວງຄຸມກຳເນີດ ຖືເປັນເລື່ອງປົກກະຕິ ແຕ່ຖ້າບໍ່ຕັ້ງຄັນກໍຈະເປັນໃນຊ່ວງໃດທີ່ຕຸ້ຍຫຼາຍເກີນໄປ, ມີອາການຄຽດຫຼາຍ ແລະອອກກຳລັງກາຍຈົນເກີນໄປ

ປະຈຳເດືອນເປັນສິ່ງທີ່ ທຳມະຊາດສ້າງຂຶ້ນມາ ເພື່ອຜູ້ຍິງທຸກຄົນ ຫາກເຮົາໝັ່ນສັງເກດສິ່ງຕ່າງໆ ເຫຼົ່ານີ້ຢ່າງສະໝໍ່າສະເໝີ ແລະໝັ່ນເບິ່ງແຍງໂຕເອງໃຫ້ດີ ກໍອາດສາມາດຊ່ວຍປ້ອງກັນພະຍາດໄດ້ເປັນຢ່າງດີ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...