spot_img
Homeຂ່າວພາຍ​ໃນລັດຖະບານໂຕ້ສື່ອອນໄລນ໌ ບອກຍັງຄົງບັງຄັບໃຊ້ຄຳສັ່ງເລກທີ 15 ຢ່າງເຄັ່ງຄັດ

ລັດຖະບານໂຕ້ສື່ອອນໄລນ໌ ບອກຍັງຄົງບັງຄັບໃຊ້ຄຳສັ່ງເລກທີ 15 ຢ່າງເຄັ່ງຄັດ

Published on

ອີງຕາມການລາຍງານຂອງ ວິທະຍຸກະຈາຍສຽງແຫ່ງຊາດ ເມື່ອວັນທີ 11 ສິງຫາ 2016 ນີ້ວ່າ ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ໂຄສົກລັດຖະບານ ໃຫ້ກ່າວຕໍ່ສື່ມວນຊົນມື້ວານນີ້ວ່າ: ລັດຖະບານບໍ່ໄດ້ອ່ອນຂໍ້ ຫຼືໂຍະຍານຕໍ່ການປະຕິບັດຕາມ ຄຳສັ່ງເລກທີ 15/ນຍ ວ່າດ້ວຍການຫ້າມສົ່ງອອກໄມ້ແລະເຄື່ອງປ່າຂອງດົງຕາມທີ່ມີການວິພາກວິຈານຢູ່ແຕ່ປະການໃດ ກົງກັນຂ້າມພັດຍັງປະຕິບັດຕໍ່ດຳລັດດັ່ງກ່າວຢ່າງເຄັ່ງຄັດ ດັ່ງຈະໄດ້ເຫັນຕາມຂ່າວເລື່ອງການ ກວດພົບການລັກລອບຂົນໄມ້ຕ່າງໆ ເຊັ່ນ ການຊຸກເຊື່ອງໄປກັບລົດຂົນສົ່ງຕ່າງໆ ນັ້ນແມ່ນຜົນຂອງການປະຕິບັດຕາມຄຳສັ່ງເລກທີ 15/ນຍ ພ້ອມກັນນັ້ນຖ້າຫາກຮູ້ວ່າເຈົ້າໜ້າທີ່ຈຸດກວດໃດ ໂຍະຍານ ຫຼືປ່ອຍປະລະເລີຍ ກໍຈະມີການປັບປຸງຊັບຊ້ອນໜ້າທີ່ຕຳແໜ່ງຮັບຜິດຊອບ ເພື່ອເຮັດໃຫ້ໜ່ວຍງານມີຄວາມເຂັ້ມແຂງ.

ທ່ານກ່າວຕື່ມວ່າ: ຖ້າເຮົາບໍ່ປະຕິບັດຕາມຄຳສັ່ງດັ່ງກ່າວແມ່ນບໍ່ໄດ້ແທ້ໆ ການພັດທະນາປະເທດຊາດມັນຕ້ອງອະນຸລັກຮັກສາສິ່ງແວດລ້ອມ ຖ້າບໍ່ເຮັດແມ່ນບໍ່ສາມາດບັນລຸຄາດໝາຍທີ່ວ່າ ປີ 2020 ໃຫ້ເນື້ອທີ່ປ່າໄມ້ປົກຫຸ້ມ 70% ຂອງປະເທດ.

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...