Homeຂ່າວທ້ອງຖິ່ນຝົນຕົກໜັກຕິດຕໍ່ກັນຫຼາຍຊົ່ວໂມງ ເຮັດໃຫ້ນ້ຳຖ້ວມຕົວເມືອງສະຫວັນນະເຂດ

ຝົນຕົກໜັກຕິດຕໍ່ກັນຫຼາຍຊົ່ວໂມງ ເຮັດໃຫ້ນ້ຳຖ້ວມຕົວເມືອງສະຫວັນນະເຂດ

Published on

 

ອີງຕາມການລາຍລານຂອງນັກຂ່າວປະຈຳທ້ອງຖິ່ນແຂວງສະຫວັນນະເຂດ ມື້ວານນີ້ 15 ກໍລະກົດ 2014, ເນື່ອງຈາກຝົນຕົກໜັກເລິ່ມແຕ່ຕອນກາງຄືນຕອງວັນທີ 14 ກໍລະກົດ ຕໍ່ໃສ່ຕອນເຊົ້າ ຂອງວັນທີ 15 ເຮັດໃຫ້ເກີດສະພາບນ້ຳຖ້ວມຂັງ ໃນເຂດຕົວເມືອງຂອງແຂວງສະຫວັນນະເຂດ ແລະຝົນສືບຕໍ່ຕົກລົງເລື້ອຍໆ ນ້ຳຈຶ່ງສືບຕໍ່ຖ້ວມຈົນຮອດຕອນບ່າຍ. ຕໍ່ສະພາບດັ່ງກ່າວນັ້ນ ເຮັດໃຫ້ນ້ຳໄຫຼຖ້ວມເສັ້ນທາງສັນຈອນ, ໄຫຼເຂົ້າອາຄານບ້ານເຮືອນ, ຮ້ານຄ້າ ແລະອື່ນໆ ສ້າງຄວາມຫຍຸ້ງຍາກຕໍ່ການດຳລົງຊີວິດຂອງປະຊາຊົນ.

ແນວໃດກໍຕາມ ຍັງບໍ່ໄດ້ມີລາຍງານລາຍລະອຽດຂອງຄວາມເສຍຫາຍ, ຜູ້ບາດເຈັບ ຫຼືເສຍຊີວິດແຕ່ຢ່າງໃດ

998138_491304914347837_516888504796699252_n1924333_491305011014494_2756254333005062855_n10355799_286829228155522_7398952695375823234_n10394095_286821794822932_4375681607732227085_n10497285_320479461460102_534853037616695595_o10502133_286820184823093_7395679661162779818_n10527387_320486124792769_8965607475651973953_n

ຂ່າວແລະພາບ: ດາວດິນ ຖິ່ນຈຳພອນ

ບົດຄວາມຫຼ້າສຸດ

ທ່ານ ທອງລຸນ ສີສຸລິດ ສົ່ງຄໍາອວຍພອນອັນອົບອຸ່ນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ

ວັນທີ 01 ຕຸລາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາ ຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ

ໃນຕອນບ່າຍຂອງວັນທີ 1 ຕຸລາ 2026 ທີ່ ຫໍປະຊຸມແຫ່ງຊາດ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ...

ກອງປະຊຸມສະໄໝສາມັນເທື່ອທີ 2 ຈະພິຈາລະນາ 6 ບັນຫາສຳຄັນຂອງຊາດ

(ສພຊ) - ຕອນບ່າຍວັນທີ 01 ຕຸລານີ້, ທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າກອງເລຂາກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X,...