Homeມູມໄອທີລາວບໍລິສັດ Huawei ເລັ່ງເຫັນຄວາມສຳຄັນອະນາຄົດຂອງຊາດເຮົາ

ບໍລິສັດ Huawei ເລັ່ງເຫັນຄວາມສຳຄັນອະນາຄົດຂອງຊາດເຮົາ

Published on

       ບໍລິສັດ Huawei ທີ່ນຳພາໂດຍທ່ານ Zhu Jinyong ຜູ້ອຳນວຍການຝ່າຍການຄ້າ ແລະ ແຟນຄລັບຂອງຫົວເຫວີຍ ລວມກັນຫລາຍກວ່າ 50 ທ່ານ ທີ່ໄດ້ຮ່ວມເຮັດກິດຈະກຳດີໆເພື່ອສັງຄົມ ພາຍໃຕ້ຊື່ໂຄງການວ່າ “ທ່ອງທ່ຽວພະຈົນໄພໄປກັບ Huawei P9” ເຊິ່ງພວກເຮົາໄດ້ເລັ່ງເຫັນຄວາມສໍາຄັນອະນາຄົດຂອງຊາດ ດ້ວຍການນັດກັນໄປມອບເຄື່ອງອຸປະກອນການສຶກສາ ໃຫ້ກັບນ້ອງໆນັກຮຽນທີ່ທຸກຂາດເຂີນທີ່ຢູ່ຫ່າງໄກຊອກຫຼີກ ໃນຊ່ວງໃກ້ຈະເປີດເທີມໃໝ່ນີ້.

ເຊິ່ງໃນວັນທີ 20/08/2016 ທີມງານຫົວເຫວີຍ ແລະ ແຟນຄລັບຈຳນວນຫຼາຍໄດ້ເດີນທາງໄປມອບເຄື່ອງອຸປະກອນການສືກສາໃຫ້ກັບນ້ອງໆນັກຮຽນ ທີ່ວັດປ່າພະບາດພູເຂົາຄວາຍ ຈຳນວນເດັກນ້ອຍ 100 ຄົນ ທີ່ຂາດເຂີນ ອຸປະກອນການຮຽນ, ໂດຍໄດ້ຮ່ວມມືກັບນາຍບ້ານ ທ່ານ ໂອທອງ ຄະນະບ້ານ ນາຍາງ ເມືອງ ໂທລະຄົມ ແຂວງວຽງຈັນ ແລະ ຂອບໃຈສະຖານທີ່ ວັດປ່າພະບາດພູເຂົາຄວາຍ ທີ່ອຳນວຍຄວາມສະດວກ ຈື່ງເຮັດໃຫ້ການໄປມອບເຄື່ອງອຸປະກອນການສືກສາໄດ້ຕາມຄາດໝາຍ.

ແລະ ໃນວັນທີ 21/8/2016 ທີມງານຫົວເຫວີຍ ພ້ອມແຟນຄລັບກໍໄດ້ມຸ້ງຫນ້າເດີນທາງໄປທີ່ ແກ້ງຍຸຍ ເມືອງວັງວຽງ ເພື່ອນຳເອົາເຄື່ອງອຸປະກອນການສືກສາໄປມອບໃຫ້ກັບນ້ອງໆຊົນເຜົ່າທີ່ແກ້ງຍຸຍ ຈຳນວນເດັກນ້ອຍ 30ຄົນ ທີ່ຂາດເຂີນ ອຸປະກອນການຮຽນຕ່າງໆ, ໂດຍໄດ້ຮ່ວມມືກັບນາຍບ້ານແສງດາວວົງມະຈັນ ບ້ານ ນາດ້ວງ ເມືອງວັງວຽງ ແຂວງວຽງຈັນ ແລະ ຕ້ອງຂໍຂອບໃຈທາງນາຍບ້ານທີ່ໃຫ້ຄວາມຮ່ວມມືກັບທີມງານຂອງພວກເຮົາ ຈື່ງເຮັດໃຫ້ການໄປມອບເຄື່ອງອຸປະກອນການສືກສາໄດ້ໄປຕາມຄາດໝາຍ.

ທ່ານ​ Zhu Jinyong ໄດ້ອີກກ່າວ​ວ່າ, ໃນ​ຖານະ​ເປັນ​ບໍລິສັດ​ຕ່າງປະເທດ​ທີ່ມາລົງທຶນ ແລະ​ພັດທະນາ​ຢູ່​ລາວ​ເປັນ​ໄລຍະ​ດົນ​ນານມາ​ແລ້ວ, ບໍລິສັດ​ຫົວເຫວີຍ​ໄດ້ເອົາ​ໃຈ​ໃສ່ຫຼາຍ​ນຳ​ການ​ປະຕິບັດ​ໜ້າ​ທີ່​ຮັບຜິດຊອບທາງ​ສັງຄົມ​ ໃນຖານະ​ເປັນ​ວິ​ສາ​ຫະກິດ​ຢູ່​ລາວ. ສະນັ້ນ ບໍລິສັດຫົວເຫວີຍ ເອງ ກໍ່ໄດ້ເລັ່ງເຫັນຄວາມສໍາຄັນຂອງເດັກນ້ອຍທີ່ເປັນອະນາຄົດຂອງຊາດ ເຫັນນ້ອງຍີ້ມດີໃຈເມື່ອໄດ້ຮັບເຄື່ອງຮຽນທຸກຄົນທີ່ໄປຮ່ວມງານກໍຍິນດີ ແລະ ພວກເຮົາກໍ່ຍັງສຶບຕໍ່ ມີໂຄງການດີໆແບບນີ້ໃຫ້ກັບສັງຄົມໄປຕະຫລອດ.

IMG_7399 IMG_7448

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...