Homeສຸຂະພາບ ແລະ ສີ່ງແວດລ້ອມອາການຂອງພະຍາດທີ່ກ່ຽວກັບ "ໝາກໄຂ່ຫຼັງ"

ອາການຂອງພະຍາດທີ່ກ່ຽວກັບ “ໝາກໄຂ່ຫຼັງ”

Published on

  1. ລະບົບທາງເດີນປັດສະວະຜິດປົກກະຕິ:
  • ຖ່າຍເບົາເປັນເລືອດ: ເປັນຂໍ້ສັນນິຖານວ່າຈະເປັນພະຍາດໝາກໄຂ່ຫຼັງ, ອາດຈະເປັນເລືອດສົດໆ, ນໍ້າປັດສະວະເປັນສີແດງ, ເປັນສີເຫຼືອງເຂັ້ມໆ
  • ນໍ້າປັດສະວະເປັນຟອງຫຼາຍ: ເພາະວ່າມີ albumin ຫຼືວ່າໂປຣຕີນອອກມາຫຼາຍ ຈະເຮັດນໍ້າປັດສະວະເປັນສີຂາວ ຄືກັນຟອງສະບູ
  • ນໍ້າປັດສະວະຂຸ່ນ
  1. ການຜິດປົກກະຕິຂອງການຖ່າຍເບົາ: ການໄປຖ່າຍເບົາຕະຫຼອດ, ເວລາຖ່າຍເບົາແສບ, ອາການເຫຼົ່ານີ້ລ້ວນແຕ່ເປັນການຜິດປົົກກະຕິ ຂອງລະບົບທາງເດີນປັດສະວະ
  2. ອາການຄັນ: ຈາກການລະຄາຍເຄືອງຜິວໜັ້ງຈາກສິ່ງເສດເຫຼືອຕ່າງໆ
  3. ເລືອດຈາງ: ມີອາການອ່ອນເພຍງ່າຍມີຂ, ເມື່ອຍ, ເບື່ອອາຫານ ລົດຊາດອາຫານປ່ຽນໄປ ເພາະຂອງເສຍສະສົມໃນຮ່າງກາຍຫຼາຍ
  4. ປວດຮາກ: ເປັນຍ້ອນການສະສົມສິ່ງເສດເຫຼືອໃນຮ່າງກາຍ
  5. ມີນໍ້າໃນຮ່າງກາຍຫຼາຍ: ເພາະໝາກໄຂ່ຫຼັງຂັບອອກບໍ່ໄດ້ ຈຶ່ງເກີດອາການເປັນບວມ, ອາການນີ້ມັກເລີ່ມຈາກຕີນ ແລະຮອບດວຕາກ່ອນ
  6. ເຈັບທ້ອງຮຸນແຮງ: ຮ່ວມກັບການຖ່າຍເບົາເປັນເລືອດ, ນໍ້າປັດສະວະຂຸ່ ສະແດງວ່າເຈົ້າເປັນໜິ້ວໝາກໄຂ່ຫຼັງ
  7. ມີກ້ອນບໍລິເວນໝາກໄຂ່ຫຼັງ: ຫຼືອາດຈະເປັນບໍລິເວນແອວທັງ 2 ຂ້າງ ອາດເປັນພະຍາດໝາກໄຂ່ຫຼັງເປັນຖົງນໍ້າ, ການອຸດຕັນຂອງໝາກໄຂ່ຫຼັງ ຫຼືອາດມີເນື້ອງອກໃນໝາກໄຂ່ຫຼັງ
  8. ເຈັບຫຼັງ: ຈະມີອາການເຈັບປວດບໍລິເວນໝາກໄຂ່ຫຼັງ
  9. ຄວາມດັນເລືອດສູງ: ເນື່ອງຈາກໝາກໄຂ່ຫຼັງສ້າງສານຄວບຄຸມຄວາມດັນເລືອດ ແລະໝາກໄຂ່ຫຼັງກໍມີໜ້າທີ່ຮັກສາຄວາມສົມດູນຂອງນໍ້າ ແລະເກືອແຮ່ໃນຮ່າງກາຍ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...