spot_img
Homeນານາສາລະຜົນຮ້າຍທີ່ອາດເກີດຂຶ້ນໄດ້ຫຼັງການດັດແຂ້ວ

ຜົນຮ້າຍທີ່ອາດເກີດຂຶ້ນໄດ້ຫຼັງການດັດແຂ້ວ

Published on

ການດັດແຂ້ວນອກສະຈາກຈະໃຫ້ຄວາມງາມແລ້ວ ທ່ານຮູ້ອີກບໍ່ວ່າຍັງມີຜົນຮ້າຍຕາມມາເຊັ່ນ:

1.ມີການສູນເສຍແຮ່ຮາຕຸຂອງເຄືອບແຂ້ວ ແລະແຂ້ວເປັນແມງ

ການມີເຄື່ອງມືຈັດແຂ້ວໃນປາກມັກເຮັດໃຫ້ຄາບຈຸລິນຊີຫຼາຍຂຶ້ນ PH ໃນປາກກໍຫຼຸດລົງ ເກີດການສູນເສີຍແຮຮາຕຸ (demineralization) ເຫັນເປັນຮອຍສີຂາວເຖິງຜິວລຽບຂອງແຂ້ວດັ່ງຮູບຂ້າງລຸ່ມ ຖ້າເຮົາອະນາໄມຜົ້ງປາກໄດ້ ແລະຮ່ວມກັບທັນຕະກໍາປ້ອງກັນເຊັ່ນ: ການໃຊ້ຟລູອໍໄຣດ໌ເສີມໃນຮູບແບບຕ່າງໆ ກໍຈະມີໂອກາດສະສົມແຮ່ຮາຕຸຄືນໄດ້ບໍ່ເປັນຫຍັງ ແຕ່ຖ້າປະໃຫ້ອະນາໄມຜົ້ງປາກນ້ອຍລົງຮ້ອຍດັ່ງກ່າວຈະກາຍເປັນແມງມີຜົນຕໍ່ອາຍຸການແຂ້ວແນ່ນອນ.

1

2.ອັນຕະລາຍຕໍ່ເຄືອບແຂ້ວໂດຍກົງ

ຫາກມີການຈັດວາງດອກແຂ້ວຢ່າງບໍ່ລະວັງແລ້ວແຂ້ວຄູ່ສົບລົງເທິງດອກແຂ້ວແຮງຫຼາຍກໍເປັນອັນຕະລາຍຕໍ່ເຄືອບແຂ້ວໄດ້ ຈຸດຊ່ຽງຈະຢູ່ທີ່ປາຍແຂ້ວໜ້າເບື້ອງເທິງກັບປຸ່ມຍອດແຂ້ວດ້ານຕິດກັບແກ້ມຂອງແຂ້ວ ການໃຊ້ເຄື່ອງມືຢ່າງໂຕກົດແບນ, ໂຕຖອດແບນໂດຍບໍ່ລະວັງກໍເປັນອັນຕະລາຍຕໍ່ແຂ້ວໄດ້ ໂດຍສະເພາະແຂ້ວອອກໃຫມ່ໆນີ້ຊ່ຽງທີ່ຈະແຕກໄດ້ຫາກຖືກການກະທົບໂດຍບໍ່ຕັ້ງໃຈ ໃນຂັ້ນຕອນການຖອດດອກແຂ້ວກໍຕ້ອງລະວັງ ແຕ່ເລື່ອງພວກນີ້ຖ້າບໍ່ເຖິງກັບເຄືອບແຂ້ວໂຄະອອກກໍຈະບໍ່ມີຜົນກັບອາຍຸການໃຊ້ງານຂອງແຂ້ວ.

  1. ແຂ້ວຕາຍ

ແຮງໃນການຈັດແຂ້ວຈະມີຜົນກະທົບຕໍ່ຄວາມສາມາດໃນການໃຊ້ອໍຊີເຈນຂອງເຊລໃນຜົ້ງປະສານແຂ້ວ ຍິ່ງແຮງດຶງແຂ້ວຫຼາຍ ຫຼືຍິ່ງດຶງດົນໆກໍຍິ່ງລົບກວນລະບົບໄຫຼວຽນໃນຜົ້ງປະສາດແຂ້ວ ດັ່ງນັ້ນຈຶ່ງຕ້ອງພະຍາຍາມໃຊ້ແຮງໜ້ອຍໆຢ່າງຕໍ່ເນື່ອງ ເພື່ອໃຫ້ມີການອັບເສບໃນຜົ້ງປະສາດແຂ້ວເລັກຫນ້ອຍ ແລະຍັງກັບຄືນພາວະປົກກະຕິໄດ້ ມີລາຍງານວ່າແຂ້ວທີ່ຕາຍຈາກການດັດຝັນມີຫນ້ອຍເມື່ອທຽບກັບຈໍານວນຜູ້ເຂົ້າຮັບການດັດຝັນ ແຕ່ຖ້າເກີດແຂ້ວຕາຍຂຶ້ນມາແທ້ແລ້ວປະໄວ້ບໍ່ຮັກສາຄອງຮາກແຂ້ວກໍຈະເກີດການລະລາຍຕົວຂອງຂອງຮາກແຂ້ວ ແລະມີພາວະອັບເສບຮຸນແຮງຈົນສູນເສຍແຂ້ວໄດ້.

  1. ຮາກແຂ້ວລະລາຍຕົວ

ເກີດຈາກແຮງຈັດແຂ້ວເຮັດໃຫ້ສະສົມ hyalin ໃນເອັນຢືດປຣິທັນຕ໌ສົ່ງຜົນໃຫ້ການທຳງານຂອງເຊວທີ່ເຮັດໜ້າທີ່ລະລາຍກະດູກ ແລະລະລາຍເຄືອບຮາກແຂ້ວ (osteoclast ແລະ cementoclast) ການລະລາຍຈະເປັນການລະລາຍຈາກພາຍນອກ  (external root resorption) ຈະເກີດຂຶ້ນທັ້ງປາຍຮາກ ຫຼືດ້ານຂ້າງຮາກ ຈະເຫັນໄດ້ຊັດເຊນໃນການຖ່າຍລັງສີ ມັກເກີດກັບແຂ້ວຮາກນ້ອຍໆໄດ້ແກ່ແຂ້ວໜ້າດ້ານລຸ່ມ ຫຼືຮາກແຂ້ວດ້ານຕິດກັບຜົ້ງແກ້ມ ລະດັບການລະລາຍຕົວສ່ວນຫຼາຍບໍ່ເກີນ 2 ມມ. ແລະມີລາຍງານຢືນຢັນວ່າເກືອບຈະບໍ່ຜົນຕໍ່ຄວາມທົນຂອງແຂ້ວ ( ຖ້າບໍ່ລະລາຍຕົວຫຼາຍ )

 

ເນື່ອງດ້ວຍເຄື່ອງມືຈັດແຂ້ວນັ້ນເຮັດໃຫ້ການດູແລອະນາໄມຜົ້ງປາກລໍາບາກຂຶຶ້້້້ນ ຫາກເຮົາອະນາໄມຜົ້ງບໍ່ໄດ້ກໍເກີດພາວະປຣິທັນຕ໌ອັກເສບຂຶ້ນຈົນສູນເສຍຂອງອະໄວຍະວະປຣິທັນຕ໌ບາງສ່ວນໄປ ຈະເຫັນໄດ້ຊັດເຈນວ່າມີເຮືອກໄຄ່ ຖ້າເສຍອະໄວຍະວະປຣິທັນຕ໌ ຫຼາຍຍ່ອມມີຜົນຕໍ່ອາຍຸການໃຊ້ງານຂອງ.

ຈະເຫັນໄດ້ສ່ວນໜຶ່ງທີ່ແພດຮັກສາເຮົາຢ່າງຮອບຄອບ ຫຼືບໍ່ ສ່ວນໜຶ່ງຢູ່ທີ່ເຮົາໃສ່ໃຈອະນາໄມຜົ້ງປາກຕົນເອງ ຫຼືບໍ່ ຖ້າດີທັ້ງສອງສ່ວນກໍ່ບໍ່ຕ້ອງກັງວົນເລື່ອງການຈັດແຂ້ວ.

 

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...