Homeຂ່າວຕ່າງປະເທດກອງປະຊຸມສຸດຍອດ G20 ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມສຸດຍອດ G20 ໄຂຂຶ້ນຢ່າງເປັນທາງການ

Published on

ຕອນບ່າຍວັນທີ 4 ກັນຍານີ້, ກອງປະຊຸມສຸດຍອດ G20 ຫັງໂຈໄດ້ໄຂຂຶ້ນຢ່າງເປັນທາງການຢູ່ສູນວາງສະແດງສາກົນຫັງໂຈ. ທ່ານສີຈິ້ນຜີງ, ປະທານປະເທດຈີນເປັນປະທານກອງປະຊຸມ ແລະ ກ່າວປາໄສ.

1023

ກອງປະຊຸມສຸດຍອດເທື່ອນີ້ຈະດຳເນີນເປັນເວລາ 2 ວັນ, ສະມາຊິກກຸ່ມ G20, ຜູ້ນຳຂອງປະເທດທີ່ເປັນແຂກແລະຜູ້ຮັບຜິດຊອບຂອງອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງຈະດຳເນີນການປຶກສາຫາລືກ່ຽວກັບຫົວຂໍ້ຕ່າງໆເຊັ່ນ: “ສ້າງເສດຖະກິດໂລກທີ່ປະດິດສ້າງໃໝ່, ມີຊີວິດຊີວາ, ເຊື່ອມຈອດກັນແລະກວມລວມ” , “ເພີ່ມທະວີການປະສານສົມທົບດ້ານນະໂຍບາຍ, ສ້າງຮູບການເຕີບໂຕເສດຖະກິດໃໝ່” , “ການແກ້ໄຂເສດຖະກິດການເງິນທົ່ວໂລກທີ່ມີປະສິດທິພາບສູງກວ່າເກົ່າ” “ການຄ້າແລະການລົງທຶນສາກົນທີ່ເຂັ້ມແຂງ” “ການພັດທະນາແບບເຊື່ອມຈອດກັນແລະກວມລວມ” “ບັນຫາພົ້ນເດັ່ນອື່ນໆທີ່ມີຜົນກະທົບເຖິງເສດຖະກິດຂອງໂລກ” ແລະອື່ນໆ.

ຂ່າວຈາກ: CRI

ບົດຄວາມຫຼ້າສຸດ

ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 40,570 ໂດລາສະຫະລັດ ໃນ “ໂຄງການກໍ່ສ້າງລະບົບນໍ້າລິນບ້ານນາປັນແຂວງຊຽງຂວາງ” ພາຍໃຕ້​ໂຄງ​ການ​ຊ່ວຍເຫຼືອລ້າ​ຂັ້ນ​ຮາກ​ຖານ (GGP).

ພິທີເຊັນສັນຍາໃນຄັ້ງນີ້ແມ່ນການສະໜັບສະໜູນທຶນຮອນ ເພື່ອກໍ່ສ້າງລະບົບນໍ້າລິນທີ່ບ້ານນາປັນແຂວງຊຽງຂວາງ ໂດຍມີເປົ້າໝາຍເພື່ອປັບປຸງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ສາມາດເຂົ້າເຖິງແຫຼ່ງນໍ້າທີ່ສະອາດ ແລະ ຖືກສຸຂະອະນາໄມ. ໃນພິທີເຊັນສັນຍາ ພະນະທ່ານ ໂຄອິຊຶມິ ຊຶໂຕະມຸ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ​...

ການເອົາຈວຍມາຕັ້ງຈອງບ່ອນຈອດລົດແຄມທາງ ຜິດກົດໝາຍຈະລາຈອນ ຖືກປັບໄໝ ແລະ ປິດກິດຈະການ.

ຕາມກົດໝາຍຂອງ ສປປ ລາວ, ການກະທຳທຸກຮູບແບບທີ່ເປັນການ ຢຶດຄອງ, ນຳໃຊ້ ຫຼື ວາງສິ່ງກີດຂວາງ ຢູ່ເທິງທາງຫຼວງ ແລະ ເຂດສະຫງວນທາງຫຼວງ (ລວມທັງໜ້າທາງ, ທາງຍ່າງ, ແລະ...

ອັດຕະປື ພົບຜູ້ປະລະການຮຽນ 5,000 ກວ່າຄົນ ພ້ອມເລັ່ງຊຸກຍູ້ສູ່ຕະຫຼາດແຮງງານ

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫລຸບວຽກງານຈຸດບໍລິການຈັດຫາງານພາຍໃນ ແລະ ແກ້ໄຂບັນຫາຂາດແຮງງານຂອງແຂວງອັດຕະປື 6 ເດືອນຕົ້ນປີ 2026 ແລະ ແຜນສືບແກ້ໄຂບັນຫາການຂາດແຄນແຮງງານ ແລະ...