spot_img
Home​ຂ່າວທ່ອງທ່ຽວລາງວັນເມືອງຍອດນິຍົມປີນີ້ ຫຼວງພະບາງຢູ່ອັນດັບທີ່ 8

ລາງວັນເມືອງຍອດນິຍົມປີນີ້ ຫຼວງພະບາງຢູ່ອັນດັບທີ່ 8

Published on

ຜ່ານມາຫຼວງພະບາງໄດ້ຖືກຄັດເລືອກໃຫ້ເປັນເມືອງຍອດນິຍົມຂອງນັກທ່ອງທ່ຽວ 3 ປີຊ້ອນຄື: ປີ 2006, 2007 ແລະ2008 ຊຶ່ງຈັດໂດຍວາລະສານການທ່ອງທ່ຽວ Wander lust ຂອງປະເທດອັງກິດ

ນອກນີ້ລາງວັນດັ່ງກ່າວກໍໄດ້ຕົກມາເປັນຂອງເມືອງຫຼວງພະບາງອີກໃນ ປີ 2010, 2011 ແລະ 2012 ພໍມາຮອດປີ 2014 ຫຼວງພະບາງໄດ້ຖືກຈັດຢູ່ລໍາດັບ 2 ຫຍັບມາປີ 2015 ຫຼວງພະບາງໄດ້ຖືກຄັດເລືອກໃຫ້ເປັນທີ 1 ອີກ, ແຕ່ວ່າປີ 2016 ນີ້ຫຼວງພະບາງຖືກຈັດໃຫ້ຢູ່ພຽງລໍາດັບ 8 ຂອງເມືອງທີ່ໜ້າທ່ຽວທີ່ສຸດໃນໂລກ.

ການຈັດລໍາດັບດັ່ງກ່າວ ແມ່ນມາຈາກການສໍາຫຼວດຂອງ the Wanderlust ແຫ່ງປະເທດອັງກິດ ຊຶ່ງເປັນວາລະສານການທ່ອງທ່ຽວຊັ້ນນໍາຂອງໂລກທີ່ເປີດໂອກາດໃຫ້ບັນດາສະມາຊິກຂອງວາລະສານໃນທົ່ວໂລກໄດ້ເລືອກເອົາເມືອງທີ່ພວກຕົນນິຍົມຊົມຊອບຫຼາຍທີ່ສຸດ.

ສໍາລັບລໍາດັບ1 ຂອງເມືອງຍອດນິຍົມໃນປີນີ້ໄດ້ແກ່ເມືອງ Hoi An ປະເທດຫວຽດນາມ ຊຶ່ງໄດ້ຄະແນນ 98.5%, ລໍາດັບ 2 ແມ່ນເມືອງ Tromso ປະເທດນ໊ອກແວຄະແນນ 97.33% ແລະລໍາດັບ 3 ແມ່ນເມືອງບາການປະເທດມຽນມາຄະ ແນນ 96.92%, ສ່ວນເມືອງຫຼວງພະບາງທີ່ຢູ່ລໍາດັບ 8 ນັ້ນມີຄະແນນ 94.67%.

 

ແຫລ່ງຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...