spot_img
Homeຂ່າວທ້ອງຖິ່ນລວມຍອດຜະລິດຕະພັນເມືອງຫຼວງນໍ້າທາບັນລຸ 7 ຮ້ອຍຕື້ກວ່າກີບ

ລວມຍອດຜະລິດຕະພັນເມືອງຫຼວງນໍ້າທາບັນລຸ 7 ຮ້ອຍຕື້ກວ່າກີບ

Published on

ເມືອງຫຼວງນ້ຳທາ ແຂວງ ຫຼວງນ້ຳທາ ມີທ່າແຮງຫຼາຍດ້ານປະກອບສ່ວນໃສ່ແຜນທະນາທະນາເສດຖະກິດ-ສັງຄົມ ເຮັດໃຫ້ ອັດຕາດ້ານເສດຖະກິດເພີ່ມຂຶ້ນຕໍ່ເນື່ອງ ໂດຍສະເພາະການສົ່ງເສີມການຜະລິດກະສິກຳເປັນສິນຄ້າ, ອຸດສາຫະກຳ ແລະຂະແໜງການບໍລິການອື່ນໆ ຊຶ່ງໃນ 9 ເດືອນສົກປີນີ້ເມືອງຫຼວງນ້ຳທາສາມາດບັນລຸຍອດຜະລິດຕະພັນພາຍໃນໄດ້ເຖິງ 700 ຕື້ກວ່າກີບ.

ທ່ານ ທອງແດງ ສິດທິສົນ ຮອງເຈົ້າເມືອງຫຼວງນ້ຳທາ ສະມາຊິກສະພາປະຊາຊົນ ແຂວງຫຼວງນ້ຳທາໃຫ້ຮູ້ວ່າ: ໃນ 9 ເດືອນສົກ ປີ 2015-2016 ເມືອງຫຼວງນ້ຳທາ ໄດ້ສຸມໃສ່ການພັດທະນາຫຼາຍຂະແໜງການ ເພື່ອເຮັດໃຫ້ເສດຖະກິດ-ສັງຄົມພາຍໃນເມືອງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ສະແດງອອກໃນ 9 ເດືອນຜ່ານມາເມືອງສາມາດບັນລຸລວມຍອດຜະລິດຕະພັນພາຍໃນເຖິງ 779,77 ຕື້ກີບ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 223,38 ຕື້ກີບ ໃນນັ້ນການຜະລິດກະສິກໍາ 368,34 ຕື້ກີບ ກວມ ເອົາ 47,24%, ອຸດສາຫະກໍາ 70,50 ຕື້ກີບ ກວມເອົາ 9,04% ແລະຂະແໜງການບໍລິການ 340,91 ຕື້ກີບ ກວມເອົາ 43,72% ຂອງ ລວມຍອດຜະລິດຕະພັນພາຍໃນສຳລັບໂຄງການສະເໜີໃໝ່ມີມູນຄ່າ 5,94 ຕື້ກີບ, ໂຄງການສືບຕໍ່ຊໍາລະ ໜີ້ສິນມູນຄ່າ 3,47 ຕື້ກີບ ໄດ້ສໍາ ເລັດ 100% ໃນນີ້ທຶນຂອງແຂວງ 1 ຕື້ກີບ ສ່ວນໂຄງການຊ່ວຍເຫຼືອລ້າຈາກຕ່າງປະເທດມູນຄ່າ 7,67 ຕື້ກີບ.

ນອກນີ້ ເມືອງຍັງມີເນື້ອທີ່ປູກເຂົ້າລວມທັງໝົດ 3.840 ເຮັກຕາ ຜົນຜະລິດໄດ້ 16.315 ໂຕນ ໃນນັ້ນ ນາປີ 3.396 ເຮັກຕາ ຜົນຜະລິດໄດ້ 15.282 ໂຕນ, ນາແຊງ 63,8 ເຮັກຕາ ຜົນລະລິດໄດ້ 273 ໂຕນ, ເນື້ອທີ່ໄຮ່ 380 ເຮັກຕາ ຜົນຜະລິດໄດ້ 760 ໂຕນ, ໄດ້ປູກພືດຕ່າງໆ ເປັນຕົ້ນແມ່ນສາລີ 1.293 ເຮັກຕາ ຜົນຜະລິດໄດ້ 7.112 ໂຕນ, ເນື້ອທີ່ ປູກຢາງພາລາ 8.824 ເຮັກຕາ ສາມາດປາດໄດ້ແລ້ວ 4.251 ເຮັກຕາ ຜົນຜະລິດນໍ້າຢາງພາລາໄດ້ 13.513 ໂຕນ ພ້ອມທັງປູກເຜືອກມັນ, ພືດ ຜັກ ແລະພືດອຸດສາຫະກໍາອື່ນໆ ລວມເນື້ອທີ່ 288 ເຮັກຕາ ຜົນຜະ ລິດລວມ 8.160 ໂຕນ, ການລ້ຽງ ສັດໄດ້ມີການຂະຫຍາຍຕົວຢ່າງຕໍ່ ເນື່ອງມີຄວາຍ 4.176 ໂຕ, ງົວ 4 ພັນໂຕ, ໝູ 30 ພັນກວ່າໂຕ, ແບ້ 2.958 ໂຕ, ສັດປີກ 2,48 ແສນ ໂຕ, ໜອງປາ 284 ໜອງປ່ອຍປາ ແລ້ວ 5,4 ລ້ານໂຕ, ລົງສັກຢາກັນພະຍາດໃຫ້ສັດທຸກປະເພດໄດ້ 10 ພັນກວ່າໂຕ ແລະສາມາດຜະລິດ ເຄື່ອງປ່າຂອງດົງໄດ້ 258 ໂຕນ.

ພ້ອມດຽວກັນນີ້ ຄະນະເມືອງ ຍັງໄດ້ລົງຕິດຕາມໂຄງການສ້ອມແປງເສັ້ນທາງຍົກລະດັບປູແຮ່ບ້ານຫົວຂົວ ແລະເສັ້ນທາງແຕ່ ໜ້າຫ້ອງວ່າການປົກຄອງເມືອງ ຫາເສັ້ນທາງ 4 ເລັນ 100% ( ມູນຄ່າ 300 ລ້ານກີບ), ສໍາເລັດການ ລົງສໍາຫຼວດ ແລະຕິດຕາມການຈົກ ແລວນໍ້າບ່ອນຊ່ວງເຮືອ, ລົງສໍາຫຼວດ, ອອກແບບການສ້ອມແປງ ທາງຍົກລະດັບປູແຮ່ບ້ານຫົວຂົວເມືອງ ແລະແຂວງຫຼວງນໍ້າທາ, ກວດກາວຽກຖົມດິນເດີ່ນຕໍ່ໜ້າຫ້ອງ ວ່າການປົກຄອງເມືອງສໍາເລັດ 100% (ມູນຄ່າ 250 ລ້ານກີບ), ອອກໃບອະນຸຍາດທຸລະກິດຮ້ານ ສ້ອມແປງລົດຈັກໄດ້ 30 ຮ້ານ, ປ່ອຍລົດໂດຍສານ, ລົດຕຸ໊ກໆອອກ ຄິວໄດ້ 9.540 ຖ້ຽວຕໍ່ຄັນ, ບໍລິ ມາດຂົນສົ່ງຜູ້ໂດຍສານ 52.219 ຄົນ, ບໍລິມາດຈະລາຈອນຂົນສົ່ງ ໂດຍສານ 349.445 ຄົນຕໍ່ກິໂລ ແມັດ, ເອົາໃຈໃສ່ຄຸ້ມຄອງບັນດາຫົວໜ່ວຍທຸລະກິດການປຸງແຕ່ງຕ່າງໆ ຢູ່ພາຍໃນເມືອງ, ອອກໃບທະບຽນ ວິສາຫະກິດໃໝ່ 69 ຫົວໜ່ວຍ ທຶນຈົດທະບຽນ 5,66 ຕື້ກີບ, ດັດ ແກ້ທະບຽນວິສາຫະກິດ 9 ຫົວໜ່ວຍ ທຶນຈົດທະບຽນ 695 ລ້ານກີບ, ໄດ້ອອກໃບຕິດຕາມດໍາເນີນທຸລະກິດຊົ່ວຄາວໄດ້ 207 ຫົວໜ່ວຍ ແລະມີທຶນຈົດທະບຽນ 3,38 ຕື້ກີບ, ມີມູນຄ່າຜະລິດຕະພັນອຸດສາຫະກໍາ ແລະມູນຄ່າຜະລິດຕະພັນຫັດຖະກໍາຜະລິດເພື່ອຮັບໃຊ້ສັງຄົມທັງໝົດ 8,67 ຕື້ກີບ.

ສ່ວນການຈັດຕັ້ງປະຕິບັດການ ເກັບລາຍຮັບເຂົ້າງົບປະມານໃນ 9 ເດືອນຜ່ານມາ ສາມາດປະຕິບັດໄດ້ 4,71 ຕື້ກີບ ທຽບໃສ່ແຜນການ ເທົ່າກັບ 84,84% ໃນນັ້ນລາຍຮັບຈາກອາກອນ ແລະທີ່ດິນ 4,2  ຕື້ກວ່າກີບ ທຽບໃສ່ແຜນການປະຕິ ບັດໄດ້ 86,54%, ຊັບສິນຂອງ ລັດ 468 ລ້ານກີບ ທຽບໃສ່ແຜນ ການປະຕິບັດໄດ້ 72,02%, ສ່ວນ ດ້ານລາຍຈ່າຍສາມາດປະຕິບັດລາຍຈ່າຍປົກກະຕິໄດ້ທັງໝົດ 28,53 ຕື້ກີບ ເທົ່າກັບ 86,95% ຂອງ ແຜນການປີ.

ປະຈຸບັນທົ່ວເມືອງ ມີຜູ້ຊົມໃຊ້ໄຟຟ້າຖາວອນ 72 ບ້ານ, 9.883 ຫຼັງຄາເຮືອນ, ກວມ 92,30% ຈໍານວນບ້ານທີ່ຍັງບໍ່ໃຊ້ໄຟຟ້າຖາວອນມີ 6 ບ້ານ, 268 ຫຼັງຄາ ເຮືອນ, ກວມເອົາ 2,64% ຂອງ ຈໍານວນບ້ານທັງໝົດ, ໄດ້ຂຸດຄົ້ນ-ຜະລິດຫີນກໍ່ສ້າງໄດ້ 3.356 ແມັດກ້ອນ ມູນຄ່າ 258 ລ້ານກີບ ທຽບ ໃສ່ແຜນປະຕິບັດໄດ້ 67,12%, ຈໍາໜ່າຍພາຍໃນ 2.136 ແມັດ ກ້ອນ ມູນຄ່າ 277 ລ້ານກີບ, ຈໍາໜ່າຍຫີນຝຸ່ນອອກໄປ ສປ ຈີນ ຈໍານວນ 32.868 ແມັດກ້ອນ ມູນຄ່າ 2 ຕື້ກວ່າກີບ, ຂຸດຄົ້ນດິນໜຽວ ໄດ້ 2.265 ແມັດກ້ອນ ແລະສາມາດຜະລິດດິນຈີ່ໄດ້ 905.999 ກ້ອນ ມູນຄ່າ 362 ລ້ານກີບ ທຽບໃສ່ແຜນປະຕິບັດໄດ້ 37,75%, ສໍາເລັດການສ້າງແຜນໂຄງການ ຕິດຕັ້ງໄຟຟ້າເຍືອງທາງເຂົ້າບ້ານ ນໍ້າແງ້ນ (ລະບົບແສງຕາເວັນ) ຈໍານວນ 30 ຊຸດ ເປັນມູນຄ່າ 234 ລ້ານກວ່າກີບ, ໄດ້ຕິດຕັ້ງກົງເຕີນະໂຍບາຍໃຫ້ຄອບຄົວທຸກຍາກຈາກໂຄງການ P2P ຈໍານວນ 79 ຫຼັງຄາເຮືອນຂອງບ້ານນາເຕີຍ

ທີ່ມາ: ໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ແຈ້ງລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວແບບເກົ່າ (ບັດຂາວ)

ກະຊວງປ້ອງກັນຄວາມສະຫງົບ ອອກຂໍ້ຕົກລົງສະບັບເລກທີ 2682./ປກສ ລົງວັນທີ 20.ກັນຍາ 2024 ວ່າດ້ວຍການລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວປະຊາຊົນລາວແບບເກົ່າ ( ບັດສີຂາວ ) ມີດັ່ງນີ້: ມາດຕາ 1:...

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ ລາຍການ Copa Coca-Cola Laos ຈັດຂຶ້ນໃນລະຫວ່າງວັນທີ 21 ຕຸລາ ໄປຈົນເຖິງ ວັນທີ 29 ພະຈິກ...

ປະກາດແຕ່ງຕັ້ງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຄົນໃໝ່

ໃນວັນທີ 22 ຕຸລາ 2024 ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີປະກາດພະນັກງານຂັ້ນສູງພັກຜ່ອນຮັບອູດໜູນບຳນານ ພ້ອມທັງປະກາດແຕ່ງຕັ້ງ, ສັບຊ້ອນພະນັກງານນຳພາ-ຄຸ້ມ ຄອງຂຶ້ນຢ່າງເປັນທາງການ ຢູ່ຫ້ອງປະຊຸມໃຫຍ່ ລັດວິສາ ຫະກິດໄຟຟ້າລາວ...

ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາ

ໃນວັນທີ 22 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ...