spot_img
Homeຊີວິດແລະຄວາມຮັກວິທີເບິ່ງຜູ້ຊາຍທີ່ເຂົ້າມາລົມວ່າ ມີເມຍຢູ່ຫຼືບໍ່

ວິທີເບິ່ງຜູ້ຊາຍທີ່ເຂົ້າມາລົມວ່າ ມີເມຍຢູ່ຫຼືບໍ່

Published on

ເພື່ອນຜູ້ອ່ານ ໂດຍສະເພາະແມ່ນຜູ້ທີ່ເປັນແສ້ໆ ສາວໆ ທີ່ມີຈິດໃຈບໍລິສຸດ ຄົງຢາກຮູ້ວ່າ ຜູ້ຊາຍທີ່ເຂົາເຂົ້າມາລົມເຮົານັ້ນໂສດ ຫຼືມີແຟນ ຫຼືມີເມຍຢູ່ແລ້ວ. ດັ່ງນັ້ນ, ມື້ນີ້ລາວໂພສຕ໌ພວກເຮົາຈຶ່ງມີ 10 ວິທີ ເບິ່ງຜູ້ຊາຍທີ່ເຂົ້າມາລົມວ່າໂສດຫຼືມີເມຍຢູ່ແລ້ວມາບອກ  ເຊິ່ງລາຍລະອຽດດັ່ງນີ້:

  1. ບໍ່ບອກຊື່ເຟສບຸກ: ຍຸກສະໄໝນີ້ແລ້ວບຸກຄົນທີ່ອາໄສຢູ່ໃນເຂດຕົວເມືອງ ເກືອບທຸກຄົນລ້ວນແຕ່ມີການໃຊ້ສັງຄົມອອນລາຍເກືອບໝົດທຸກຄົນ ແລະໃນນັ້ນຄົນທີ່ມີແຟນຫຼືມີຄອບຄົວແລ້ວ ກໍລ້ວນແຕ່ໄດ້ໂພສຮູບຕົນເອງກັບແຟນ, ກັບຄອບຄົວ, ກັບລູກໆ ແລະໝູ່ເພື່ອນເປັນທຳມະດາ. ການທີ່ເຂົາບໍ່ບອກຊື່ເຟສບຸກນັ້ນ ສະແດງໃຫ້ເຫັນວ່າເຂົາກຳລັງມີຄວາມລັບກັບເຮົາ ຫຼືຢ້ານເຮົາເຂົ້າໄປກວດເບິ່ງວ່າມີຮູບເຂົາຖ່າຍກັບຄອບຄົວ ຖ່າຍກັບລູກ ຫຼືຖ່າຍກັບແຟນ ແບບນີ້ເປັນຕົ້ນ.
  2. ປິດສຽງຫຼືມອດໂທລະສັບໃນເວລາຢູ່ກັບເຮົາ: ການປິດສຽງຫຼືມອດໂທລະສັບເວລາຢູ່ກັບເຮົານັ້ນ ສະແດງວ່າເຂົາຕ້ອງມີຄົນທີ່ບໍ່ຢາກໃຫ້ເຮົາຮູ້ມັກໂທຫາເຂົາ ຢ້ານເສຍຄວາມລັບກະເລີຍຕ້ອງມອດໄວ້ ຫຼືຖ້າບໍ່ປິດກໍອາດຈະບໍ່ຮັບ ຫຼືຖ້າຮັບກໍບໍ່ລົມດົນ ຫຼືຖ້າລົມດົນແມ່ນຈະໄປລົມໄກໆ ເຮົາ. ແລະຈຸດພິເສດອີກອັນໜຶ່ງ ເຂົາຈະບໍ່ມັກໃຫ້ເຮົາໂທຫາເຂົາ ເຂົາຈະບອກວ່າບໍ່ຕ້ອງໂທຫາເດີ ແລ້ວອ້າຍຈະໂທຫາເອງ ນັ້ນສະແດງວ່າຢ້ານເຮົາໂທໄປແລ້ວແຟນ/ເມຍເຂົາຈະຮູ້.
  3. ບໍ່ຖ່າຍຮູບຮ່ວມກັບເຮົາ: ຜູ້ຊາຍທີ່ມີແຟນຫຼືມີເມຍຢູ່ແລ້ວ ເຂົາຈະບໍ່ຍອມຖ່າຍຮູບກັບເຮົາ ໂດຍກ້ອງຖ່າຍຂອງເຮົາ ເພາະເຂົາຢ້ານເຮົາເອົາໄປລົງເຟສບຸກ ຫຼືຢ້ານເຮົາປະຈານເມື່ອເຮັດຫຍັງບໍ່ດີຕໍ່ເຮົາແລ້ວປະເຮົາໄປ. ດັ່ງນັ້ນ, ແມ່ນແຕ່ເຮົາຈະຖ່າຍຮູບເຂົາຄົນດຽວ ເຂົາກໍບໍ່ຍອມໃຫ້ຖ່າຍ ໂດຍອ້າງເຫດຜົນວ່າເປັນຄົນບໍ່ມັກຖ່າຍຮູບ ແລະບໍ່ເຄີຍຖ່າຍຮູບຈັກເທື່ອ.
  4. ບໍ່ບອກທີ່ຢູ່ທີ່ຊັດເຈນ: ຜູ້ຊາຍທີ່ຫວັງຫຼອກເຮົາຊື່ໆ ໂດຍສະເພາະແມ່ນຜູ້ມີເມຍແລ້ວ ຈະບໍ່ບອກບ່ອນຢູ່ທີ່ຊັດເຈນ ເພາະຢ້ານເຮົານຳໄປຫາເຂົາຮອດເຮືອນ ຄວາມລັບມັນຊິແຕກ.
  5. ບໍ່ພາອອກງານແລະເມືອຢາມເຮືອນ: ຜູ້ຊາຍທີ່ຮັກເຮົາຈິງເຂົາເຈົ້າຈະຄົບເຮົາແບບເປີດເຜີຍ ແລະທີ່ສຳຄັນແມ່ນຈະພາອອກສັງຄົມ ໃຫ້ໝູ່ເພື່ອນເຫັນ ໂດຍສະເພາະແມ່ນຈະພາເມືອເຮືອນ ເພື່ອໃຫ້ຄົນໃຫ້ຄອບຄົວເຫັນ ໄດ້ທັກທາຍສະບາຍດີກັນ. ຖ້າຫາກຜູ້ຊາຍຜູ້ໃດຍັງບໍ່ພາເມືອເຮືອນ ໂດຍອ້າງນັ້ນອ້າງນີ້ ອ້າງວ່າຢູ່ເຮືອນພີ່ນ້ອງຢ້ານເພິ່ນເວົ້າໃຫ້ ແບບນີ້ເຊື່ອໂລດວ່າເຂົາມີແຟນຫຼືມີເມຍຢູ່ແລ້ວ.
  6. ບໍ່ຊວນໄປຫລິ້ນກາງເວັນ: ພວກຜູ້ຊາຍທີ່ໜີເມຍຫຼືໜີແຟນມາລົມເຮົານັ້ນ ເຂົາມັກຈະບໍ່ພາເຮົາໄປຫລິ້ນໃນຕອນກາງເວັນ ເພາະຢ້ານຄົນຮູ້ຈັກເຫັນ ໂດຍສະເພາະແມ່ນຄົນໃນຄອບຄົວ. ຖ້າຈະຊວນອອກກາງເວັນ ກໍອາດຈະໄປສະຖານທີ່ທີ່ເປັນສ່ວນຕົວ ຫຼືບໍ່ມີຄົນເຫັນຫຼາຍ. ຫຼືບໍ່ກໍຊວນອອກໄປແຕ່ຕອນກາງຄືນ ແຕ່ບໍ່ກັບເດິກປານໃດ ຖ້າບໍ່ແມ່ນຄົນລະດັບທີ່ຖືເມຍເປັນຂອງຕາຍ.
  7. ບອກວ່າເຄີຍມີເມຍແຕ່ປະກັນແລ້ວ ຫຼືກຳລັງແຍກກັນຢູ່ກັບເມຍ: ການບອກຈັ່ງຊີ້ສະແດງວ່າຜູ້ກ່ຽວຍອມຮັບວ່າມີເມຍແລ້ວ ແຕ່ຍັງຢາກລົມສາວຕື່ມອີກກໍໄດ້ ກໍເລີຍເວົ້າວ່າຫ່າງກັນຢູ່ ເພື່ອວ່າເວລາເມຍໂທມາຫາກໍບໍ່ຕ້ອງເຊື່ອງອຳຫຍັງ ກໍບອກວ່າເມຍໂທມາ ລວມທັງສື່ເຟສບຸກຕ່າງໆ ກໍບໍ່ຕ້ອງເຊື່ອງອຳອີກເລີຍ.
  8. ຈ່າຍບໍ່ອັ້ນ: ພວກຈ່າຍບໍ່ອັ້ນນີ້ ຕ້ອງເບິ່ງເປັນແຕ່ລະກໍລະນີໄປ ເພາະບາງເທື່ອຄົນໂສດກໍມີເງິນຫຼາຍແລະໃຈສະປອດກໍໄດ້. ແຕ່ຂໍບອກວ່າຄົນທີ່ມີເງິນມີລົດແລະມີອາຍຸ 30 ປີຂຶ້ນໄປ ຖ້າບໍ່ມີເມຍກໍແມ່ນມີແຟນໝົດແລ້ວ. ພວກຊວນໄປກິນຫລາຍໆ ຄົນ ແຕ່ຈົກຈ່າຍແຕ່ຜູ້ດຽວນີ້ກໍເປັນຕາຢ້ານຢູ່ ແຕ່ກໍຍັງດີກວ່າພວກທີ່ມີເມຍແລ້ວ ແຕ່ຍັງຂີ້ຖີ່ ຮາຮາຮາ ແມ່ນບໍ ເພາະຢ່າງໜ້ອຍເຮົາກໍຍັງບໍ່ໄດ້ຈ່າຍເອງ.
  9. ບອກວ່າລົມກັບຜູ້ຊາຍອື່ນກະໄດ້: ພວກທີ່ບອກກັບເຮົາວ່າ ຢາກລົມບ່າວອື່ນກະລົມໄດ້ ຖ້າເຫັນວ່າເຂົາດີກວ່າກໍສາມາດຄົບໄດ້ ເພາະມັນເປັນສິດທິຂອງໃຜລາວທີ່ຈະເລືອກສິ່ງທີ່ດີທີ່ສຸດໃຫ້ກັບຕົນເອງ ນັ້ນສະແດງວ່າໃຈເຂົາບໍ່ຢາກຄົບກັບເຮົາໄປດົນໆ ດອກ. ແຕ່ໃນອີກກໍລະນີໜຶ່ງ ເຖິງເຂົາມີເມຍຫຼືແຟນຢູ່ກໍຕາມ ແຕ່ເຂົາຮັກເຮົາຈິງແທ້ໆ ອາການຫຶງຫວງຈະມີຫຼາຍ ເພາະເຂົາມັກແທ້ແລະຫວັງຢາກຄົບກັບເຮົາໄປຍາວນານ.
  10. ບອກຈະເຊົ່າຫ້ອງໃຫ້ຢູ່ ຫຼືລົງທຶນສ້າງທຸລະກິດໃຫ້: ປາດຕິໂທ້!!!! ໃຈປ້ຳໃຈໃຫຍ່ແບບນີ້ກໍຕ້ອງລະວັງຄືກັນ ການບອກວ່າຊິເຊົ່າຫ້ອງໃຫ້ຢູ່ນັ້ນ ໝາຍເຖິງວ່າເຂົາຢາກມີເວລາຢູ່ກັບເຮົາເວລາໃດກໍໄດ້ ຢາກທຽວໄປຫາຕອນໃດກໍສະດວກ ແຕ່ເຂົາມັກຈະບໍ່ສາມາດນອນຄ້າງຄືນກັບເຮົາໄດ້ ເພາະຕ້ອງກັບກ່ອນ 12 ໂມງ. ອີກອັນໜຶ່ງແມ່ນການລົງທຶນຕັ້ງຮ້ານ ຫຼືທຸລະກິດໃດໜຶ່ງໃຫ້ນັ້ນ ກໍແມ່ນວິທີໜຶ່ງທີ່ຈະເຮັດໃຫ້ເຮົາໃຈອ່ອນ ເພາະທຳມະຊາດຂອງຄົນເຮົາແລ້ວ ໂດຍສະເພາະແມ່ນຄົນລາວເຮົາ ເມື່ອຄົນອື່ນໃຫ້ຕົນແລ້ວ ຕົນກໍຍ່ອມຕ້ອງໃຫ້ເຂົາຄືນເພື່ອຕອບແທນ ອັນນີ້ເວົ້າເລື່ອງບຸນຄຸນກັນແລ້ວ ແລະມີທ່າທີວ່າຈະຄົບກັນໄປຍາວນານ ແຕ່ໃນບົດນີ້ເຮົາພຽງຢາກບອກວ່າ ພວກທີ່ມີໃຈແບບນີ້ເກືອບ 100% ແມ່ນມີເມຍແລ້ວ ເພາະພວກຄົນໂສດເຂົາບໍ່ມັກເຮັດແບບນີ້ ຖ້າເຊົ່າຫ້ອງຢູ່ກໍຈະກິນຢູ່ນຳກັນ ບໍ່ແມ່ນທຽວມາຫາເປັນບາດ.

ເອົາລະທ່ານຜູ້ອ່ານ 10 ວິທີການເບິ່ງຜູ້ຊາຍໃຫ້ຮູ້ວ່າເຂົາມີເມຍຫຼືມີແຟນແລ້ວ ທີ່ນຳສະເໜີມາຂ້າງເທິງນີ້ ຫວັງວ່າຄືຊິຖືກໃຈບັນດາສາວໆ ພໍສົມຄວນເນາະ ສາມາດເອົາໄປໃຊ້ໄດ້ຜົນແນ່ນອນ ແລະຖ້າໄດ້ຜົນຢ່າລືມລ້ຽງເຝີຜູ້ຂຽນແດ່ເດີຈັກຖ້ວຍໜຶ່ງ. ແລະຢ່າລືມຕິດຕາມລາວໂພສຕ໌ ພວກເຮົາຕໍ່ໄປເດີ !!
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...

ກຳປູເຈຍ ເປີດນຳໃຊ້ສະໜາມບິນສາກົນເຕໂຊ ຢ່າງເປັນທາງການແລ້ວ

ເປີດນຳໃຊ້ຢ່າງເປັນທາງການແລ້ວ ສະໜາມບິນສາກົນເຕໂຊ ຂອງປະເທດກຳປູເຈຍ ມູນຄ່າ 1.5 ພັນລ້ານໂດລາ ພ້ອມກ້າວໜ້າສູ່ການເປັນສູນກາງການບິນ ແລະ ໂລຈິດຕິກແຫ່ງໃໝ່ຂອງໂລກ. ສຳນັກຂ່າວຕ່າງປະເທດລາຍາງນໃນວັນທີ 9 ກັນຍາ 2025 ນີ້, ກຳປູເຈຍໄດ້ມີການເປີດນຳໃຊ້ສະໜາມບິນສາກົນເຕໂຊ...

ໝໍຫວຽດນາມຟິວຂາດ ກໍລະນີໝໍມີການທຳຮ້າຍຮ່າງກາຍ ແລະ ຊັບສິນຄົນເຈັບໃນຄລີນິກແຂ້ວ

ເຊິ່ງກຳລັງເປັນກະແສຮ້ອນແຮງໃນຫວຽດນາມ ແລະ ຖືກແຊສອອກໄປເປັນວົງກ້ວາງ ກໍລະນີວີດີໂອໝໍແຂ້ວ (ທັນຕະເເພດ) ໄດ້ທຳຮ້າຍຮ່າງກາຍຄົນເຈັບ. ອີງຕາມການລາຍງານຈາກສຳນັກຂ່າວຈາກປະເທດຫວຽດນາມລາຍງານໃຫ້ຮູ້ວ່າ ໃນວັນທີ 03/09/2025 ທີ່ຜ່ານມາ, ເກີດເຫດການ ທ່ານໝໍທຳຮ້າຍຮ່າງກາາຍຄົນເຈັບ ຢູ່ຄີນິກປົວແຂ້ວແຫ່ງໜຶ່ງໃນປະເທດຫວຽດນາມ ໂດຍມີສາເຫດຄື: ຄົນເຈັບແມ່ນໃຊ້ບໍລິການຢູ່ຄລິນິກດັ່ງກ່າວ,...

ຂໍສະແດງຄວາມຍ້ອງຍໍ-ຊົມເຊີຍຕໍ່ທ່ານທູດ ມໍລະກົດ ສີສະຫວັດ ທີ່ໄດ້ສໍາເລັດໜ້າທີ່ການທູດ ຢູ່ ສປປ ລາວ

ລັດຖະບານແຫ່ງ ສປປ ລາວ ມອບຫລຽນກາມິດຕະພາບໃຫ້ແກ່ ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດແຫ່ງ ຣາຊະອານາຈັກໄທ ໃນຕອນບ່າຍວັນທີ 8 ກັນຍາ 2025 ຢູ່ກະຊວງການຕ່າງປະເທດ,...