spot_img
Homeຊີວິດແລະຄວາມຮັກເຫດຜົນທີ່ແມ່ຍິງມັກຜູ້ຊາຍອາຍຸຫຼາຍກວ່າຕົນເອງ

ເຫດຜົນທີ່ແມ່ຍິງມັກຜູ້ຊາຍອາຍຸຫຼາຍກວ່າຕົນເອງ

Published on

ຜູ້ຊາຍຫຼາຍຄົນເຄີຍສົງໃສບໍ່ວ່າເປັນຍ້ອນຫຍັງແມ່ຍິງສ່ວນຫຼາຍຈິງນິຍົມຄົບຫາກັບຜູ້ຊາຍທີ່ມີອາຍຸຫຼາຍກວ່າຕົນເອງ ອາດຈະອາຍຸຫຼາຍກວ່າ 1-2 ປີ ຫຼື ຫຼາຍກວ່ານັ້ນ ເຊິ່ງໃນຄໍລຳ ຊີວິດ ແລະ ຄວາມຮັກ ວັນນີ້ເຮົາມີເຫດຜົນກ່ຽວກັບດັ່ງກ່າວມາບອກໃຫ້ຮູ້ ເຊິ່ງຈະມີເຫດຜົນໃດແນ່ນັ້ນ ເຮົາມາອ່ານນຳກັນເລີຍ

  1. ມີຄວາມອົດທົນສູງ ເພາະຄົນທີ່ອາຍຸຫຼາຍກວ່າຈະເຂົ້າໃຈເລື່ອງລາວທີ່ເກີດຂຶ້ນ ແລະ ຄວບຄຸມອາລົມໄດ້ດີກວ່າຄົນອາຍຸລຸ້ນດຽວກັນ
  2. ມີຄວາມໝັ້ນຄົງ ຄົນທີ່ມີອາຍຸຈະມາກັບຄວາມໝັ້ນຄົງທາງດ້ານ ວຽກງານ, ການເງິນ ແລະ ແນວຄິດຈິດໃຈ
  3. ມີຄວາມເປັນຜູ້ນຳ ນີ້ຄົງເປັນສາເຫດຫຼັກທີ່ເຮັດໃຫ້ແມ່ຍິງເລືອກຄົບຜູ້ຊາຍອາຍຸສູງກວ່າຕົນ ເຊັ່ນ: ການມີ  ບົດບາດທາງສັງຄົມ,​ ບັນລຸນິຕິພາວະ, ມີປະສົບການ ແລະ ອື່ນໆ
  4. ເອົາໃຈໃສ່, ເຂົ້າໃຈ ແລະ ມີຄວາມອົບອຸ່ນຫຼາຍກວ່າ ເພາະຄົນທີ່ມີອາຍຸສູງກວ່າຈະເປັນຄົນທີ່ເອົາໃຈເກັ່ງ ແລະ ຕາມໃຈກ່ວາພວກໄວລຸ້ນຄົນອາຍຸດຽວກັນ
  5. ສາມາດໃຫ້ການຊ່ວຍເຫຼືອເລື່ອງຕ່າງໄດ້ດີ ແລະ ໃຫ້ຄຳປຶກສາໃນເລື່ອງຕ່າງໆໄດ້

 

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...