spot_img
Home​ຂ່າວທ່ອງທ່ຽວທ່ຽວຊົມວັດທະນະທຳ ເຮືອນຊົນເຜົ່າຕຣຽງ ແຂວງເຊກອງ.

ທ່ຽວຊົມວັດທະນະທຳ ເຮືອນຊົນເຜົ່າຕຣຽງ ແຂວງເຊກອງ.

Published on

ດາດຈຶງ ເມືອງຊາຍແດນ ລາວ-ຫວຽດນາມ ຢູ່ທີ່ແຂວງເຊກອງ ເມືອງດາກຈຶງເປັນອີກເມືອງໜຶ່ງຊຶ່ງຈະເປັນເມືອງເອກຂອງເຊກອງໃນອະນາຄົດ. ເມືອງດັກຈຶງ ທີ່ມີຄົນເວົ້າເຖິງພາສາດັກກັງ ທີ່ເປັນພາສາປະຈຳເຜົ່າຕຣຽງ ຊາວຕຣຽງທີ່ມີຢູ່ຫຼາຍ ທີ່ແຂວງເຊກອງ ໂດຍສະເພາະເມືອງດັກຈຶງ ຄຳວ່າ: ດັກ ແປວ່ານ້ຳ. ເມືອງດາກຈຶງ ຢູ່ຫ່າງຈາກເມືອງລະມາມແຂວງເຊກອງປະມານ 100 ກິໂລແມັດ.

20101224132747

ການດຳລົງຊີວິດ ແລະ ການຕັ້ງບ້ານເຮືອນຂອງຕຣຽງ ໃນສະໄໝກ່ອນຮູບແບບຂອງ ການປຸກສ້າງເຮືອນສ່ວນຫຼາຍເປັນຮູບ 4 ແຈສາກໃຫຍ່ ເຊິ່ງເປັນບ່ອນໄວ້ເຄື່ອງໃຊ້ສອຍໄວ້ຫ້ອງດຽວກັນບໍ່ວ່າຈະເປັນຫ້ອງນອນ, ຫ້ອງແຕ່ງ­ກິນ, ຖ້າແນມມາແຕ່ໄກຈະເຫັນແຕ່ຫຼັງຄາມີຮູບຮ່າງຄ້າຍຄືດອກເຫັດ ແຕ່ບໍ່ມົນຂ້ອນຂ້າງຍາວ ເຊິ່ງເປັນເອກະລັກສະເພາະຂອງຊົນຕຣຽງ.

201

ເຮືອນຊົນເຜົ່າຕຣຽງ ບ້ານດາກມວນ ເມືອງດາກຈຶງ ແມ່ນເຮືອນທີ່ເປັນເອກະລັກ ຂອງຊົນເຜົ່າຕະລຽງ ທີ່ເຮັດດ້ວຍວັດຖຸທຳມະຊາດ ຫ່າງຈາກເທດສະບານແຂວງ 108 ກິໂລແມັດ ຈາກເທດສະບານເມືອງດາກຈຶງ 8 ກິໂລແມັດ ເຮືອນດັ່ງກ່າວ ແມ່ນເປັນເອກະລັກມີມາແຕ່ດັ່ງເດີມຂອງເຜົ່າ ເຊິ່ງນຳໃຊ້ວັດຖຸຈາກທຳມະຊາດລ້ວນໆ ເຂົ້າໃນການປຸກສ້າງ ແລະ ດ້ວຍຄວາມສາມັກຄີ ຂອງປະຊາຊົນທັງໝົດໃນບ້ານຊ່ວຍກັນສ້າງ ໃນແຕ່ລະຫຼັງຄາເຮືອນ.

202

ຂອບໃຈເນື້ອໃນຂໍ້ມູນຈາກ: ຂ່າວເສດຖະກິດ-ການຄ້າ Lao Economic Daily

ຮູບພາບຈາກ: http://hotsia.com/

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...