spot_img
Home​ຂ່າວທ່ອງທ່ຽວ4 ປະເທດເນັ້ນການທ່ອງທ່ຽວແບບມີຈຸດໝາຍໜຶ່ງດຽວ

4 ປະເທດເນັ້ນການທ່ອງທ່ຽວແບບມີຈຸດໝາຍໜຶ່ງດຽວ

Published on

ລັດຖະມົນຕີການທ່ອງທ່ຽວ ແລະ ຜູ້ວ່າການທະນາຄານຈາກ 4 ປະເທດ (ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ) ໄດ້ເຫັນດີ ທີ່ຈະເພີ່ມທະວີສົ່ງເສີມການທ່ອງທ່ຽວ ໃຫ້ກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວໜຶ່ງດຽວ ແລະ ເສີມຂະຫຍາຍການຮ່ວມມືໃນຂະແໜງການທະນາຄານໃຫ້ເຂົ້າສູ່ລວງເລິກ,ຊຶ່ງໄດ້ຮັບການຕົກລົງເຫັນດີ ໃນກອງປະຊຸມເຊື່ອມຕໍ່ການທ່ອງທ່ຽວ ແລະ ການຮ່ວມມືຂະແໜງການທະນາຄານທີ່ມີຈຸດໝາຍປາຍທາງໜຶ່ງດຽວລະຫວ່າງ 4 ປະເທດດັ່ງກ່າວ ເຊິ່ງຈັດຂຶ້ນໃນວັນທີ 31 ກໍລະກົດນີ້, ທີ່ສະຫະພາບມຽນມາ. ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ U Henry Van Thioຮອງປະທານນາທິບໍດີ ສະຫະພາບມຽນມາ, ມີທ່ານຮອງນາຍົກລັດຖະມົນຕີຂອງກຳປູເຈຍ, ສປປ ລາວ ແລະ ສສ ຫວຽດນາມ, ລັດຖະມົນຕີການທ່ອງທ່ຽວ, ຜູ້ວ່າການທະນາຄານ ແລະ ເຈົ້າໜ້າທີ່ກ່ຽວຂ້ອງເຂົ້າຮ່ວມຫລາຍກວ່າ 800 ທ່ານ.

ໃນກອງປະຊຸມ ລັດຖະມົນຕີການທ່ອງທ່ຽວທັງ 4 ປະເທດ ກໍໄດ້ເນັ້ນເຖິງຄວາມສຳຄັນໃນການຮັດແໜ້ນການປະສານງານ, ການຮ່ວມມືໃນການພັດທະນາຜະລິດຕະພັນທ່ອງທ່ຽວ ໃຫ້ມີຄວາມຫລາກຫລາຍ, ການເຊື່ອມໂຍງກິດຈະກໍາທ່ອງທ່ຽວກັບພາກພື້ນ ແລະ ສາກົນ, ການສົ່ງເສີມການຕະຫລາດ, ການສົ່ງເສີມການລົງທຶນພາຍໃນຂະແໜງການທ່ອງທ່ຽວ, ການພັດທະນາບຸກຄະລາກອນ, ການອໍານວຍຄວາມສະດວກ ໃນການເດີນທາງໄປມາຫາສູ່ກັນ ລະຫວ່າງ 4 ປະເທດ ແລະ ການແບ່ງປັນນັກທ່ອງທ່ຽວສາກົນໃຫ້ກັນ ແລະ ກັນ.

ຂະນະດຽວກັນ, ຜູ້ວ່າການທະນາຄານແຫ່ງຊາດຂອງ  4 ປະເທດ ກໍເຫັນດີໃນການເພີ່ມທະວີການຮ່ວມມື ແລະ ການຮັດແໜ້ນການເຊື່ອມໂຍງໃນຂະແໜງການຂອງຕົນ ໃຫ້ເຂົ້າສູ່ລວງເລິກໂດຍສະ ເພາະການຮ່ວມມືທາງດ້ານການເງິນ, ດ້ານລະບຽບການ ແລະ ດ້ານວິຊາການ.

ໃນປີ 2015 ໄດ້ມີນັກທ່ອງທ່ຽວສາກົນ ເຂົ້າມາທ່ຽວໃນ 4 ປະເທດດັ່ງກ່າວຫລາຍກວ່າ 22 ລ້ານຄົນ,ເພີ່ມຂຶ້ນ 11,4% ເມື່ອທຽບກັບປີ 2014 ແລະ ຄາດວ່າໃນປີ 2016 ນີ້ ຈະມີນັກທ່ອງທ່ຽວເຂົ້າມາປະມານ 24 ລ້ານຄົນ ເນື່ອງຈາກວ່າ ໃນ 5 ເດືອນຕົ້ນປີ 2016 ມີນັກທ່ອງທ່ຽວເດີນທາງເຂົ້າມາທ່ອງທ່ຽວຫລາຍກວ່າ 11 ລ້ານຄົນ ແລະ ຄາດວ່າຈະມີນັກທ່ອງທ່ຽວເຂົ້າມາເຖິງ 28,5 ລ້ານຄົນໃນປີ 2018.

 

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...