Homeປ່ອງຢ້ຽມດວງດາວຈີນ​ປະສົບ​ຜົນສຳ​ເລັດ​ໃນ​ການສົ່ງຍານ​ອະວະກາດ​ເສີນ​ໂຈ່ວ 11 ຂື້ນສູ່​ອະວະກາດ

ຈີນ​ປະສົບ​ຜົນສຳ​ເລັດ​ໃນ​ການສົ່ງຍານ​ອະວະກາດ​ເສີນ​ໂຈ່ວ 11 ຂື້ນສູ່​ອະວະກາດ

Published on

ສູນ​ຍິງ​ສົ່ງ​ດາວ​ທຽມ​ຈິ​ວສວນ ​ແລະ ​ເຂົ້າສູ່​ວົງ​ໂຄຈອນ​ຢ່າງ​​ແນ່ນອນ​ໃນ​ເວລາ 7:49 ​ໂມງ​ຂອງ​ວັນ​ທີ 17 ຕຸລາ​ນີ້ ​ໂດຍ​ໃນ​ຍານດັ່ງກ່າວມີ​ນັກ​ບິນ​ອະວະກາດ 2 ຄົນ ທີ່ຈະ​ປະຕິບັດ​ໜ້າ​ທີ່​ເຊື່ອມ​ຕໍ່​ກັບ​ຍານ​ອະວະກາດ “ທ່ຽນ​ກົ່ງ 2” ຢູ່​ອະວະກາດ. ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ, ປະທານ​ປະ​ເທດ​, ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ ທີ່ຢູ່​ໃນ​ໄລຍະ​ເຂົ້າຮ່ວມ​ກອງ​ປະຊຸມ​ພົບ​ປະລະ​ຫວ່າງ​ຜູ້ນຳ​ບັນດາ​ປະ​ເທດ​ບຣິກສຄັ້ງທີ 8 ຢູ່​ອິນ​ເດຍ ​ໄດ້​ສົ່ງ​ໂທລະ​ເລກ​ຊົມ​ເຊີຍ​ຕໍ່​ຜົນສຳ​ເລັດ​​ໃນການ​ຍິງ​ສົ່ງ​ຍານ​ອະວະກາດ​ຄັ້ງນີ້​ ​​ເຊິ່ງ​ໃນ​ໂທລະ​ເລກຂຽນວ່າ: ຂ້າພະ​ເຈົ້າຮູ້ສຶກ​ປິຕິ​ຊົມ​ຊື່ນ​ທີ່​ໄດ້​ຮັບ​ຂ່າວ​ວ່າ ກາ​ນຍິງ​ສົ່ງ​ຍານອະວະກາດ​ບັນທຸກ​ມະນຸດ “​ເສີນ​ໂຈ່​ວ 11 “ ​ໄດ້​ຮັບ​ຜົນສຳ​ເລັດ ​​ໂດຍ​ໃນໂອກາດ​ນີ້, ຂ້າພະ​ເຈົ້າຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງສຸດ​ໃຈ ​ແລະ ຄວາມຢື້​ຢາມ​ຖາ​ມຂ່າວ​ຢ່າງ​ຈິງ​ໃຈ​ມາ​ຍັງ​ພະນັກງານໝົດ​ທຸກ​ຄົນ ​ທີ່​ເຂົ້າຮ່ວມ​ການຄົ້ນຄວ້າ​, ​ການ​ຍິງ​ສົ່ງ ລວມທັງນັກ​ບິນ​ອະວະກາດທັງ​ສອງຄົນ​ອີກ​ດ້ວຍ.

5766

ທ່ານ​ສີ​ຈິ້ນ​ຜິງ ຊີ້​ວ່າ: ຍານ “ທ່ຽນ​ກົ່ງ 2” ​ແລະ​ຍານ “​ເສີນ​ໂຈ່​ວ 11” ທີ່​ປະຕິບັດ​ໜ້າ​ທີ່​ການບິນ​ບັນທຸກ​ມະນຸດ​ຄັ້ງນີ້ ຈະ​ບັນລຸ​ເປົ້າໝາຍ​ໃຫ້​ນັກ​ບິນ​ອະວະກາດ​ຈີນ​ປະຈຳ​ຢູ່​ວົງ​ໂຄຈອນ​​ໃນ​ໄລຍະ​ກາງ ​ເພື່ອ​ດຳ​ເນີນ​ການ​ທົດ​ລອງ​ປະຍຸກ​ໃຊ້​ວິທະຍາສາດ​ອະວະກາດ ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ລະດັບຄວາມ​ກ້າວໜ້າ​ຂອງ​ວິທະຍາສາດຈີນ​ໃນ​ສາກົນ ​ແລະ ທິດ​ທາງ​ການ​ພັດທະນາ​ເຕັກນິກ​ໃໝ່​ທັນ​ສະ​ໄໝ, ທັງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ​ໂຄງການ​ການບິນ​ອະວະກາດ​ບັນທຸກ​ມະນຸດ​ຂອງ​ຈີນ​ໄດ້​ຮັບ​ຄວາມ​ຄືບ​ໜ້າສຳຄັນ​ໃໝ່​

5799 16222 1623

ຂ່າວຈາກ: ຂ່າວເອບີຊີລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...