spot_img
Homeຂ່າວເຫດການກະຊວງແຮງງານລົງຊຸກຍູ້ ຊ່ວຍເຫລືອປະຊາຊົນ 2 ແຂວງພາກເໜືອ

ກະຊວງແຮງງານລົງຊຸກຍູ້ ຊ່ວຍເຫລືອປະຊາຊົນ 2 ແຂວງພາກເໜືອ

Published on

ລະຫວ່າງວັນທີ 10-13 ຕຸລານີ້, ທ່ານນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພ້ອມຄະນະ ໄດ້ລົງຊຸກຍູ້ຢຽ້ມຢາມ, ໂອ້ ລົມ ແລະ ເຮັດວຽກຢູ່ 2 ແຂວງພາກເໜືອຄື: ຫລວງພະບາງ ແລະ ໄຊຍະບູລີ, ເພື່ອສ້າງ ກຳລັງໃຈໃຫ້ກັບພະນັກງານຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ສືບຕໍ່ເຮັດໜ້າທີ່ຂອງຕົນດ້ວຍຜົນສຳເລັດ.

ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ຍັງໄດ້ເນັ້ນໃຫ້ທ້ອງຖິ່ນ ກໍຄືພະແນກແຮງງານແຂວງ ຈົ່ງພ້ອມກັນສືບຕໍ່ໃນການຈັດຕັ້ງປະຕິບັດທີ່ວຽກງານພັກ ແລະ ລັດຖະບານມອບຫມາຍດ້ວຍຄວາມຕັ້ງໜ້າ, ໂດຍສະເພາະວຽກງານແຮງງານ ແລະ ວຽກງານປະກັນສັງຄົມ ເພື່ອໃຫ້ປະເທດຊາດ ກໍໍຄືປະຊາຊົນລາວ ໄດ້ຮັບຮູ້ກ່ຽວກັບການຈັດ ຕັ້ງປະຕິບັດກົດຫມາຍ ແລະ ດຳລັດຕ່າງໆວາງອອກຢ່າງເຂັ້ມງວດ ແລະ ຮູ້ວາງແຜນ ຄົນ, ແຜນວຽກໃນການຈັດຕັ້ງປະຕິບັດວຽກງານແບບໃໝ່, ເຮັດວຽກແບບລວມສູນປະຊາ ທິປະໄຕເປັນໝູ່ຄະນະ.

ນອກນີ້ ຮອງລັດຖະມົນຕີ ຍັງໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພພິບັດຢູ່ສອງແຂວງດັ່ງກ່າວມີມູນຄ່າເກືອບ 200 ລ້ານກີບ ແລະ ເຄື່ອງອຸປະໂພກບໍລິໂພກຈຳນວນໜຶ່ງ ເພື່ອສືບຕໍ່ນຳໄປແຈກຢາຍໃຫ້ປະຊາຊົນ ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ ແລະ ຄອບຄົວຜູ້ທີ່ທຸກ ຢູ່ບັນດາເມືອງດັ່ງກ່າວໃຫ້ທົ່ວເຖິງ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...