Homeຂ່າວຕ່າງປະເທດຍີ່ປຸ່ນກຽມງົບ 28 ພັນຕື້ເຢນກະຕຸ້ນເສດຖະກິດ

ຍີ່ປຸ່ນກຽມງົບ 28 ພັນຕື້ເຢນກະຕຸ້ນເສດຖະກິດ

Published on

ນາຍົກລັດຖະມົນຕີຍີ່ປຸ່ນ​ເປີດ​ເຜີຍ​ກຽມ​ຈັດ​ສັນ​ງົບປະມານ 28 ພັນ​ຕື້​ໂດ​ລາ​ສະຫະລັດ​ຂອງ​ປະ​ເທດ ທີ່​ກຳລັງ​ປະສົບ​ບັນຫາ​ເງິນ​ເຢນ​ແຂງ​ຄ່າ ຊຶ່ງ​ເປັນ​ຜົນ​ຈາກ​ພາວະ ​ເບຣັກຊິດ.

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ: ທ່ານ ຊິນ​ໂຊ ອາ​ເບະ ນາຍົກ​ລັດຖະມົນຕີ​ຍີ່ປຸ່ນ ຖະ​ແຫຼ​ງ​ໃນ​ວັນ​ທີ 27 ກໍລະກົດ​ທີ່​ຜ່ານ​ມາ​ ລະຫວ່າງ​ລົງ​ພື້ນ​ທີ່​ເມືອງ​ຟຸກຸ​ໂອ​ກະ​ວ່າ ລັດຖະບານ​ກຽມ​ແຜນ​ງົບປະມານ​ເສີມ​ສະພາບ​ຄ່ອງ​ໃຫ້​ແກ່​ເສດຖະກິດ​ຂອງ​ຍີ່ປຸ່ນ​ມູນ​ຄ່າ 28 ພັນ​ຕື້​ເຢນ ​ໂດຍ​ຈຳນວນ​ນີ້ 13 ພັນ​ຕື້​ເຢນຈະ​ເປັນ​ມາດຕະຖານ​ການ​ຊ່ວຍ​ເຫຼືອ​ສຳລັບ​ພາກ​ລັດ ທີ່​ລວມ​ເຖິງ​ໂຄງການ​ປ່ອຍ​ສິນ​ເຊື່ອ​ໃຫ້​ແກ່​ພະນັກງານລັດ, ຢ່າງ​ໃດ​ກໍ​ຕາມ ທ່ານ ອາ​ເບະ ບໍ່​ເປີດ​ເຜີຍ​ເພີ່ມ​ຕື່ມ ຊຶ່ງ​ທ່ານຕ້ອງການ​ໃຫ້​ທີ່​ປະຊຸມ​ຄະນະ​ລັດຖະມົນຕີ​ອະນຸມັດ​ມາດ​ຕະການ​ດັ່ງກ່າວ​ຢ່າງ​ເປັນ​ທາງ​ການ​ກ່ອນ ຂະນະ​ທີ່​ທະນາຄານ​ກາງ​ຍີ່ປຸ່ນ (ບີ​ໂອ​ເຈ) ກຽມ​ປະກາດ​ມາດ​ຕະການ​ກະ​ຕຸ້ນ​ເສດຖະກິດ​ຂອງ​ຕົນ​ເອງ​ໃນ​ວັນ​ທີ 28 ກໍລະກົດ.

ທັງ​ນີ້ ​ເສດຖະກິດ​ຂອງ​ຍີ່ປຸ່ນ​ຊຶ່ງ​ມີ​ຂະໜາດ​ໃຫຍ່​ອັນ​ດັບ 3 ຂອງ​ໂລກ​ຮອງ​ຈາກ​ອາ​ເມ​ລິ​ກາ ​ແລະ ຈີນ ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກ​ຈາກ​ພາວະ​ເບຣັກ​ຊິດ ຫຼື​ການ​ກຽມ​ອອກ​ຈາກ​ສະຫະພາບ​ເອີຣົບ (ອີ​ຢູ) ຂອງ​ອັງກິດ ຊຶ່ງ​ສົ່ງ​ໃຫ້​ເງິນ​ເຢນ​ແຂງ​ຄ່າ​ຢ່າງ​ໜັກ​ຕໍ່າ​ກວ່າ 100 ​ເຢນຕໍ່ 1 ​ໂດ​ລາ​ເປັນ​ເທື່ອ​ທຳ​ອິດ​ໃນ​ຮອບ​ຫຼາຍ​ປີ ກ່ອນ​ປັບ​ຕົວ​ຂຶ້ນ​ມາ​ເລັກ​ໜ້ອຍ​ຫຼັງ​ສະຖານະ​ການ​ເລີ່​ມສະ​ຫງົບ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...