spot_img
Homeຊີວິດແລະຄວາມຮັກເຮົາຈະປະຕິບັດຕົວແບບແນວໃດດີກັບຄົນຮັກທີ່ນອກໃຈເຮົາ

ເຮົາຈະປະຕິບັດຕົວແບບແນວໃດດີກັບຄົນຮັກທີ່ນອກໃຈເຮົາ

Published on

ຄົນສ່ວນຫຼາຍຈະທົນເລື່ອງອື່ນໆໄດ້ໝົດ ແຕ່ຍົກເວັ້ນເລື່ອງການນອກໃຈຈາກຄົນຮັກ ເຊິ່ງເລື່ອງນີ້ແມ່ນມີຜົນກະທົບຕໍ່ຄວາມຮູ້ສຶກສູງຫຼາຍກວ່າເລື່ອງອື່ນໆ ແຕ່ທ່ານເຊື່ອ ຫຼື ບໍ່ວ່າ ຫຼັງຈາກເຫດການນອກໃຈໄດ້ຜ່ານພົ້ນໄປແລ້ວນັ້ນ ຫຼາຍໆຄູ່ກໍ່ຈະກັບມາເຂົ້າໃຈກັນຫຼາຍຂຶ້ນກວ່າເກົ່າ ຫຼື ມີບາງຄູ່ກໍ່ປ່ຽນຄວາມຮູ້ສຶກໄປເລີຍກໍ່ມີ ແຕ່ເລື່ອງພວກນີ້ມັນກໍ່ຂຶ້ນກັບພື້ນຖານຄວາມຮັກຂອງແຕ່ລະຄູ່ບໍ່ຄືກັນ ບາງຄູ່ມີພື້ນຖານຄວາມຮັກແຕ່ງງານກັນດ້ວຍໃຈດ້ວຍຄວາມຮັກຄວາມຍິນດີຂອງທັງສອງຝ່າຍ ແຕ່ບາງຄູ່ກໍ່ແຕ່ງງານກັນດ້ວຍມີເຫດຜົນບາງຢ່າງ ເຊິ່ງຜົນໄດ້ຮັບຈາກເຫດການເລື່ອງແບບນີ້ຈິ່ງມີຈຸດຈົບທີ່ແຕກຕ່າງກັນອອກໄປ ແຕ່ຖ້າຫາກຄົນໃດບໍ່ຢາກມີຄວາມຮູ້ສຶກເຈັບທໍລະມານໃຈ ຫຼື ບໍ່ຢາກເສຍຄົນຮັກໄປ ໃນຄໍລຳ ຊີວິດ ກັບ ຄວາມຮັກ ວັນນີ້ເຮົາມີວິທີປະຕິບັດຕົວກັບຄົນຮັກຫຼັງເກີດເຫດການຈັບໄດ້ເລື່ອງການນອກໃຈມາຝາກກັນ

  1. ຢ່າໂວຍວາຍ ເມື່ອຈັບໄດ້ວ່າຄົນຮັກນອກໃຈ ຢ່າເຮັດໃຫ້ເລື່ອງທີ່ມັນຮ້າຍແຮງຢູ່ແລ້ວກັບເກີດບັນຫາຂຶ້ນຕື່ນ
  2. ຢ່າເຮັດປະຊົດຊີວິດ ຫຼື ປະຊົດຄົນຮັກດ້ວຍການໄປມີຄວາມສຳພັນກັບຄົນອື່ນຄືກັນ ເພາະມັນຍິ່ງສ້າງຄວາມວຸ້ນວາຍໃນຊີວິດຄູ່ຂອງທ່ານແບບບໍ່ຈົບສິ້ນ
  3. ຢ່າຄາດຫວັງໄວ້ສູງວ່າເລື່ອງທຸກຢ່າງຈະກັບມາເປັນຄືເກົ່າ ເພາະຖ້າຫວັງແລ້ວບໍ່ໄດ້ດັ່ງຫວັງໄວ້ກໍ່ຈະຮູ້ສຶກຜິດຫວັງເຈັບປວດ
  4. ສຳລັບຄົນທີ່ເປັນຝ່າຍນອກໃຈກໍ່ຄວນຢຸດຕິການກະທຳທີ່ສົ່ງຜົນດ້ານລົບທາງໃນທາງຈິດໃຈຂອງຄົນຮັກ ແຕ່ຖ້າທ່ານຄິດວ່າບໍ່ສາມາດເລີກກັບເຂົາຄົນໃໝ່ໄດ້ກໍ່ຄວນບອກຄວາມຈິງກັບເຂົາດີກວ່າແອບທຳຮ້າຍເຂົາໄປວັນໆ
  5. ສຳລັບຄົນທີ່ແອບໄປນອກໃຈເມື່ອຖືກຈັບໄດ້ວ່າຕົວທ່ານແອບໄປນອກໃຈຄົນຮັກ ຫາກທ່ານຍັງຮັກເຂົາຢູ່, ຢາກໃຊ້ຊີວິດຄູ່ກັບເຂົາຢູ່ທ່ານຕ້ອງຕັດສິນໃຈດັດຂາດເລີກກັບບັນດາກິ໊ກກັກ ຫຼື ເມຍນ້ອຍ,ຜົວນ້ອຍຂອງທ່ານ ແລະ ສ້າງຄວາມເຊື່ອໝັ້ນໃຫ້ກັບຄົນຮັກຂອງທ່ານອີກຄັ້ງ
  6. ຫຼັງຈາກຈັບໄດ້ວ່າແຟນທ່ານນອກໃຈແລ້ວ ເມື່ອເຂົາສຳນຶກຜິດແລ້ວທ່ານກໍ່ຄວນຮູ້ຈັກໃຫ້ອະໄພ ແລະ ຢ່າໄປເວົ້າຕອກຢ້ຳເລື່ອງເກົ່າໆທີ່ມັນບໍ່ດີ ຫຼື ນຳເລື່ອງບໍ່ດີແບບນີ້ໄປເລົ້າໃຫ້ຄົນອື່ນໄດ້ຮັບຮູ້ ເພາະມັນຈະເຮັດ ໃຫ້ເຂົາເສຍຄວາມຮູ້ສຶກ, ອັບອາຍ ແລະ ອາດຈະບໍ່ຄິດເລີກເຮັດໂຕເຈົ້າຊູ້ຫຼາຍໃຈກໍ່ເປັນໄປໄດ້

ຕາມທິດສະດີແລ້ວ ຄວາມຈິງມັນກໍ່ບໍ່ແມ່ນເລື່ອງຢາກທີ່ທຸກຄົນຈະຫັນໜ້າຫາກັນເພື່ອປັບທັດສະນະຄະຕິໃໝ່ ປັບປຸງຕົວໃໝ່ ເພື່ອໃຫ້ຄວາມຮັກສາມາດໄປນຳກັນໄດ້ ແຕ່ທາງປະຕິບັດຕົວຈິງຫຼາຍທ່ານອາດຄິດວ່າມັນຄົງເຮັດໄດ້ຍາກ ເພາະຄວາມຮູ້ສຶກມັນເປັນເລື່ອງລະອຽດອ່ອນ ເມື່ອມັນເສຍໄປແລ້ວກໍ່ຍາກທີ່ຈະກັບມາຄືເກົ່າໄດ້ ແຕ່ໃນໂລກນີ້ມັນບໍ່ມີທິດສະດີຕາຍຕົວ ທຸກຢ່າງເກີດຂຶ້ນໄດ້ ແລະ ເກີດຂຶ້ນບໍ່ໄດ້ ເພາະທຸກຢ່າງມັນຂຶ້ນກັບຕົວເຮົາເອງເປັນຜູ້ກຳນົດ ວ່າຈະໃຫ້ເລື່ອງແບບນີ້ຈົບລົງໃນຮູບແບບໃດແທ້

ຂໍ້ມູນຈາກ: http://www.pantown.com/board.php?id=21170&area=3&name=board10&topic=21&action=view
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...