Homeຂ່າວພາຍ​ໃນລາງວັນໃນການແຂ່ງຂັນເຮືອຊ່ວງທີ່ທ່າວັດຈັນປະຈຳປີ 2016

ລາງວັນໃນການແຂ່ງຂັນເຮືອຊ່ວງທີ່ທ່າວັດຈັນປະຈຳປີ 2016

Published on

ງານບຸນຊ່ວງເຮືອປະເພນີທ່າວັດຈັນປະຈໍາປີ 2016 ໄດ້ຈົບລົງໃນຕອນແລງວັນທີ 17 ຕຸລານີ້, ທີ່ນະຄອນຫຼວງວຽງຈັນ ເຮືອປະເພນີຊາຍ ເຮືອທະນາຄານຮ່ວມພັດທະນາ(JDB), ໄດ້ເປັນເຈົ້າຄອງໜ້ານໍ້າທ່າວັດຈັນ ໃນຈໍານວນເຮືອຊ່ວງ 25 ລໍາ ແລະ ໄດ້ຮັບລາງວັນມູນຄ່າ 30 ກວ່າລ້ານກີບ.

8869

ຜ່ານການແຂ່ງຂັນຢ່າງດຸເດືອດດ້ວຍຈັງວະສີພາຍທີ່ພ້ອມພຽງແລະເຂົ້າສູ່ຫຼັກໄຊຢ່າງວ່ອງໄວ ປະເພດເຮືອປະເພນີຊາຍ 55 ສີພາຍ ຊະນະເລີດໄດ້ແກ່ ເຮືອທະນາຄານຮ່ວມພັດທະນາ (JDB) ໄດ້ຮັບຂັນເງິນໜັກ 1 ກິໂລກຣາມ ພ້ອມເງິນສົດ 20,000,000 ກີບ, ຮອງອັນດັບທີໜຶ່ງເຮືອລາວໂຕໂຍຕາ ໄດ້ຮັບຂັນລາງວັນເງິນໜັກ 0,75 ກິໂລກຣາມ ພ້ອມເງິນສົດ 15 ລ້ານກີບແລະຮອງອັນດັບທີສອງ ເຮຶືອຫຼວງພະບາງ ໄດ້ຮັບຂັນລາງວັນເງິນໜັກ 0,5 ກິໂລກຣາມ ພ້ອມເງິນສົດ 10 ລ້ານກີບ.

ຂະນະທີ່ເຮືອປະເພນີຍິງ 55 ສີພາຍ ທີ 1 ໄດ້ແກ່ ເຮືອບ້ານແສນດິນ (ບໍລິສັດແສງເພັດກໍ່ສ້າງ) ໄດ້ຮັບຂັນລາງວັນເງິນໜັກ 1 ກິໂລກຣາມ ພ້ອມເງິນສົດ 20,000,000 ກີບ, ຮອງອັນດັບທີໜຶ່ງເຮືອລາວໂຕໂຍຕາ ໄດ້ຮັບຂັນລາງວັນເງິນໜັກ 0,75 ກິໂລກຣາມ ພ້ອມເງິນສົດ 15 ລ້ານກີບ, ຮອງອັນດັບທີສອງ ເມືອງຈັນທະບູລີ ໄດ້ຮັບຂັນລາງວັນເງິນໜັກ 0,5 ກິໂລກຣາມ ພ້ອມເງິນສົດ 10 ລ້ານກີບ ແລະ ຮອງອັນດັບທີສາມເຮືອປະເພນີຊາຍ ເຮືອເທບແສງມະນີ ແລະ ເຮືອປະເພນີຍິງ ເຮືອບ້ານຫາດກ້ຽງ ໄດ້ຮັບເງິນລາງປະເພດລະ 6,000,000 ກີບ.

1136

ສ່ວນເຮືອສູດຊາຍທີໜຶ່ງໄດ້ແກ່ ເຮືອນາວາສັກສິດໄດ້ຮັບຂັນເງິນໜັກ 1 ກິໂລ ພ້ອມເງິນສົດ 15,000,000 ກີບ, ທີສອງເຮືອພອນພະແກ້ວ ໄດ້ຮັບຂັນລາງວັນເງິນໜັກ 0,75 ກິໂລກຣາມ ພ້ອມເງິນສົດ 10,000,000ກີບ, ທີສາມເຮືອເທບທິດາສ້ອຍຟ້າ ໄດ້ຮັບຂັນລາງວັນເງິນໜັກ 0,5 ກິໂລກຣາມ ພ້ອມເງິນສົດ 5,000,000ກີບ ແລະ ສີ່ ເຮືອນາງສາວຍອດຄໍາ ໄດ້ຮັບເງິນລາງວັນ 4,000,000 ກີບ. ນອກນັ້ນຍັງມີລາງວັນເຊີ້ງງາມ ເຮືອຫົງແມ່ຍ່າ ໄດ້ຮັບເງິນສົດ 5,000,000ກີບ ແລະ ລາງວັນເຮືອໄຟງາມ ໄດ້ແກ່ເຮືອເມືອງຈັນທະບູລີ ໄດ້ຮັບເງິນລາງວັນ 3,000,000 ກີບ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...