spot_img
Homeຂ່າວພາຍ​ໃນລັດຖະບານຈັດໜັກ ຈະກວາດລ້າງເຄື່ອງກັອບປີໃນລາວ

ລັດຖະບານຈັດໜັກ ຈະກວາດລ້າງເຄື່ອງກັອບປີໃນລາວ

Published on

 

ຄະນະກຳມະການຄຸ້ມຄອງຊີ້ນຳວຽກງານຊັບສິີນທາງປັນຍາໄດ້ ລົງກວດກາຍືດສິນຄ້າປອມ/ສິນຄ້າຮຽນແບບຜະລິດຕະພັນ SAMSUNG

ເມື່ອວັນທີ 5 ຫາ ວັນທີ 15 ກໍລະກົດ 2016 ນີ້ ໜ່ວຍງານຊັບສິນທາງປັນຍາ ມາດຖານ ແລະ ວັດແທກ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມຮ່ວມກັບ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ຈຳປາສັກ ແລະ ແຂວງ ຫຼວງພະບາງ, ໂດຍທາງນະຄອນຫຼວງວຽງ ໄດ້ລົງນຳພາຈັດຕັ້ງປະຕິບັດ ການລົງກວດກາເພື່ອແລກປຽ່ນ ຖອດຖອນບົດຮຽນກັບບັນດາແຂວງດັ່ງກ່າວ ໃນການລົງກວດກາ ແລະ ສະກັດກັ້ນ ການຈຳໜ່າຍສິນຄ້າປະເພດໂທລະສັບມືຖື ແລະ ອຸປະກອນເສີມຂອງໂທລະສັບມືຖື ທີ່ປອມແປງ, ລອກຮຽນແບບເຄື່ອງໝາຍການຄ້າ Samsung ທີ່ເມືອງປາກເຊ ແຂວງຈໍາປາສັກ, ເມືອງຫຼວງພະບາງ ແຂວງຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ ໂດຍມີຄະນະກຳມະການຄຸ້ມຄອງຊີ້ນຳວຽກງານຊັບສິີນທາງປັນຍາຈາກໜ່ວຍງານທີ່ກ່ຽວຂ້ອງ ລວມທັງຕົວແທນຝ່າຍຄຸ້ມຄອງສິດໃນຊັບສິນທາງປັນຍາ ຂອງ ບໍລິສັດ ທີລລິກີ ແອນ ກິບບິນລາວ ຈຳກັດ ເຂົ້າຮ່ວມປະຊຸມ ຊຶ່ງ ພາຍຫຼັງສິ້ນສຸດການປະຊຸມ ທາງຄະນະກຳມະການຄຸ້ມຄອງຊີ້ນຳວຽກງານຊັບສິີນທາງປັນຍາທີໄດ້ຮັບການແຕ່ງຕັ້ງ ໄດ້ມີການລົງກວດກາໂທລະສັບມືຖື ແລະ ອຸປະກອນເສີມ ທີ່ປອມແປງ, ຮຽນແບບເຄື່ອງໝາຍການຄ້າ Samsung ໃນພື້ນທີ່ດັ່ງກ່າວ.
ຈາກການລົງກວດກາທີ່ເມືອງປາກເຊ ແຂວງຈຳປາສັກ ພົບສິນຄ້າ ປອມແປງ,ຮອກຮຽນແບບເຄື່ອງໝາຍ Samsung ລວມມີໂທລະສັບມືຖືຈໍານວນ 18 ເຄື່ອງ ລວມທັງ ອຸປະກອນອີເລັກໂຕນິກ ປະເພດອື່ນໆ ເຊັ່ນ: ສາຍສາກ, ແບັດເຕີລີ້ ເຄດມືຖື ຈຳນວນ 1,125 ອັນ ຄິດເປັນມູນຄ່າລວມປະມານ 30 ລ້ານກີບ.
ສຳລັບທີ່ເມືອງຫຼວງພະບາງ ແຂວງຫຼວງພະບາງ ໄດ້ກວດພົບໂທລະສັບປອມແປງ, ຮຽນແບບເຄື່ອງໝາຍ Samsung ຈໍານວນ 12 ເຄື່ອງ ແລະ ສິນຄ້າປອມແປງຂອງ Samsung ປະເພດອຸປະກອນອີເລັກໂຕນິກ ພ້ອມອຸປະກອນເສີມອີກຈຳນວນ 563 ອັນ ຄິດເປັນມູນຄ່າລວມປະມານ 20 ລ້ານກີບ
ສ່ວນຢູ່ທີ່ນະຄອນຫຼວງວຽງຈັນ ພົບໂທລະສັບມືຖື ປອມແປງ, ຮຽນແບບເຄື່ອງໝາຍ Samsung ຈຳນວນ 27 ເຄື່ອງ ແລະ ສິນຄ້າປອມປະເພດອຸປະກອນອີເລັກໂຕນິກ ພ້ອມອຸປະກອນເສີມ ອີກ ແລະ ແທບເລັດ ຈຳນວນ 1,674 ອັນ ຄິດເປັນມູນຄ່າລວມປະມານ 50 ລ້ານກີບ, ລວມທັງສາມພື້ນທີ່ແລ້ວໄດ້ກວດຍຶດສິນຄ້າປອມແປງ, ລອກຮຽນແບບເຄື່ອງໝາຍການຄ້າ Samsung ທັງໝົດ 2,844 ອັນ, ຄິດເປັນມູນລະຄ່າລວມ ທັງໝົດປະມານ 100 ລ້ານກີບ

ທັງນີ້ ຄະນະກຳມະການຄຸ້ມຄອງຊີ້ນຳວຽກງານຊັບສິີນທາງປັນຍາ ທີ່ກ່ຽວຂ້ອງໄດ້ດຳເນີນມາດຕະການຢ່າງຈິງຈັງເພື່ອປາບປາມສິນຄ້າ ປອມແປງ, ລອກຮຽນແບບເຄື່ອງໝາຍການຄ້າ Samsung ຕະຫຼອດມາ ແລະ ມີຄວາມຕັ້ງໃຈ ທີ່ຈະກຳຈັດສິນຄ້າປອມໃຫ້ໝົດໄປຈາກປະເທດລາວ, ສິນຄ້າປອມທີ່ຍຶດມາໄດ້ ແມ່ນໄດ້ຖືກອາຍັດໄວ້ເພື່ອທຳລາຍໃນຂັ້ນຕໍ່ໄປ.

ນອກຈາກນີ້ ເຈົ້າໜ້າທີ່ ໄດ້ແນະນຳໃຫ້ຜູ້ບໍລິໂພກ ຊື້ໂທລະສັບມືຖື ແລະ ອຸປະກອນອີເລັກໂຕນິກ ຂອງ Samsung ທີ່ເປັນຂອງແທ້ຈາກຕົວແທນຈໍາໜ່າຍ ທີ່ໄດ້ຮັບການແຕ່ງຕັ້ງຢ່າງເປັນທາງການ ຈາກ Samsung ຫຼື ຈາກຮ້ານຄ້າຂອງ Samsung ເທົ່ານັ້ນ ເພື່ອໃຫ້ແນ່ໃຈວ່າເປັນສິນຄ້າຂອງແທ້ມີຄຸນະພາບຈາກຜູ້ຜະລິດໂດຍກົງ.

13690828_639747686202257_5629245535955253362_n 13781892_639747719535587_5774417913433581196_n

ຂໍ້ມູນຂ່າວຈາກ: ຄົນໃຝ່ທັມ ສ່ອງທາງຊີວິດ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...