Homeຊີວິດແລະຄວາມຮັກ4 ເລື່ອງທີ່ຕ້ອງລົມກັນໃຫ້ຕົກແຕກກ່ອນຕັດສິນໃຈແຕ່ງງານກັນ

4 ເລື່ອງທີ່ຕ້ອງລົມກັນໃຫ້ຕົກແຕກກ່ອນຕັດສິນໃຈແຕ່ງງານກັນ

Published on

ຄູ່ຮັກທີ່ຄົບກັນມາດົນຈົນມີແຜນທີ່ຈະແຕ່ງງານກັນນັ້ນ ມັຈະມີຫຼາຍໆເລື່ອງເຂົ້າມາໃຫ້ຄິດ ແລະ ປຶກສາກັນບໍ່ວ່າຈະເປັນລາຍລະອຽດຕ່າງໆຂອງງານ ແລະ ອື່ນໆ ແຕ່ກ່ອນທີ່ຈະກ້າວໄປເຖິງຂັ້ນຕົກລົງປົງໃຈຈະແຕ່ງງານກັນນັ້ນທ່ານໄດ້ເຄີຍລົມກັນທຸກເລື່ອງຢ່າງລະອຽດແລ້ວບໍ່ ເພື່ອຈະບໍ່ໃຫ້ເກີດມີບັນຫາພາຍຫຼັງແຕ່ງງານແລ້ວ ວັນນີ້ພວກເຮົາເລີຍມີ 6 ເລື່ອງທີ່ຈຳເປັນຕ້ອງໄດ້ຕົກລົງກັນຂອງທັງສອງຝ່າຍມາຝາກ

1. ເລື່ອງເງິນ

ໂດຍປົກກະຕິແລ້ວວິທີການໃຊ້ເງິນຂອງແຕ່ລະຄົນຈະແຕກຕ່າງກັນອອກໄປ ເມື່ອແຕ່ງງານກັນແລ້ວວິທີການໃຊ້ເງິນກໍ່ຈະຕ່າງຈາກເດີມ ເພາະໃນເມື່ອກ່ອນເງິນຖົງໃຜຖົງມັນ ແຕ່ເມື່ອແຕ່ງກັນໄປເງິນຈະມີຢູ່ຖົງດຽວ ເລື່ອງເງິນຖືວ່າເປັນເລື່ອງໃຫຍ່ ດັ່ງນັ້ນຕ້ອງມີການຕົກລົງກັນກ່ອນວ່າວິທີການຄຸ້ມຄອງເງິນ, ບໍລິຫານເງິນ, ຮັບ-ຈ່າຍແນວໃດ? ການຈັດສັນໜ້າທີ່ຮັບຜິດ ຊອບຂອງແຕ່ລະຝ່າຍຈະມີຄືແນວໃດ ຫຼື ແມ່ນແຕ່ເລື່ອງເງິນທີ່ຈະມາໃຊ້ໃນການຈັດງານດອງຈະມາຈາກໃສ? ຈະເຮັດແບບໃດ?

 2. ເລື່ອງລູກ

ເລື່ອງນີ້ກໍ່ເປັນເລື່ອງທີ່ສຳຄັນອີກເລື່ອງໜຶ່ງ ກ່ອນຈະຕັດສິນໃຈແຕ່ງງານທ່ານຕ້ອງລົມກັນໃຫ້ຄັກແນ່ ໂດຍສະເພາະກໍລະນີຖ້າອີກຝ່າຍບໍ່ສາມາດມີລູກໄດ້ເດ ຍັງຢາກຈະແຕ່ງງານນຳ ຫຼື ບໍ່? ບໍ່ແມ່ນວ່າບາດແຕ່ງງານກັນໄປແລ້ວຮູ້ວ່າອີກຝ່າຍໜຶ່ງມີລູກບໍ່ໄດ້ກໍ່ຈະຫາທາງປະຮ້າງ ຫຼື ຫາເຫດຜົນຕ່າງໆເພື່ອມາທຳຮ້າຍຈິດໃຈກັນ

 3. ເລື່ອງສາດສະໜາ

ກໍລະນີຄູ່ທີ່ຖືສາດສະໜາບໍ່ຄືກັນ ຕ້ອງໄດ້ລົມກັນຄືນວ່າຈະເຮັດແນວໃດ ຈະຖືສາດສະໜາອັນດຽວກັນໄດ້ບໍ່ ຫຼື ຖືຄົນລະສາດສະໜາກໍ່ໄດ້ ຫຼື ຖືທັງສອງສາດສະໜາເລີຍ ລົມກັນໄວ້ລ່ວງໜ້າ ເພື່ອຈະບໍ່ມີບັນຫາຕາມມາພາຍຫຼັງ

 4. ເລື່ອງທີ່ຢູ່ອາໃສ

ທີ່ຢູ່ອາໃສກໍ່ເປັນເລື່ອງສຳຄັນ ເພາະແຕ່ງກັນແລ້ວຈະໄປຢູ່ໃສ ຢູ່ກັບຄອບຄົວພໍ່ແມ່ຝ່າຍຜົວ ຫຼື ຝ່າຍເມຍ ຫຼື ແຍກອອກມາຢູ່ສ່ວນຕົວຜົວເມຍ ຫຼື ຈັ່ງໃດ ອັນນີ້ກໍ່ຕ້ອງລົມກັນໃຫ້ຕົກແຕກ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...