spot_img
Homeຊີວິດແລະຄວາມຮັກຫຶງຫວງແບບໃດ ບໍ່ໃຫ້ເຂົາລຳຄານ

ຫຶງຫວງແບບໃດ ບໍ່ໃຫ້ເຂົາລຳຄານ

Published on

ໃນເລື່ອງຂອງຄວາມຮັກ ຄົນທີ່ເປັນແຟນກັນຈະຮູ້ສຶກຫຶງຫວງກັນ ກໍເປັນເລື່ອງທຳມະດາ ແຕ່ການສະແດງອອກນັ້ນ ກໍໃຫ້ເໝາະສົມ ຢ່າຫຶງຫວງກັນເກີນໄປຈົນເຮັດໃຫ້ຝ່າຍໜຶ່ງເກີດອາການລຳຄານໄດ້

  1. ຢ່າໃຫ້ອາລົມມາຄວບຄຸມເຫດຜົນ ຫາກເຮົາໃຊ້ອາລົມຢ່າງດຽວ ອາດຈະໃຈຮ້າຍຈົນບໍ່ຟັງເຫດຜົນຂອງຄົນອື່ນ
  2. ຢ່າສະແດງອອກໜ້າອອກຕາ ແລະທີ່ສຳຄັນ ຢູ່ນຳຫຼາຍຄົນຢ່າຫຶງຫຼາຍຈົນເກີນໄປ ຈົນເຮັດໃຫ້ໂຕເອງເປັນເປົ້າສາຍຕາຂອງຄົນອື່ນ ແລະຈະເຮັດໃຫ້ເຈົ້າ ແລະແຟນຮູ້ສຶກອາຍໄດ້
  3. ປ່ຽນວິທີການ ແທນທີ່ຈະຮ້າຍອອກມາ ປ່ຽນເປັນການສະແດງອອກ ໃຫ້ເຂົາຮູ້ສຶກເຫັນໃຈ ແລະເຫັນຄວາມສຳຄັນຂອງເຮົາຈະດີກວ່າ
  4. ເກັບອາລົມ ເບິ່ງເຫດການໃຫ້ດີໆ ບໍ່ແມ່ນພົບເຫດການນັ້ນໃດໜຶ່ງແລ້ວ ຮູ້ສຶກຫຶງແລ້ວກໍສະແດງອອກມາທັນທີ, ເບິ່ງຈັງຫວະກ່ອນວ່າເໝາະສົມ ຫຼືບໍ່, ຫາກເຫັນວ່າບໍ່ສົມຄວນ ກໍຄວນເກັບໄວ້ຖາມກັບນຳຫຼັງຈະດີກວ່າ
  5. ຢ່າຮູ້ສຶກຫຶງຫຼາຍເກີນໄປ ບໍ່ແມ່ນວ່າ ຈະໄປໃສກັບໝູ່ກໍບໍ່ໄດ້ ຕ້ອງຖາມ ຕ້ອງລະແວງຕະຫຼອດ ຖ້າເຮັດແບບນີ້ຈະເຮັດໃຫ້ເຂົາລຳຄານໄດ້

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...