Homeຂ່າວເຫດການກະຊວງການຕ່າງປະເທດ ເຊື່ອມຊືມ ເຜີຍແຜ່ຜົນສຳເລັດກອງປະຊຸມກຳມະບານລາວ

ກະຊວງການຕ່າງປະເທດ ເຊື່ອມຊືມ ເຜີຍແຜ່ຜົນສຳເລັດກອງປະຊຸມກຳມະບານລາວ

Published on

ກະຊວງການຕ່າງປະເທດ ເຊື່ອມຊືມ ເຜີຍແຜ່ຜົນສເລັດກອງປະຊຸມກມະບານລາວ

ວັນທີ 3 ພະຈິກ 2016 ຜ່ານມາທີ່ນະຄອນຫຼວງວຽງຈັນ ສະຫະພັນກຳມະບານກະຊວງການຕ່າງ ປະເທດໄດ້ຈັດກອງປະຊຸມເຜີຍແຜ່ ຜົນສໍາເລັດກອງປະຊຸມເປີດກວ້າງ

ຄົບຄະນະບໍລິຫານງານສູນກາງ ສະຫະພັນກຳມະບານລາວ ທົ່ວ ປະເທດຄັ້ງທີ II ສະໄໝທີ VII ເຊິ່ງໄດ້ຈັດຂຶ້ນໃນວັນທີ 29 – 30 ກັນຍາ 2016 ທີ່ນະຄອນຫຼວງ ວຽງຈັນຜ່ານມາ ເຜີຍແຜ່ໂດຍ ທ່ານ ຄຳອິນ ຄິດຈະເດດ ປະທານ ກຳມະບານ,ກະຊວງການຕ່າງປະ ເທດ, ຊຶ່ງມີສະມາຊິກກໍາມະບານ ພາຍໃນກະຊວງ ຈຳນວນ 302 ສະຫາຍ, ຍິງ 80 ສະຫາຍເຂົ້າ ຮ່ວມຟັງ

ຈຸດປະສົງໃນການເຜີຍແຜ່ຄັ້ງ ນີ້ກໍເພື່ອເຮັດໃຫ້ສະມາຊິກກໍາມະບານກະຊວງການຕ່າງປະເທດໄດ້ ຮັບຮູ້ເຂົ້າໃຈ ແລະເຊື່ອມຊຶມເນື້ອໃນຈິດໃຈຂອງກອງປະຊຸມດັ່ງກ່າວໃຫ້ຊາບທົ່ວ ເຖິງກັນພ້ອມກັນຜັນ ຂະຫຍາຍມະຕິຂອງກອງປະຊຸມໃຫ້ປາກົດຜົນເປັນຈິງ, ໂດຍສະ ເພາະແມ່ນການຜັນຂະຫຍາຍເນື້ອ ໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງ ສະຫະພັນກຳມະບານລາວວາງ ອອກ, ກອງປະຊຸມໄດ້ຮັບຟັງບາງ ເອກະສານທີ່ສຳຄັນຄື: ບົດສະຫຼຸບການຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ຜູ້ແທນສະຫະພັນກຳມະ ບານລາວທົ່ວປະເທດສະໄໝທີ VII ແລະທິດທາງແຜນການເຄື່ອນໄຫວ ວຽກງານຂອງສະຫະພັນກໍາມະ ບານປີ 2017 ແຜນຍຸດທະສາດ ພັດທະນາວຽກງານກຳມະບານ ລາວ 5 ປີ ຄັ້ງທີ 3 ປີ 2016 -2020 ແຜນຍຸດທະສາດພັດທະນາວຽກງານກຳມະບານລາວ 10 ປີ 2016 – 2025 ແລະວິໄສທັດ ຮອດປີ 2030 ການຈັດຕັ້ງປະຕິ ບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນ ເຈົ້າຂອງສະຫະພັນກໍາມະບານ ລາວວາງອອກ, ບາງບົດໂອ້ລົມ ທີ່ສຳຄັນຂອງທ່ານ ໄຊສົມພອນ ພົມວິຫານ ກົມການເມືອງສູນ ກາງພັກ, ປະທານສູນກາງແນວ ລາວສ້າງຊາດ ແລະເອກະສານ ອື່ນໆ ທີ່ກອງປະຊຸມຄົບຄະນະໄດ້ ນຳມາປຶກສາ ແລະພິຈາລະນາຮັບຮອງ.

ຕອນທ້າຍ ທ່ານ ຄຳອິນຄິດ ຈະເດດ ຍັງໄດ້ເນັ້ນເຖິງບົດບາດຄວາມສໍາຄັນຂອງກຳມະບານລາວ ພາຍໃຕ້ການນຳພາຂອງພັກ ໄດ້ປະກອບສ່ວນພາລະກິດຂອງຕົນເຂົ້າໃນການຕໍ່ສູ້ກູ້ຊາດ, ເຕົ້າໂຮມກຳລັງປະຕິວັດນຳພາຊົນຊັ້ນກຳມະກອນຕໍ່ສູ້ຍາດເອົາເອກະລາດ, ເສລີພາບ ແລະສັນຕິສຸກມາສູ່ປວງ ຊົນລາວທັງຊາດ. ໃນປະຈຸບັນກຳມະບານລາວກໍຄືຊາວຜູ້ອອກແຮງງານລາວ ກໍໄດ້ເປັນເຈົ້າການໃນ ການປົກປັກຮັກສາ ແລະພັດທະນາ ເສດຖະກິດ-ສັງຄົມຢ່າງຕັ້ງໜ້າ, ຮຽກຮ້ອງໃຫ້ສະມາຊິກກຳມະບານ

ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມ ໂດຍສະເພາະແມ່ນຂໍ້ແຂ່ງຂັນ 5 ເປັນເຈົ້າໄປຜັນຂະຫຍາຍໃຫ້ປາ ກົດຜົນເປັນຈິງ, ເຊີດຊູຄວາມເປັນ ເຈົ້າການໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະແນວທາງ ການຕ່າງປະເທດຂອງພັກ ແລະລັດຖະບານ, ປົກປັກຮັກສາ ແລະ ກໍ່ສ້າງປະເທດຊາດໃຫ້ມີຄວາມຈະເລີນກ້າວໜ້າ ແລະວັດທະນາ ຖາວອນ ເພື່ອນຳເອົາຄວາມສົມ ບູນພູນສຸກມາໃຫ້ປະຊາຊົນລາວ ບັນດາເຜົ່າໃນຕໍ່ໜ້າຢ່າງແທ້ຈິງ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...