spot_img
Homeຂ່າວທ້ອງຖິ່ນກະຊວງແຮງງານຈະອຳນວຍຄວາມສະດວກໃຫ້ຜູ້ມີຈຸດປະສົງໄປອອກແຮງງານຢູ່ຕ່າງປະເທດ.

ກະຊວງແຮງງານຈະອຳນວຍຄວາມສະດວກໃຫ້ຜູ້ມີຈຸດປະສົງໄປອອກແຮງງານຢູ່ຕ່າງປະເທດ.

Published on

ການນຳເຂົ້າ ແລະ ນຳໃຊ້ແຮງງານ ຕ່າງປະເທດ ຕ້ອງປະຕິ ບັດຕາມຂັ້ນຕອນການອະນຸຍາດນຳເຂົ້າ ແລະ ມີວິຊາເຮັດວຽກ ແລະ ຄິດໄລ່ສັດສ່ວນ 15% ຂອງຈຳນວນຜູ້ອອກແຮງງານລາວທັງໝົດ ສຳລັບຜູ້ມີວິຊາ ສະເພາະທີ່ອອກແຮງງານດ້ານຮ່າງກາຍ ແລະ 25% ແມ່ນສຳເລັບຜູ້ມີວິຊາສະເພາະທີ່ ອອກແຮງງານດ້ານມັນສະໝອງ ສຳລັບໂຄງການຂະໜາດໃຫຍ່, ໂຄງການບູລິມະສິດຂອງ ລັດຖະບານທີ່ມີໄລຍະເວລາ 5 ປີລົງມາ,ການນຳໃຊ້ແຮງງານຕ່າງປະເທດໃຫ້ປະຕິບັດຕາມ ສັນຍາ ລະຫວ່າງເຈົ້າຂອງໂຄງການ ແລະ ລັດຖະບານ ລວມທັງອາຍຸການເຮັດວຽກບໍ່ໃຫ້ ເກີນ 5 ປີ.

ທ່ານ ພູວັນ ຈັນທະວົງ ຫົວໜ້າກົມພັດທະນາສີມືແຮງງານ ແລະຈັດຫາງານ ກະຊວງ ຮສສ ໃຫ້ຮູ້ວ່າ: ການໄປເຮັດວຽກຢູ່ຕ່າງປະເທດ ກໍ່ແມ່ນອົງປະກອບທີ່ສຳຄັນໜຶ່ງໃນການ ສ້າງລາຍຮັບໃຫ້ແກ່ຜູ້ອອກແຮງງານ ເພື່ອໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ສະນັ້ນ, ຜູ້ອອກແຮງງານລາວ ທີ່ມີຈຸດປະສົງຢາກໄປອອກ ແຮງງານຢູ່ຕ່າງປະເທດຕ້ອງໄດ້ສຶກສາ ແລະ ເຂົ້າໃຈຢ່າງລະອຽດກ່ຽວກັບເງື່ອນໄຂ ແລະ ສະພາບແວດລ້ອມຂອງການເຮັດວຽກ ຢູ່ປະເທດທີ່ຕົນເອງຈະໄປ. ສິ່ງສໍາຄັນທີ່ສຸດແມ່ນຕ້ອງໄປຢ່າງຖືກຕ້ອງ ຕາມລະບຽບການໃນຂອບຂອງກົດໝາຍຜ່ານລະບົບການຈັດສົ່ງ, ໄດ້ຮັບການອະນຸຍາດຈາກກະ ຊວງແຮງງານ ແລະ ສະຫວັດດີການສັງຄົມ, ໂດຍແມ່ນວິສາຫະກິດບໍລິການຈັດຫາງານຂອງລາວ ຈະເປັນຜູ່ຊ່ວຍປະສານ ແລະ ຮັບຜິດຊອບ, ໃນການດຳເນີນເອກະສານຂໍອະນຸຍາດທັງໝົດ ພ້ອມທັງເປັນຜູ້ຕິດຕາມຄຸ້ມຄອງທ່ານ ຈົນຄົບກຳນົດສັນຍາ ແລະ ຈັດສົ່ງກັບຄືນປະເທດ ຢ່າງປອດໄພ,ໂດຍມີເງື່ອນໄຂດັ່ງນີ້: ຕ້ອງເປັນຜູ້ທີ່ມີອາຍຸ 18 ປີ ຂື້ນໄປ, ມີລະດັບການສຶກສາ ຈົບຊັ້ນປະຖົມຂຶ້ນໄປ, ມີສຸຂະພາບແຂງແຮງດີ, ເປັນພົນລະເມືອງດີ, ມີຄວາມຕ້ອງການຢາກເຮັດວຽກ, ຝຶກສີມື ແລະ ສະສົມປະສົບການ ເພື່ອພັດທະນາຕົນເອງ ແລະ ຄອບຄົວ. ເມື່ອເຮັດວຽກຄົບກໍານົດສັນຍາແລ້ວ ຜູ່ອອກແຮງງານ ຕ້ອງກັບຄືນປະເທດ ໂດຍນາຍຈ້າງ ຮ່ວມກັບບໍລິສັດຈັດຫາງານຈະເປັນຜູ່ນໍາສົ່ງແຮງງານກັບຄືນປະເທດດ້ວຍຄວາມປອດໄພ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມີນະໂຍບາຍສົ່ງເສີມການມີວຽກເຮັດງານທຳຂອງແຮງງານລາວ ທັງຢູ່ພາຍໃນ ແລະ ໄປອອກແຮງງານຢູ່ຕ່າງປະເທດ ເພື່ອໃຫ້ແຮງງານໄດ້ຮັບການພັດທະນາສີມືແຮງງານຜ່ານປະສົບການເຮັດວຽກຕົວຈິງ, ມີລາຍໄດ້, ມີຊີວິດການເປັນຢູ່ທີ່ດີແນໃສ່ໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ຂ່າວຈາກ: ເພັດສະໄໝ 

ຂ່າວສານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...