Homeຂ່າວພາຍ​ໃນອົດສະຕາລີປະກາດໃຫ້ທຶນ ຊ່ວຍປັບປຸງທຸລະກິດຢູ່ລາວ ເກືອບ 25 ຕື້ກີບ!

ອົດສະຕາລີປະກາດໃຫ້ທຶນ ຊ່ວຍປັບປຸງທຸລະກິດຢູ່ລາວ ເກືອບ 25 ຕື້ກີບ!

Published on

ຂປລ. ທ່ານ ສະຕີບເວັນ ໂຈໂບ້ ລັດຖະມົນຕີກະຊວງການຄ້າ, ທ່ອງທ່ຽວ ແລະ ການລົງທຶນ ຂອງອົດສະຕາລີ ໄດ້ປະກາດໃຫ້ທຶນຊ່ວຍເຫລືອ ໃນ​ການ​ປັບປຸງ​ສະພາບ​ແວດ​ລ້ອມ ໃນ​ການ​ດຳ​ເນີນ​ທຸລະ​ກິດ, ມູນຄ່າ 4,1 ລ້ານໂດລາ ສະຫະລັດ ຫລື ເກືອບ 25 ຕື້ກີບ. ​ເຊິ່ງການ​ປະກາດດັ່ງກ່າວ, ​ໄດ້​ມີ​ຂຶ້ນ​​ ໃນ​ງານ​ລ້ຽງ​ພົບ​ປະນັກ​ທຸລະ​ກິດ​ຊັ້ນ​ນຳ​ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ວັນ​ທີ 4 ​ສິງຫາ 2016 ທີ່ນະຄອນຫລວງ​ວຽງ​ຈັນ, ພ້ອມ​ລະບຸ​ວ່າ: ກອງ​ທຶນ​ຂອງ​ລັດຖະບານ​ອົດ​ສະ​ຕາ​ລີ​ ຈະ​ເຮັດ​ໃຫ້ ສປປ ລາວ ສາມາດເປີດ​ປະຕູຂະ​ແໜງ​ການ​ສຳຄັນ ດ້ານ​ເສດຖະກິດ​ໃຫ້​ກວ້າງ​ອອກ, ຫລຸ​ດຜ່ອນມາດ​ຕະການ​ດ້ານ​ພາສີ, ປັບປຸງ​ຂະ​ບວນການ​ຈົດ​ທະບຽນ​ທຸລະ​ກິດ ​ແລະ ສ້າງ​ຄວາມ​ເຂັ້ມ​ແຂງ ​ໃນ​ການ​ເຈລະຈາ​ ຂອງ​ພາກ​ເອກະ​ຊົນກັບພາກ​ລັດ ລວມ​ໄປ​ເຖິງ​ການ​ເປີດ​ເວທີ​ພົບ​ປະ ​ບັນດາ​ນັກທຸລະກິດ​ຂອງ​ລາວ​ ໃຫ້​ມີ​ບັນຍາກາດຫລາຍ​ຂຶ້ນ​ຕື່ມ.

ທ່ານ ​ ໂຈ​ໂບ້ ​​​​ເນັ້ນ​ຕື່ມ​ວ່າ: ອົດ​ສະ​ຕາ​ລີ ​ແລະ ສປປ ລາວ​ ໄດ້​ເຮັດ​ວຽກ​ຮ່ວມ​ກັນຢ່າງ​ໃກ້​ສິດ ດ້ານ​ນະ​ໂຍບາຍ​ການ​ຄ້າ​ຕະຫລອດ​ຫລາຍ​ທົດ​ສະ​ວັດ​ຜ່ານ​ມາ. ​ແຕ່ຕະຫລາດ​ພາຍ​ໃນຂອງ​ສອງ​ປະ​ເທດ ມີ​ຂະໜາດ​ນ້ອຍ​ເກີນ​ໄປ ທີ່​ຈະ​ປະຄອງ​ການ​ຂະຫຍາຍ​ຕົວ ​ເຊິ່ງທັງ​ສອງ​ປະ​ເທດ ​ຈຶ່ງ​ຈຳເປັນ​ຕ້ອງເຂົ້າ​ເຖິງ​ເງິນ​ທຶນຂອງ​ຄວາມ​ຮັ່ງມີ, ຄູ່​ຮ່ວມ​ງານ, ລູກ​ຄ້າ ​ແລະ ການ​ບໍລິການ ​ທີ່ຢູ່​ນອກ​ຊາຍ​ແດນ​. ສ່ວນການ​ປະຕິ​ຮູບປັບປຸງດັ່ງກ່າວ, ຈະ​ອຳນວຍ​ຄວາມ​ສະດວກ​ ໃຫ້​ແກ່​ບໍລິສັດທີ່​ມີ​ຄຸນ​ນະພາ​ບ ຈາກ​ອົດ​ສະ​ຕາ​ລີ​ ໃນ​ການ​ເຂົ້າ​ມາ​ລົງທຶນ, ການ​ຄ້າ ​ແລະ ຂະຫຍາຍ​ການ​ ດຳ​ເນີນ​ທຸລະ​ກິດ​ ຂອງ​ເຂົາ​ເຈົ້າ​ໃນ ສປປ ລາວ. ເມື່ອ​ສະພາບ​ແວດ​ລ້ອມທາງ​ທຸລະ​ກິດ​ ໄດ້​ຮັບ​ການ​ປັບປຸງ ມັນ​ບໍ່​ພຽງ​ແຕ່​ສົ່ງ​ຜົນ​ດີ​ຕໍ່​ ພາກ​ທຸລະ​ກິດ​ເທົ່າ​ນັ້ນ, ​ແຕ່​ຍັງ​​ເປັນຜົນ​ດີ​ ສຳລັບ​ການ​ພັດທະນາ​ບຸກຄົນ​ ແລະ ປະ​ເທດ​ນຳ​ອີກ.

​ໄລຍະ​ຜ່ານ​ມາ ລັດຖະບານ​ອົດ​ສະ​ຕາ​ລີ ຍັງ​ໄດ້​ລົງທຶນ​ໂດຍ​ກົງ ​ເຂົ້າ​ໃນ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ ​ໂດຍ​ຜ່ານ​ໂຄງການ​ໃຫ້​ທຶນ​ການ​ສຶກສາ​ຢູ່ ສປປ ລາວ ທັງ​ໝົດ​ນີ້​ ລ້ວນ​ແຕ່​ກ່ຽວ​ຂ້ອງ​ກັນ ​ເພື່ອ​ການ​ຂະຫຍາຍຕົວທາງ​ດ້ານ​ເສດຖະກິດ ​ແລະ ​ເພື່ອການ​ພັດທະນາ. ປັດຈຸບັນ ທັງ​ສອງ​ປະ​ເທດ​ພວມ​ເຮັດ​ວຽກ​ນຳ​ກັນ ​ເພື່ອ​ການ​ເຊື່ອມ​ໂຍງໃຫ້​ມັນ​ດີ​ຂຶ້ນ​ກວ່າ​ເກົ່າ, ​ໃຫ້ມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ ໃນ​ພາກ​ພື້ນແມ່​ນ້ຳຂອງ ​ແລະ ​ໃນ​ອາ​ຊຽນ ​ໃຫ້​ຫລາຍ​ຂຶ້ນ​, ທັງມີ​ບົດບາດ​ທາງ​ດ້ານການ​ຄ້າ ​ທີ່​ອີງ​ຕາມ​ລະບຽບການ​ສາກົນທີ່​ເປີດ​ກວ້າງ​ອອກ ​ແລະ​ ເຂັ້ມ​ແຂງ​ຂຶ້ນກວ່າ​ເກົ່າ. ທັງ​ໝົດ​​ນີ້ ​ແມ່ນ​ການ​ເພີ່ມ​ໂອກາດ ສຳລັບ​ການ​ດຳ​ເນີນທຸລະ​ກິດຂອງສອງ​ປະ​ເທດ ​ອົດ​ສະ​ຕາ​ລີ-ລາວ ລວມທັງທຸລະ​ກິດ ຂະໜາດ​ນ້ອຍ ​ແລະ ຂະໜາດ​ກາງ ​ເພື່ອ​ຊອກ​ຊ່ອງ​ຫວ່າງ ​ໃນ​ລະບົບ​ຕ່ອງ​​ໂສ້​ອັນ​ມີຄ່າ​ຂອງ​ໂລກ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...