Homeຂ່າວທ້ອງຖິ່ນສານເຄມີອັນຕະລາຍ ຖືກກະແສນ້ຳໄຫລຊຸ ສູນຫາຍຢູ່ແຂວງອຸດົມໄຊ ເຈົ້າໜ້າທີ່ເລັ່ງຄົ້ນຫາ ກ່ອນກະທົບສິ່ງແວດລ້ອມໜັກ!

ສານເຄມີອັນຕະລາຍ ຖືກກະແສນ້ຳໄຫລຊຸ ສູນຫາຍຢູ່ແຂວງອຸດົມໄຊ ເຈົ້າໜ້າທີ່ເລັ່ງຄົ້ນຫາ ກ່ອນກະທົບສິ່ງແວດລ້ອມໜັກ!

Published on

ປັດຈຸບັນ ພະແນກກະສິກໍາ-ປ່າໄມ້ ແລະ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງອຸດົມໄຊ, ພວມລະດົມກໍາລັງເຈົ້າໜ້າທີ່ ເລັ່ງຄົ້ນຫາຖັງນໍ້າຢາເຄມີ ປາບສັດຕູພືດ ແລະ ຢາຂ້າຫຍ້າ ຂອງຜູ້ລົງທຶນປູກກ້ວຍ ໃນທ້ອງຖິ່ນຕົນ, ພາຍຫລັງຖືກກະແສນໍ້າ ພັດຊຸໄຫລສູນຫາຍ ເມື່ອທ້າຍອາທິດຜ່ານມານີ້.

ທ່ານຫົວໜ້າພະແນກກະສິກໍາ-ປ່າໄມ້ ແຂວງອຸດົມໄຊ ບຸນລຽນ ວໍລະກົດ ໃຫ້ຮູ້ວ່າ: ພາຍຫລັງມີສະພາບ ຝົນຕົກໜັກຕິດຕໍ່ກັນຫລາຍວັນ ມາແຕ່ວັນທີ 11 ສິງຫານີ້, ໄດ້ສົ່ງຜົນໃຫ້ສາຍນໍ້າແບ່ງ ຍຶ່ງສູງຂຶ້ນໄຫລເຂົ້າຖ້ວມ ເຮືອນຊານບ້ານຊ່ອງ, ຖະໜົນຫົນທາງ ແລະ ພື້ນທີ່ການຜະລິດກະສິກໍາຂອງປະຊາຊົນ ໃນເຂດເມືອງແບ່ງ ແລະ ເມືອງຮຸນ, ແຂວງອຸດົມໄຊ, ໄດ້ຮັບຜົນເສຍຫາຍໜັກໜ່ວງ ເປັນບໍລິເວນກວ້າງ ແລະ ສິ່ງທີ່ໜ້າຕົກໃຈ ຈາກເຫດໄພທໍາມະຊາດຄັ້ງນີ້ ແມ່ນສານເຄມີຂ້າຫຍ້າ ແລະ ຢາປາບສັດຕູພືດຈໍານວນບໍ່ໜ້ອຍ ຂອງຜູ້ລົງທຶນປູກກ້ວຍໃນທ້ອງຖິ່ນດັ່ງກ່າວ ທີ່ມີມູນຄ່າຫລາຍຮ້ອຍລ້ານກີບ ຖືກນໍ້າພັດຊຸໄຫລສູນຫາຍໄປ, ຊຶ່ງບັນຫາອັນຕະລາຍນີ້ ແມ່ນຕ້ອງເລັ່ງເກັບກູ້ຄືນມາໃຫ້ໄດ້ໂດຍໄວ ເພື່ອບໍ່ໃຫ້ສົ່ງຜົນກະທົບຮ້າຍແຮງ ຕໍ່ສິ່ງແວດລ້ອມ ແລະ ການດໍາລົງຊີວິດຂອງຄົນ ໃນໄລຍະຍາວ, ຊຶ່ງການຄົ້ນຫາແມ່ນສຸມໃສ່ ຈຸດທີ່ເປັນສາງເກັບມ້ຽນສານເຄມີດັ່ງກ່າວ ທີ່ຖືກຂີ້ດິນຂີ້ຕົມທັບຖົມໜາແໜ້ນ, ຊຶ່ງສານເຄມີດັ່ງກ່າວ ແມ່ນເປັນສານທີ່ມີຄວາມອັນຕະລາຍຫລາຍ ຖ້າຫາກເກີດການແຕກ ຫລື ຮົ່ວໄຫລ ແມ່ນຈະເຮັດໃຫ້ປາຕາຍ ແລະ ສົ່ງຜົນກະທົບ ຕໍ່ການດໍາລົງຊີວິດຂອງປະຊາຊົນ ໃນເຂດດັ່ງກ່າວ, ຊຶ່ງມາຮອດປັດຈຸບັນ ຍັງບໍ່ພົບເຫັນສະພາບປາຕາຍ ໃນພື້ນທີ່ດັ່ງກ່າວ ແລະ ເຂດບໍລິເວນໃກ້ຄຽງ. ແນວໃດກໍຕາມ ຕໍ່ກໍລະນີທີ່ເກີດນີ້, ຂະແໜງກະສິກໍາ ໄດ້ແຈ້ງເຖິງອໍານາດການປົກຄອງ ແລະ ປະຊາຊົນໃນພື້ນທີ່ໃກ້ຄຽງ ໃຫ້ມີສະຕິລະວັງໃນການຊົມໃຊ້ນໍ້າ, ໂດຍສະເພາະຫລີກລ້ຽງການໃຊ້ນໍ້າຈາກຫ້ວຍໜອງ ທີ່ບໍ່ຮັບປະກັນຄວາມ ສະອາດປອດໄພມາບໍລິໂພກ, ພ້ອມນີ້ເມື່ອພົບເຫັນກໍລະນີປາຕາຍ ຢູ່ຕາມຫ້ວຍນໍ້າຕ່າງໆ ແມ່ນໃຫ້ຮີບຮ້ອນແຈ້ງຕໍ່ ອໍານາດການປົກຄອງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງໂດຍໄວ ເພື່ອລົງກວດກາແກ້ໄຂໃຫ້ທັນການ.

ຂະນະດຽວກັນ, ທ່ານຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງອຸດົມໄຊ ສົມແກ້ວ ມະນີວັນ ໃຫ້ຮູ້ວ່າ: ປັດຈຸບັນຍັງບໍ່ທັນຮູ້ຊັດເຈນວ່າ ສານເຄມີທີ່ສູນຫາຍໄປນັ້ນ ແມ່ນເປັນສານເຄມີປະເພດໃດ, ມີຄວາມອັນຕະລາຍລະດັບໃດ ແລະ ມີປະລິມານເທົ່າໃດ, ເນື່ອງຈາກວ່າໃນໄລຍະຜ່ານມາ ຂະແໜງການຕົນ ໄດ້ຮັບຊາບແຕ່ວ່າຜູ້ລົງທຶນປູກກ້ວຍ ສ່ວນຫລາຍພາຍໃນແຂວງ ໄດ້ຮັບອະນຸຍາດພຽງແຕ່ນໍາເຂົ້າປຸຍເທົ່ານັ້ນ, ຈົນເກີດມີໄພທໍາມະຊາດຄັ້ງນີ້ ຈຶ່ງຮູ້ວ່າມີສານເຄມີເສຍຫາຍ ແລະ ບໍ່ຮູ້ວ່າແມ່ນພາກສ່ວນໃດ ເປັນຜູ້ອະນຸຍາດໃຫ້ນໍາເຂົ້າ ສານເຄມີເຫລົ່ານັ້ນ, ຊຶ່ງຄາດວ່າອີກປະມານ 2 ວັນ ຈະສາມາດຮູ້ຜົນ ການຊອກຄົ້ນຫາສານເຄມີນີ້.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...