spot_img
Homeນານາສາລະຄູ່ຮັກນອນກອດກັນ ຫຼຸດຄວາມສ່ຽງຈາກໂລກຫົວໃຈ!

ຄູ່ຮັກນອນກອດກັນ ຫຼຸດຄວາມສ່ຽງຈາກໂລກຫົວໃຈ!

Published on

 

ອີງຕາມການວິໄຈ ຂອງນັກຈິດຕະວິທະຍາບອກວ່າ ຄູ່ຮັກທີ່ນອນຫຼັບໃນວົງແຂນໄປນຳກັນ ຈະເຮັດໃຫ້ຄວາມສຳພັນ ນັ້ນແໜ້ນແຟ້ນ, ອົບອຸ່ນ ແລະມີຄວາມເຊື່ອໃຈກັນຫຼາຍຂຶ້ນ, ແຕ່ຮູ້ບໍວ່າ ນອກຈາກໄດ້ນອນກອດກັນແລ້ວ ຍັງເຮັດໃຫ້ສຸຂະພາບຂອງເຮົາດີຂຶ້ນອີກດ້ວຍ.

ນັກວິໄຈຈາກມະຫາວິທະຍາໄລ Pittsburgh ບອກວ່່າ ການນອນກອດກັນ ຫຼືກອດຄົນຮັກໃນວົງແຂນຂອງກັນແລະກັນ ສາມາດຫຼຸດໂຮໂມນຂອງຄວາມຄຽດໄດ້, ເນື່ອງຈາກວ່່າ ການນອນຫຼັບໃນວົງແຂນຂອງຄົນຂ້າງໆ ຈະເຮັດໃຫ້ເຮົາຮູ້ສຶກປອດໄພກ່ອນການນອນຄົນດຽວ, ເຊິ່ງເມື່ອຮ່າງກາຍເຮົາຫຼຸດຄວາມຄຽດ ກໍຈະສາມາດຫຼຸດຄວາມສ່ຽງຈາກໂລກຫົວໃຈ,​ໂລກຊຶມເສົ້າ ແລະພູມຄຸ້ມກັນຕໍ່າອີກດ້ວຍ.

ນັກວິທະຍາສາດຍັງເວົ້າອີກວ່່າ: ການນອນຫຼັບຍັງຊ່ວຍຜະລິດອອກຊິໂຕຊິນ ຫຼືໂຮໂມນແຫ່ງຄວາມຮັກ ເຊິ່ງກ່ຽວກັບຄວາມຮູ້ສຶກຂອງຄົນເຮົາ, ຍັງຊ່ວຍກະຕຸ້ນຄວາມຮູ້ສຶກຂອງຄົນເຮົາໃຫ້ດີຂຶ້ນ ແລະລະຍ່ອຍອາຫານກໍດີນຳອີກ.

ຂອບໃຈບົດດີໆຈາກ: brightside

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...