spot_img
Homeຊີວິດແລະຄວາມຮັກບັນຫາທີ່ແກ້ບໍ່ໄດ້ຂອງຄູ່ແຕ່ງງານ

ບັນຫາທີ່ແກ້ບໍ່ໄດ້ຂອງຄູ່ແຕ່ງງານ

Published on

ຜົວເມຍກໍ່ຄືລີ້ນກັບແຂ້ວ ຕ້ອງມີເລື່ອງຜິດຖຽງກັນບາງເວລາ ມັນເປັນເລື່ອງທຳມະດາ ເຊິ່ງລັກສະນະບັນຫາຂອງແຕ່ລະຄູ່ນັ້ນກໍ່ຈະແຕກຕ່າງກັນຕໍ່ໄປຕາມທັດສະນະຄະຕິຂອງແຕ່ລະຄູ່ ເຮົາຄິດວ່າທຸກຄູ່ຮັກຈະຕ້ອງເຄີຍພົບກັບບັນຫາຕ່າງໆ ວັນນີ້ພວກເຮົາເລີຍມີບັນຫາທີ່ແກ້ບໍ່ໄດ້ຂອງຄູ່ແຕ່ງງານມາຝາກກັນ ເຊິ່ງຈະມີຂໍ້ໃດແນ່ນັ້ນເຮົາມາອ່ານກັນເລີຍ

1. ເລື່ອງການກວດໂທລະສັບ ເລື່ອງນີ້ເປັນເລື່ອງທີ່ບໍ່ສາມາດຫຼີກລ່ຽງໄດ້ສຳລັບຄູ່ຮັກ ເຖິງແມ່ນວ່າຈະມີຄວາມເຊື່ອໃຈກັນຫຼາຍພຽງໃດກໍ່ຕາມ ແຕ່ຕ້ອງມີຈັກວັນໜຶ່ງທີ່ຢູ່ດີໆກໍ່ຢາກເບິ່ງໂທລະສັບຂອງຜົວ ຫຼື ຂອງເມຍແນ່ນອນ

2. ເລື່ອງວຽກເຮືອນ ສຳລັບວຽກເຮືອນບໍ່ໝາຍຄວາມວ່າຝ່າຍຜູ້ເປັນເມຍ ຫຼື ຜົວ ຈະເຮັດຝ່າຍດຽວ ເລື່ອງນີ້ຕ້ອງແບ່ງປັນຊ່ວຍກັນເຮັດ ຈິ່ງບໍ່ເກີດບັນຫາຜິດຖຽງກັນ

 3. ເລື່ອງສຸຂະພາບ ສ່ວນຫຼາຍຜູ້ເປັນຜົວຈະບໍ່ມັກດູແລສຸຂະພາບຕົວເອງປານໃດ ແລະ ຜູ້ເປັນເມຍກໍ່ມັກໃສ່ໃຈສຸຂະພາບຂອງຜົວບາງຄັ້ງກໍ່ໃສ່ໃຈຫຼາຍຈົນກາຍເປັນເວົ້າລຳໄລ ແລະ ເຮັດໃຫ້ຝ່າຍຜົວບໍ່ພໍໃຈໄດ້

4. ເລື່ອງລູກ ບາງຄູ່ການຮັກລູກ, ການສອນລູກຈະມີທັດສະນະຄະຕິທີ່ບໍ່ໄປໃນທາງດຽວກັນ ບາງຄັ້ງຜູ້ເປັນພໍ່ກຳລັງຮ້າຍວ່າລູກ ແຕ່ຜູ້ເປັນແມ່ພັດຫ້າມບໍ່ໃຫ້ຜູ້ເປັນຜົວເວົ້າ ມັນຈິ່ງກາຍເປັນວ່າຜູ້ເປັນພໍ່ ແລະ ແມ່ຜິດໃຈກັນເອງຊ້ຳ

5. ເລື່ອງເງິນ ນີ້ເປັນສິ່ງທຳອິດທີ່ເຮັດໃຫ້ຄູ່ຮັກເກີດບັນຫາຜິດຖຽງກັນແຕ່ຂັ້ນນ້ອຍໄປຫາຂັ້ນໃຫຍ່ຈົນນຳໄປສູ່ການປະຮ້າງກັນ ສະນັ້ນເລື່ອງເງິນຕ້ອງຖືເປັນສິ່ງສຳຄັນທັງຜົວ ແລະ ເມຍຕ້ອງມີຄວາມສື່ສັດໂປ່ງໃສໃຫ້ແກ່ກັນ

 6. ເລື່ອງວຽກງານ ບາງຄົນກໍ່ໄດ້ຜົວ ຫຼື ເມຍເປັນຄົນທີ່ບ້າເຮັດວຽກຈົນເກີນໄປ ຕັ້ງໃຈເຮັດແຕ່ວຽກຈົນບໍ່ມີເວລາເບິ່ງວຽກເຮືອນ, ຄອບຄົວ

7. ເລື່ອງຄົນອ້ອມຂ້າງ ບາງຄົນກໍ່ຫູເບົາຟັງແຕ່ຄວາມໝູ່ ຫຼື ຄົນອື່ນຫຼາຍກວ່າຄົນໃນຄອບຄົວຕົວເອງ ເມື່ອເວລາທີ່ໄດ້ຍິນພວກເຂົາເຫຼົ່ານັ້ນເວົ້າແນວບໍ່ດີໃສ່ຜົວ ຫຼື ເມຍຕົວເອງ ກໍ່ຈະເກັບເລື່ອງດັ່ງກ່າວມາໂວຍວາຍໃສ່ຜົວ ຫຼື ເມຍຕົວເອງ ໂດຍບໍ່ທັນໄດ້ສອບຖາມເອົາຄວາມຈິງເທື່ອ

8. ເລື່ອງການເດີນທາງ ເມື່ອເວລາໄປຫຼິ້ນໄປທ່ຽວນຳກັນ ຫຼື ໄປສັງສັນກັບໝູ່ເພື່ອນ ບາງຄູ່ມັກຜິດຖຽງກັນດ້ວຍເລື່ອງເລັກໆນ້ອຍ ແບບບໍ່ມີໃຜຍອມໃຜ ກໍ່ເຮັດໃຫ້ບັນຍາກາດແຫ່ງຄວາມສຸກ ຂຸ່ນໝອງໄດ້ ທີ່ສຳຄັນໃຈຮ້າຍໃນເວລາຂັບລົດມັນເປັນຕາຢ້ານ

9. ເລື່ອງການສະແດງຄວາມຮັກ ເລື່ອງນີ້ກໍ່ເປັນອີກເລື່ອງທີ່ສຳຄັນທີ່ມັນກໍ່ເປັນບັນຫາໃຫ້ຫຼາຍຄູ່ ເພາະບາງຄູ່ຕອນເປັນແຟນນີ້ສະວີດຫວານແຫ໋ວວ ບາດແຕ່ງງານກັນໄປໄດ້ລູກແລ້ວ ຮູ້ສຶກວ່າຄວາມຫວານຈະໜ້ອຍລົງໄປຕາມການເວລາ ເຊິ່ງຄວາມຮູ້ສຶກນ້ອຍໃຈ ແມ່ນມັກຈະເກີດຂື້ນກັບຝ່າຍຍິງທີ່ສຸດ ເພາະພວກນາງຍັງຕ້ອງການຄວາມຮັກກັບຊາຍທີ່ນາງຮັກຢູ່ສະເໝີ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...