Homeຂ່າວພາຍ​ໃນລາຄາສິນຄ້າອຸປະໂພກ-ບໍລິໂພກໃນບ້ານເຮົາ ຍັງປັບຕົວສູງຂຶ້ນຢ່າງຕໍ່ເນື່ອງ

ລາຄາສິນຄ້າອຸປະໂພກ-ບໍລິໂພກໃນບ້ານເຮົາ ຍັງປັບຕົວສູງຂຶ້ນຢ່າງຕໍ່ເນື່ອງ

Published on


ລາຄາສິນຄ້າອຸປະໂພກ ບໍລິໂພກ ໃນລາວຍັງປັບຕົວສູງຂຶ້ນຢ່າງຕໍ່ເນື່ອງ ເຖິງແມ່ນວ່າ ເງິນກີບຈະແຂງຄ່າຂຶ້ນກໍຕາມ ຫາກແຕ່ການປະຕິບັດມາດຕະການ ຄວບຄຸມລາຄາ ສິນຄ້າໃນລາວ ຍັງມີປະສິດທິພາບຕ່ຳ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງອຸດສາຫະກຳ ແລະການຄ້າ ຍອມຮັບວ່າ ລາຄາສິນຄ້າ ອຸປະໂພກ ແລະ ບໍລິໂພກ ໄດ້ປັບຕົວສູງຂຶ້ນ ຢ່າງຕໍ່ເນື່ອງ ໂດຍນັບແຕ່ເດືອນຕຸລາ 2015 ເປັນຕົ້ນມາຈົນເຖິງປັດຈຸບັນ ກໍປາກົດວ່າ ລາຄາສິນຄ້າໄດ້ປັບຕົວສູງຂຶ້ນເກີນກວ່າ 30 ເປີເຊັນ ແລ້ວ ໂດຍສະເພາະແມ່ນນະຄອນວຽງຈັນ ນັ້ນ ຖືເປັນເຂດທີ່ສິນຄ້າໄດ້ປັບ ລາຄາສູງຂຶ້ນກວ່າເຂດອື່ນໆ ເຊັ່ນລາຄາເຂົ້າໜຽວ ປະເພດ 1 ໄດ້ເພີ່ມຂຶ້ນຈາກ 8,500 ກີບ ເປັນ 12,000 ກີບ ຕໍ່ກິໂລກຣາມ ໃນເວລານີ້.

770A1F72-9690-4841-8DA2-5B0DDEEF37EF_w610_r1_s

ງານວາງສະແດງສິນຄ້າ ອຸປະໂພກ-ບໍລິໂພກ ຢູ່ນະຄອນວຽງຈັນ

ຍິ່ງໄປກວ່ານັ້ນ ລາຄາຊີ້ນສັດຢູ່ໃນລາວ ກໍຍັງແພງກວ່າໃນປະເທດໄທອີກດ້ວຍ ເຊັ່ນ ຊີ້ນງົວ ໄດ້ປັບລາຄາສູງຂຶ້ນ ຈາກກິໂລກຣາມລະ 75,000 ກີບເປັນ 85,000 ກີບ ສ່ວນຊີ້ນໝູ- ເປັດ-ໄກ່ນັ້ນ ກໍປັບລາຄາຂຶ້ນຈາກ 35,000 ກີບເປັນ 40,000 ກີບຕໍ່ກິໂລກຣາມ ໂດຍທີ່ ທາງການລາວບໍ່ສາມາດທີ່ຈະຄວບຄຸມລາຄາໄດ້ເລີຍ ທັງຍັງເຮັດໃຫ້ປະຊາຊົນລາວ ບໍ່ໝັ້ນໃຈ ໃນຄ່າເງິນກີບອີກດ້ວຍ ດັ່ງເຈົ້າໜ້າທີ່ຂັ້ນສູງ ໃນກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ການຢືນຢັນວ່າ:

“ອັດຕາເງິນເຟີ້ຂອງພວກເຮົານີ້ ຖ້າຫາກທຽບໃສ່ຫຼາຍປະເທດແລ້ວ ກໍຖືວ່າ ຍັງສູງຢູ່ ເສດຖະກິດ ມະຫາພາກນີ້ ຍັງບໍ່ໜັກແໜ້ນ ປະຊາຊົນກໍຍັງເຊື່ອຖື ເງິນຕາຕ່າງປະເທດ ຫັ້ນ ເປັນສະກຸນທີ່ວ່າ ມີຄ່າການປະຕິບັດມາດຕະການ ຕໍ່ຜູ້ລະເມີດນີ້ ກໍຍັງບໍ່ທັນ ເຂັ້ມງວດ.”

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງການເງິນ ບອກວ່າອັດຕາເງິນເຟີ້ ຢູ່ທີ່ລະດັບສະເລ່ຍ 1.3 ເປີເຊັນເທົ່ານັ້ນ ໃນລະຍະ 6 ເດືອນຂອງປີ 2016 ນີ້ ໂດຍລົດລົງຈາກອັດຕາສະເລ່ຍ 4.62 ເປີເຊັນ ໃນຊ່ວງດຽວກັນ ຂອງປີ 2015 ສ່ວນເງິນກີບກໍແຂງຄ່າຂຶ້ນອີກດ້ວຍ ເມື່ອ ທຽບໃສ່ຄ່າເງິນບາດ ແລະເງິນດອນລາສະຫະລັດ ຫາກແຕ່ກໍບໍ່ເຮັດໃຫ້ລາຄາສິນຄ້າຖືກລົງ ເພາະລາຍຍັງຕ້ອງເພິ່ງພາການນຳເຂົ້າສິນຄ້າ ເປັນຫຼັກນັ້ນເອງ.

ໂດຍສະພາບການດັ່ງກ່າວນີ້ ກໍໄດ້ສົ່ງຜົນກະທົບຕໍ່ປະຊາຊົນລາວຢ່າງກວ້າງຂວາງ ເນື່ອງ ຈາກລາຍໄດ້ຍັງຄົງເດີມ ແຕ່ກັບຕ້ອງແບກຮັບສະພາວະການຄອງຊີບ ທີ່ເພີ່ມສູງຂຶ້ນຈາກ ເດີມເກີນກວ່າ 30 ເປີເຊັນ ທັງນີ້ ໂດຍສະເພາະແມ່ນບັນດາກຳມະກອນ ຜູ້ອອກແຮງງານ ທີ່ມີລາຍໄດ້ຕ່ຳ ແລະ ປະຊາຊົນລາວທີ່ຢູ່ເຂດຊົນນະບົດນັ້ນ ຖືເປັນກຸ່ມປະຊາກອນທີ່ໄດ້ຮັບ ຜົນກະທົບຈາກສະພາວະດັ່ງກ່າວນີ້ ຢ່າງໜັກນ່ວງທີ່ສຸດ ເນື່ອງຈາກເປັນກຸ່ມປະຊາກອນ ທີ່ມີຖານະຍາກຈົນ ແລະມີສະພາບຊີວິດການເປັນຢູ່ທີ່ແຕກໂຕນກັນ ຢ່າງຍິ່ງເມື່ອທຽບໃສ່ ປະຊາຊົນລາວ ໃນເຂດຕົວເມືອງ.

ທັງນີ້ເນື່ອງຈາກວ່າ ການພັດທະນາທາງເສດຖະກິດໃນລາວ ໃນລະຍະທີ່ຜ່ານມານັ້ນ ເຮັດ ໃຫ້ເກີດບັນຫາກ່ຽວກັນຄວາມແຕກໂຕນກັນ ໃນລະດັບການພັດທະນາທາງເສດຖະກິດ ລະຫວ່າງເຂດເມືອງ ກັບເຂດຊົນນະບົດ ເພີ່ມຂຶ້ນນັບມື້ ໂດຍຈະເຫັນໄດ້ຈາກການພັດທະນາທາງເສດຖະກິດຢູ່ໃນເຂດນະຄອນຫຼວງວຽງຈັນ ທີ່ມີຍອດຜະລິດຕະພັນລວມ (GDP) ເຖິງ 124,900 ຕື້ກີບ ໃນຊ່ວງປີ 2011-2015 ໂດຍຖົວສະເລ່ຍເປັນລາຍໄດ້ຂອງປະຊາ ຊົນໃນເຂດນະຄອນຫຼວງວຽງຈັນ ໄດ້ເຖິງ 35 ລ້ານກີບ ຫຼື 4,390 ໂດລາ ຕໍ່ຄົນຕໍ່ປີ.

ຫາກແຕ່ສຳລັບປະຊາຊົນລາວ ທີ່ແຂວງຜົ້ງສາລີ ກັບຍັງມີລາຍໄດ້ສະເລ່ຍພຽງ 7 ລ້ານ 8 ແສນກີບ ຫຼື 980 ໂດລາ ຕໍ່ຄົນຕໍ່ປີເທົ່ານັ້ນ ໃນຂະນະທີ່ອັດຕາຄວາມຍາກຈົນຂອງປະຊາ ຊົນລາວໃນແຂວງດັ່ງກ່າວ ກໍຍັງສູງເກີນກວ່າ 45 ເປີເຊັນ ຂອງປະຊາກອນທັງໝົດ ຊຶ່ງ ໝາຍຄວາມວ່າ ທາງການແຂວງຜົ້ງສາລີ ບໍ່ສາມາດຫລຸດຜ່ອນຄວາມຍາກຈົນໄດ້ໃນເຂດ 886 ບ້ານ ຄິດເປັນ 9.97 ເປີເຊັນ ຂອງບ້ານທັງໝົດໃນທົ່ວປະເທດ ທັງຍັງຄິດເປັນລະດັບ ຄວາມສາມາດໃນການລົບລ້າງຄວາມຍາກຈົນ ໄດ້ພຽງໃນອັດຕາສະເລ່ຍ 3 ເປີເຊັນ ຕໍ່ປີ ເທົ່ານັ້ນ ໃນຊ່ວງປີ 2011-2015 ທີ່ຜ່ານມາ.

ຂໍຂອບໃຈ

ຂໍ້ມູນຈາກ :

fwfwref

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...