spot_img
Homeຂ່າວເຫດການຈັບແລ້ວ! ມິດສາຊີບໃຊ້ເງິນປອມ

ຈັບແລ້ວ! ມິດສາຊີບໃຊ້ເງິນປອມ

Published on

ອີງຕາມການລາຍງານຂອງເຈົ້າໜ້າທີ່ປ້ອງກັນສວນເຈົ້າອານຸວົງ ໃນວັນທີ 15.8.2016 ເວລາປະມານ 21:00 ໄດ້ຈັບກຸມ ມິດສາຊີບ ທີ່ຜະລິດເງິນປອມເພື່ອມາຊື້ເຄື່ອງໃນຕະຫຼາດ, ເຊິ່ງຈັບໄດ້ 2 ຄົນຄື: ທ້າວ ຄຳໝັ້ນ ແລະທ້າວ ສີດາ ທັງສອງແມ່ນ ນຳໃຊ້ເງິນປອມ ມາຊື້ສິນຄ້າ 3-4 ຄັ້ງແລ້ວ, ເຈົ້າໜ້າທີ່ຈຶ່ງໄດ້ວາງແຜນຈັບກຸມທັງສອງຄົນ ແລະຂະຫຍາຍຜົນຈັບກຸມຜູ້ສົມຮູ້ຮ່ວມຄິດ.

ເງິນທີ່ທັງສອງຜະລິດແມ່ນ ໃບແສນ, ໃບຫ້າສິບ ແລະໃບສິບພັນກີບ ໂດຍໃຊ້ວິທີການກ໊ອບປີ໋ສີ, ຈຳນວນເງິນປອມທີ່ກວດພົບໃນຄັ້ງນີ້ ມີໃບແສນ 6 ໃບ, ໃບຫ້າສິບ 25 ໃບ ແລະມີໃບ ສິບພັນ 1 ໃບ, ລວມເປັນເງິນ 1,810,00 ກີບ. ຝາກເຖິງທຸກຄົນທີ່ໃຊ້ເງິນກີບລາວທຸກຄົນ ຈົ່ງເປັນຫູເປັນຕາຊ່ວຍກັນ, ຖ້າເຫັນໃຜຈ່າຍເງິນປອມຮີບແຈ້ງຕໍ່ເຈົ້າໜ້າທີ່ ເພື່ອສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມ

ທີ່ມາ: ໂທລະໂຄ່ງ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...