spot_img
Homeຊີວິດແລະຄວາມຮັກ9 ສິ່ງທີ່ເມຍສຸດທີ່ຮັກມັກເວົ້າຕົວະຜູ້ເປັນຜົວ ຈະມີສິ່ງໃດແນ່...ມາອ່ານກັນເລີຍ

9 ສິ່ງທີ່ເມຍສຸດທີ່ຮັກມັກເວົ້າຕົວະຜູ້ເປັນຜົວ ຈະມີສິ່ງໃດແນ່…ມາອ່ານກັນເລີຍ

Published on

ຜູ້ຊາຍບາງຄົນມັກມີເລື່ອງເວົ້າຕົວະເມຍ ແຕ່ເມຍເອງກໍ່ມີບາງເລື່ອງທີ່ບອກຄວາມຈິງກັບຜົວບໍ່ໄດ້ເຊັ່ນດຽວກັນ. ເອີ!!! ຄືວ່າຄົງຈະບໍ່ມີໃຜໃນໂລກນີ້ທີ່ບໍ່ເຄີຍມີຄວາມລັບແມ່ນບໍ່? ແລະ ຢາກຮູ້ບໍ່ວ່າບັນດາເມຍທັງຫຼາຍນິຍົມມັກເວົ້າຕົວະຜົວສຸດທີ່ຮັກຫຼາຍທີ່ສຸດແມ່ນເລື່ອງໃດ ຢາກຮູ້?… ເຮົາມາອ່ານກັນເລີຍ

  1. ເລື່ອງເສື້ອຜ້າ, ເຄື່ອງສຳອາງ, ເຄື່ອງປະດັບ, ເກີບ ປະເພດນີ້ ສ່ວນຫຼາຍແມ່ຍິງມັກຈະຊື້ເຄື່ອງຂອງພວກນີ້ເປັນຊີວິດຈິດໃຈ ແລະ ມັກຈະປ່ຽນເຄື່ອງນຸ່ງໃໝ່ເປັນປະຈຳ ຖ້າງາມຖືກໃຈລາຄາແພງກໍ່ສູ້ ແຕ່ຖ້າຈະບອກຄວາມຈິງກັບຜູ້ເປັນຜົວກໍ່ຢ້ານຖືກຜົວຕຳນິ ສະນັ້ນຈິງມັກປົກປິດເລື່ອງລາຄາ ແລະ ຈຳນວນເຄື່ອງນຸ່ງທີ່ຊື້ຕົວຈິງໃນແຕ່ລະເດືອນ
  2. ນໍ້າໜັກຕົວຂອງແມ່ຍິງຄືສິ່ງທີ່ທ່ານຈະບໍ່ໄດ້ຮູ້ຄວາມຈິງແນ່ນອນ ສ່ວນຫຼາຍແມ່ຍິງຈະຮູ້ສຶກອາຍ ແລະ ຂາດຄວາມໝັ້ນໃຈທີ່ຈະບອກນໍ້າໜັກຕົວຈິງຂອງຕົວເອງໃຫ້ຄົນອື່ນຮູ້ ເຖິງຈະແມ່ນຜູ້ເປັນຜົວກໍ່ຕາມ
  3. ໄລຍະເວລາການແຕ່ງຕົວ ແມ່ຍິງບາງຄົນຈະໃຊ້ເວລາໃນການແຕ່ງຕົວດົນ ແຕ່ໃຜລະທີ່ຈະບອກວ່າຕົວເອງແຕ່ງຕົວດົນສໍ່າໃດແທ້ ເພາະຢ້ານອີກຝ່າຍໜຶ່ງລຳຄານ ຫຼື ທົນລໍຖ້າບໍ່ໄດ້
  4. ວັນຄົບຮອບວັນແຕ່ງງານ, ວັນເກີດ ຫຼື ວັນສຳຄັນຕ່າງໆ ບໍ່ມີຂອງຂວັນກໍ່ໄດ້: ເຖິງປາກຈະບອກວ່າບໍ່ຢາກໄດ້ ຫຼື ບໍ່ມີກໍ່ໄດ້ຂອງຂວັນ ແຕ່ໃນໃຈແນ່ນອນວ່າແອບລຸ້ນຢູ່ເລິກໆ ຖ້າຫາກບໍ່ໄດ້ຕາມທີ່ຄິດ ກໍ່ຄົງມີຄິດເລັກຄິດນ້ອຍແນ່ນອນ
  5. ນາງຍິນດີເວລາທີ່ທ່ານຂໍອອກໄປສັງສັນຊຸມແຊວກັບໝູ່ເພື່ອນ: ແມ່ຍິງສ່ວນຫຼາຍມັກຈະບອກວ່າໄປໂລດບໍ່ເປັນຫຍັງ ແຕ່ເມື່ອຜູ້ເປັນຜົວອອກເຮືອນໄປແລ້ວພັດຈະໂທນຳຕະຫລອດ ຍາມໃດກໍ່ມັກຈະຖາມວ່າ ປານໃດຊິມາ, ປານໃດຊິກັບ ດ້ວຍຄຳຖາມປະເພດນີ້ ນັ້ນສະແດງວ່ານາງບໍ່ຢາກໃຫ້ທ່ານໄປນັ້ນເອງ
  6. ເລື່ອງຂະໜາດຂອງອະໄວຍະວະເພດຊາຍຂອງຜົວ: ຂໍ້ນີ້ກໍ່ວົນມາທີ່ເລື່ອງ 18+ ແມ່ຍິງສ່ວນຫຼາຍຈະບໍ່ມີການເວົ້າ ຫຼື ວິຈານໃດໆກ່ຽວກັບຂະໜາດຊ້າງນ້ອຍຂອງຜູ້ເປັນຜົວ ເຖິງແມ່ນວ່າຈະຖືກໃຈນາງ ຫຼື ບໍ່ຖືກໃຈນາງກໍ່ຕາມ ເພາະແມ່ຍິງຈະຮັກຜູ້ເປັນຜົວດ້ວຍຫົວໃຈ ແລະ ອົງປະກອບຫຼາຍສິ່ງຫຼາຍຢ່າງນອກເໜືອຈາກຂະໜາດຊ້າງນ້ອຍຂອງຜົວ ສະນັ້ນ ຜູ້ເປັນຜົວກໍ່ວາງໃຈໄດ້ເລີຍສຳລັບເລື່ອງນີ້
  7. ຍັງບໍ່ທັນພ້ອມທີ່ຈະມີລູກ: ແມ່ຍິງບາງຄົນເຖິງວ່າຕົນເອງຈະຮູ້ສຶກວ່າຍັງບໍ່ທັນຢາກໄດ້ລູກ ຫຼື ຍັງບໍ່ທັນຢາກມີລູກ ແຕ່ດ້ວຍປັດໄຈຕ່າງໆເຊັ່ນ: ເຫັນຜົວຢາກໄດ້ລູກແຮງ ຫຼື ທາງຝ່າຍຜູ້ໃຫຍ່ຢາກໄດ້ຫຼານແລ້ວ ບາງຄັ້ງນາງກໍ່ຕ້ອງເກັບຄວາມຮູ້ສຶກເອົາໄວ້ ແລະ ຕ້ອງປະຕິບັດຕາມຄວາມຕ້ອງການຂອງຜູ້ເປັນຜົວ ແລະ ຂອງຜູ່ໃຫຍ່ ສະນັ້ນ ແມ່ຍິງບາງຄົນກໍ່ເລືອກທີ່ຈະເກັບໄວ້ໃນໃຈບໍ່ບອກຜົວອອກໄປດີກວ່າ.
  8. ມັກຊື້ເລກ, ມັກຫຼິ້ນໄພ້: ການພະນັນຈຳພວກນີ້ແມ່ຍິງສ່ວນຫຼາຍຈະບໍ່ກ້າເປີດເຜີຍໃຫ້ຜູ້ເປັນຜົວໄດ້ຮູ້ຈັກ ໂດຍສະເພາະຖ້າຫາກໃຜໄດ້ຜົວທີ່ບໍ່ມັກໃຫ້ເມຍໄປຫຍຸ້ງກ່ຽວກັບການພະນັນເລີຍ
  9. ມັກເບິ່ງດວງ: ເລື່ອງແບບນີ້ຜູ້ຊາຍສ່ວນຫຼາຍກໍ່ບໍ່ມັກ ເພາະຄິດວ່າມັນເປັນເລື່ອງງົມງວາຍ ແລະ ນີ້ກໍ່ເປັນອີກເລື່ອງໜຶ່ງທີ່ແມ່ຍິງບາງກຸ່ມຄົນບໍ່ກ້າເລົ່າສູ່ຜົວຟັງເມື່ອເວລາໄປເບິ່ງດວງມາ.

 

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...