ລຕ ຕ່າງປະເທດສົ່ງສານ ເນື່ອງໃນໂອກາດອາຊຽນຄົບຮອບ 49 ປີ

ເນື່ອງໃນໂອກາດວັນສ້າງຕັ້ງສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ ຫຼື ອາຊຽນ ຄົບຮອບ 49 ປີ ທ່ານ

ເນື່ອງໃນໂອກາດ ຄົບຮອບ 49 ປີ ແຫ່ງການສ້າງຕັ້ງສະມາຄົມບັນດາປະຊາຊາດອາຊີຕາເວັນອອກ ສ່ຽງໃຕ້ ຫລື ອາຊຽນ (8 ສິງຫາ 1967 – 8 ສິງຫາ 2016) ແລະ ຄົບຮອບ 19 ປີ ທີ່ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຂົ້າອາຊຽນ (23 ກໍລະກົດ 1997 – 23 ກໍລະກົດ 2016), ຂ້າພະເຈົ້າ ຕາງຫນ້າ ລັດຖະບານ ແຫ່ງ ສປປ ລາວ ຂໍສະແດງຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ມາຍັງບັນດາທ່ານ ຜູ້ນຳພັກ-ລັດ, ພະນັກງານ, ທະຫານ, ຕຳຫຼວດ ແລະ ພີ່ນ້ອງຊາວລາວທຸກຖ້ວນໜ້າທັງພາຍໃນ ແລະ ຕ່າງປະເທດ, ກໍຄືຊາວຕ່າງປະເທດ ທີ່ເຮັດວຽກ ແລະ ດໍາລົງຊີວິດຢູ່ ສປປ ລາວ.

ອາຊຽນ ເປັນອົງການຈັດຕັ້ງພາກພື້ນ ລະຫວ່າງ ລັດຖະບານ ທີ່ໄດ້ຜ່ານວິວັດທະນາການທີ່ຍາວນານ, ຜ່ານການທົດສອບຕ່າງໆນາໆ ແລະ ມີຜົນສໍາເລັດເທື່ອລະກ້າວ ໃນໄລຍະ 5 ທົດສະຫວັດ ທີ່ຜ່ານມາ, ອັນໄດ້ເຮັດໃຫ້ ອາຊຽນ ເປັນພາກພື້ນ ທີ່ມີສັນຕິພາບ, ສະຖຽນລະພາບ, ເສດຖະກິດມີການເຕີບໂຕຢ່າງຕໍ່ເນື່ອງ ແລະ ປະຊາຊົນກໍໄປມາຫາສູ່ກັນຫລາຍຂຶ້ນ ຈົນສາມາດປະກາດສ້າງຕັ້ງເປັນປະຊາຄົມອາຊຽນ ໃນວັນທີ 31 ທັນວາ 2015 ຊຶ່ງເປັນຂີດຫມາຍປະຫວັດສາດທີ່ສໍາຄັນຂອງອາຊຽນ.
ອາຊຽນ ເປັນປະຊາຄົມ ແຫ່ງກາລະໂອກາດ ບໍ່ສະເພາະແຕ່ ສໍາລັບປະຊາຊົນອາຊຽນ 620 ລ້ານກວ່າຄົນ ເທົ່ານັ້ນ, ແຕ່ຍັງເປັນກາລະໂອກາດ ສໍາລັບປະເທດຕ່າງໆນອກພາກພື້ນອີກດ້ວຍ. ອາ ຊຽນ ເປັນຕະຫລາດ ແລະ ຖານການຜະລິດຫນຶ່ງດຽວ ທີ່ມີຍອດຜະລິດຕະພັນພາຍໃນ 2,43 ພັນຕື້ ໂດລາສະຫະລັດ ໃນປີ 2015, ເປັນເສດຖະກິດໃຫຍ່ອັນດັບ 6 ຂອງໂລກ. ຄາດວ່າໃນຕໍ່ໜ້າ ເສດຖະ ກິດຂອງອາຊຽນ ຈະເຕີບໂຕໃນຈັງຫວະ 7% ຕໍ່ປີ ຊຶ່ງລວມຍອດຜະລິດຕະພັນພາຍໃນ ຈະບັນລຸ 4,7 ພັນຕື້ ໂດລາສະຫະລັດ ໃນປີ 2020 ຊຶ່ງມີຄວາມເປັນໄປໄດ້ ທີ່ຈະກາຍເປັນ ເສດຖະກິດ ໃຫຍ່ອັນດັບ 4 ຂອງໂລກ ໃນປີ 2030. ອາຊຽນ ເປັນພາກສ່ວນທີ່ສໍາຄັນ ແລະ ທັງເປັນແກນກາງຂອງໂຄງສ້າງພາກພື້ນທີ່ພວມຜັນແປໄປ ຢ່າງສະຫຼັບຊັບຊ້ອນ. ນອກນັ້ນ, ອາຊຽນ ຍັງເປັນອົງການຈັດຕັ້ງພາກພື້ນ ລະຫວ່າງ ລັດຖະບານ ທີ່ມີລັກສະນະສະເພາະ ໂດຍມີ 10 ປະເທດສະມາຊິກ ທີ່ມີຄວາມຫລາກຫລາຍດ້ານວັດທະນະທຳ, ສາດສະໜາ, ພາສາ ແລະ ອື່ນໆ, ແຕ່ຮ່ວມມືກັນພາຍໃຕ້ປະຊາຄົມອາຊຽນ. ສປປ ລາວ ມີຄວາມພາກພູມໃຈຢ່າງຍິ່ງ ທີ່ເປັນສ່ວນໜຶ່ງຂອງປະຊາຄົມອາຊຽນນີ້.

ຜົນສໍາເລັດຕ່າງໆທີ່ອາຊຽນຍາດມາໄດ້ ແມ່ນຫມາກຜົນແຫ່ງການຮ່ວມມືກັນພາຍໃນອາຊຽນ ແລະ ລະຫວ່າງ ອາຊຽນກັບຄູ່ຮ່ວມມືພາຍນອກ ໂດຍຜ່ານກົນໄກທີ່ອາຊຽນ ລິເລີ່ມຂຶ້ນ ຕາມວິຖີທາງອາຊຽນ ແລະ ສອດຄ່ອງກັບຈຸດພິເສດ ແລະ ລັກສະນະສະເພາະຂອງພາກພື້ນອາຊຽນ. ເພື່ອສືບຕໍ່ສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ, ອາຊຽນຈະສືບຕໍ່ດໍາເນີນບົນຈິດໃຈນີ້ຕໍ່ໄປ.
ການສ້າງປະຊາຄົມອາຊຽນ ເປັນຂະບວນການທີ່ດໍາເນີນຕໍ່ໄປ ຢ່າງບໍ່ຢຸດຢັ້ງ. ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 27 ໃນທ້າຍປີ 2015 ທີ່ ກົວລາລໍາເປີ ໄດ້ກໍານົດທິດທາງເດີນຂອງອາຊຽນໃນ 10 ປີ ຂ້າງຫນ້າ ໂດຍໄດ້ຮັບຮອງເອົາວິໄສທັດປະຊາຄົມອາຊຽນ 2025 ແລະ 3 ແຜນແມ່ບົດຄື: ແຜນແມ່ບົດ ປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ແຜນແມ່ບົດປະຊາຄົມເສດຖະກິດອາຊຽນ ແລະ ແຜນແມ່ບົດປະຊາຄົມວັດທະນະທຳ-ສັງຄົມອາຊຽນ ແນໃສ່ສືບຕໍ່ສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ຈະເລີນກ້າວຫນ້າ.

ສປປ ລາວ ຮູ້ສຶກເປັນກຽດຢ່າງສູງ ແລະ ພູມໃຈ ທີ່ໄດ້ຖືກມອບຫມາຍເປັນປະທານອາຊຽນ ເປັນຄັ້ງທີ ສອງ ໃນປີ 2016 ຊຶ່ງເປັນປີທີ່ມີຄວາມໝາຍສຳຄັນ ສຳລັບ ອາຊຽນ ເນື່ອງຈາກວ່າເປັນປີໄຂສັງກາດໃໝ່ຂອງການເປັນປະຊາຄົມອາຊຽນ ແລະ ທັງເປັນປີທໍາອິດຂອງການຈັດຕັ້ງປະຕິບັດວິໄສທັດ ປະຊາຄົມອາຊຽນ 2025. ບົນຈິດໃຈດັ່ງກ່າວ, ສປປ ລາວ ຈຶ່ງໄດ້ວາງຄໍາຂວັນ ສໍາລັບການເປັນປະທານວ່າ “ຫັນວິໄສທັດໃຫ້ເປັນຮູບປະທໍາ ເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນ”” ແລະ ໄດ້ກໍານົດ 8 ບູລິມະສິດ ຄື: 1.) ຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2025; 2.) ຮັດແຄບຄວາມແຕກໂຕນທາງດ້ານການພັດທະນາ; 3.) ອໍານວຍຄວາມສະດວກດ້ານການຄ້າ; 4.) ພັດທະນາວິສາຫະກິດຂະຫນາດນ້ອຍ ແລະ ກາງ; 5.) ພັດທະນາການທ່ອງທ່ຽວ; 6.) ຮັດແໜ້ນການເຊື່ອມຈອດອາຊຽນ; 7.) ຫັນປ່ຽນຈາກການຈ້າງງານນອກລະບົບໄປສູ່ການຈ້າງງານໃນລະບົບ ເພື່ອກ້າວໄປສູ່ການສົ່ງເສີມວຽກທີ່ຖືກຕ້ອງ ແລະ ເປັນທຳໃນອາຊຽນ ແລະ 8.) ຊຸກຍູ້ສົ່ງເສີມການຮ່ວມມືທາງດ້ານມໍລະດົກວັດທະນະທຳອາຊຽນ.
ການເປັນປະທານອາຊຽນຂອງ ສປປ ລາວ ໄດ້ດໍາເນີນມາແລ້ວ 7 ເດືອນ. ພວກເຮົາໄດ້ສຳເລັດການເປັນເຈົ້າພາບ ແລະ ປະທານກອງປະຊຸມໃນລະດັບຕ່າງໆ ທີ່ສຳຄັນ ເຊັ່ນ: ກອງປະຊຸມ ວົງແຄບຂອງລັດຖະມົນຕີຕ່າງປະເທດອາຊຽນ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ກອງປະຊຸມສະພາປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ຄັ້ງທີ 15, ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 48, ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 10, ກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 24 ແລະ ກອງປະຊຸມອື່ນໆ.
ການຈັດຕັ້ງປະຕິບັດ 8 ບູລິມະສິດ ມີຄວາມຄືບໜ້າດີ ໂດຍໄດ້ສໍາເລັດບາງເອກະສານເຊັ່ນ: ຖະແຫຼງການ ວຽງຈັນ ວ່າດ້ວຍ ການຫັນປ່ຽນຈາກການຈ້າງງານນອກລະບົບ ໄປສູ່ການຈ້າງງານໃນລະບົບ ເພື່ອກ້າວໄປສູ່ການສົ່ງເສີມວຽກທີ່ຖືກຕ້ອງ ແລະ ເປັນທຳໃນອາຊຽນ. ສ່ວນເອກະສານ ອື່ນໆກໍພວມຢູ່ໃນຂັັ້ນຕອນສຸດທ້າຍຂອງການຮ່າງ ເຊັ່ນ: ແຜນງານ ສໍາລັບຂໍ້ລິເລີ່ມ ເພື່ອການເຊື່ອມໂຍງອາຊຽນ ສະບັບທີ 3, ແຜນແມ່ບົດການເຊື່ອມຈອດອາຊຽນ 2025, ຖະແຫລງການວຽງຈັນ ວ່າດ້ວຍ ການຊຸກຍູ້ສົ່ງເສີມການຮ່ວມມືທາງດ້ານມໍລະດົກວັດທະນະທຳອາຊຽນ, ຂອບວຽກການອໍານວຍຄວາມສະດວກທາງດ້ານການຄ້າອາຊຽນ, ຂອບວຽກ ກ່ຽວກັບ ການເຂົ້າເຖິງແຫຼ່ງທຶນຂອງທຸລະກິດຂະໜາດນ້ອຍ ແລະ ກາງ, ການປັບປຸງສະພາບແວດລ້ອມໃນການສ້າງຕັ້ງ ແລະ ດໍາເນີນທຸລະກິດ ສໍາລັບ ທຸລະກິດຂະໜາດນ້ອຍ ແລະ ກາງ, ຖະແຫຼງການ ວ່າດ້ວຍ ການສົ່ງເສີມການຮ່ວມມືເພື່ອການພັດທະນາແບບຍືນຍົງ ແລະ ຖະແຫຼງການວຽງຈັນ ວ່າດ້ວຍ ການສົ່ງເສີມການຮ່ວມມື ເພື່ອພັດທະນາພື້ນຖານໂຄງລ່າງໃນອາຊີຕາເວັນອອກ ແລະ ອື່ນໆ. ບັນດາເອກະສານເຫລົ່ານັ້ນ ຈະຖືກຮັບຮອງເອົາ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 6-8 ກັນຍາ 2016 ນີ້ ທີ່ນະຄອນຫລວງວຽງຈັນ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ສະແດງຄວາມຂອບໃຈ ຢ່າງຈິງໃຈ ຕໍ່ ບັນດາປະເທດສະມາຊິກອາຊຽນ, ຄູ່ເຈລະຈາອາຊຽນ ກໍຄືບັນດາຄູ່ຮ່ວມມືພາຍນອກ ແລະ ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາກົນ ທີ່ໄດ້ໃຫ້ການຮ່ວມມື, ຊ່ວຍເຫລືອ ແລະ ສະຫນັບສະຫນູນ ສປປ ລາວ ໃນການເປັນປະທານອາຊຽນ ຕະຫລອດ 7 ເດືອນ ທີ່ຜ່ານມາ ແລະ ຫວັງຢ່າງຍິ່ງວ່າ ຈະສືບຕໍ່ໄດ້ຮັບການຮ່ວມມື, ຊ່ວຍເຫລືອ ແລະ ສະຫນັບສະຫນູນ ຈາກພວກທ່ານ ໂດຍສະເພາະແມ່ນເພື່ອຮັບປະກັນຜົນສໍາເລັດໃນການຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ.

ຂ້າພະເຈົ້າ ໃນນາມ ພັກ ແລະ ລັດຖະບານ ຂໍສະແດງຄວາມ ຊົມເຊີຍ ແລະ ຂອບໃຈຢ່າງຈິງໃຈ ມາຍັງ ພໍ່ແມ່ພີ່ນ້ອງຊາວລາວທຸກຖ້ວນຫນ້າ ທີ່ໄດ້ປະກອບສ່ວນຢ່າງຫ້າວຫັນເຂົ້າໃນການເປັນເຈົ້າພາບກອງປະຊຸມອາຊຽນທີ່ດີ ໄລຍະຜ່ານມາ ກໍຄືການ ເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2016 ນີ້. ໃນຕົ້ນເດືອນ ກັນຍາ ທີ່ຈະມາເຖິງນີ້, ສປປ ລາວ ຈະໄດ້ເປັນເຈົ້າພາບ ແລະ ປະທານ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ລວມທັງໝົດ 11 ກອງປະຊຸມສຸດຍອດ ໂດຍຈະມີບັນດາຜູ້ນຳ ຈາກ 17 ປະເທດ, ເລຂາທິການໃຫຍ່ອາ ຊຽນ ແລະ ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ເຂົ້າຮ່ວມ. ໃນໂອກາດນີ້ ຍັງຈະມີການຢ້ຽມຢາມສອງຝ່າຍຂອງປະມຸກລັດ ແລະ ຫົວໜ້າລັດຖະບານຂອງບັນດາປະເທດຈຳນວນໜຶ່ງ. ຂ້າພະເຈົ້າ ຂໍຖືໂອກາດນີ້ ຮຽກຮ້ອງມາຍັງ ພໍ່ແມ່ພີ່ນ້ອງຊາວລາວທີ່ຮັກແພງ ຈົ່ງພ້ອມກັນສືບຕໍ່ປະກອບສ່ວນຕາມພາລະ ຫນ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ ເພື່ອພ້ອມກັນເປັນເຈົ້າພາບທີ່ດີ ແລະ ຮັບປະກັບຜົນສໍາເລັດຂອງບັນດາກອງປະຊຸມສຸດຍອດດັ່ງກ່າວ ໃນທຸກດ້ານ.