spot_img
Homeລົດຍົນ-ຍານພາຫະນະຟອດ ໂມເດລທີ '' ລົດແຫ່ງສະຕະວັດ ''

ຟອດ ໂມເດລທີ ” ລົດແຫ່ງສະຕະວັດ ”

Published on

ຄວາມຍິ່ງໃຫຍ່ ແລະ ຄວາມສຳເລັດຂອງ ຟອດ ມີຈຸດເລີ່ມຕົ້ນມາຈາກຊາຍທີ່ມີຊື່ວ່າ ‘’ ​ເຮັນຣີ ຟອດ ‘’

(Henry Ford) ​ໂດຍ ​ມໍ​ເຕີ ຄຳ​ປະນີ ບໍ່​ໄດ້​ເປັນ​ບໍລິສັດ​ຜະລິດ​ລົດຍົນ​ບໍລິສັດ​ທຳ​ອິດ ທີ່ ​ເຮັນຣີ ຟອດ

ກໍ່​ຕັ້ງ​ຂຶ້ນ, ​ເຂົາ​ໄດ້​ປະ ຖິ້ມ​ທຸລະ​ກິດ​ລົດຍົນ​ເດີມ​ຂອງ​ຕົນ​ທີ່​ມີ​ຊື່ວ່າ ​ເດິະ ​ເຮັນຣີ ຟອດ ຄຳ​ປະ​ນີ

(The Henry Ford Company) ຫຼັງຈາກ​ທີ່​ມີ​ບັນຫາ​ກັບ​ຜູ້​ຖື​ຮຸ້ນ ​ເຊິ່ງບໍລິສັດ​ດັ່ງກ່າວ ຕໍ່​ມາ​ໄດ້​

ປ່ຽນ​ຊື່​ ​ໂດຍ​ຕັ້ງ​ຊື່​ຕາມ Antoine de la Mothe Cadilla​c ​ເຊິ່ງ​ເປັນ ນັກ​ສຳ​ຫຼວດຊາວ​ຝຣັ່ງ​ເສດ

ຜູ້​ຄົ້ນພົບ​ເມືອງ​ດີ​ທຣອຍ.

 

557000007064501

 

ລົດຍົນທີ່ປ່ຽນໂສມໜ້າປະຫວັດສາດໂລກ ແລະ ຕະຫຼາດລົດຍົນໄປຕະຫຼອດການຄື ” ຟອດ ໂມເດລທີ ”

ເຊິ່ງຄັນທຳອິດ ໄດ້ຜະລິດຂຶ້ນໃນປີ 1908 ແລະ ຕົກມາຮອດປີ 1916 ຢູ່ຕາມທ້ອງຖະໜົນຂອງອາເມລິ

ກາກໍມີລົດລຸ້ນດັ່ງກ່າວກວມເອົາອັດຕາສ່ວນ 55% ຂອງຈຳນວນລົດທັງໝົດ, ຟອດ ໂມເດລທີ ລຸ້ນນີ້

ເປັນທີ່ນິຍົມຢ່າງຫຼວງຫຼາຍນັ້ນ ກໍເນື່ອງມາຈາກລາຄາທີ່ຖືກກ່ວາເຄິ່ງໜຶ່ງ ເມື່ອປຽບທຽບກັບລາຄາ

ຂອງລົດຍົນຄູ່ແຂ່ງລາຍອື່ນໆ ໃນເວລານັ້ນ.

 

ໃນປີ 1911 ພະນັກງານຂອງຟອດ ຊື່ວ່າ ເຮັນຣີ ອາເລັກຊານເດີ້ (Henry Alexander) ຂັບລົດຟອດ

ໂມເດລທີ ຂຶ້ນຍອດເຂົາ ເບນ ເນວິສ (BEn Nevis) ເຊິ່ງເປັນຍອດເຂົາທີ່ສູງທີ່ສຸດໃນສະຫະຣາຊະອານາ

ຈັກ ເພື່ອພິສູດຄວາມທໍລະຫົດ ແລະ ຄວາມແຂງແຮງຂອງລົດ ທີ່ຕ້ອງຜ່ານຜ່າ ແລະ ປືນປ່າຍຂຶ້ນເນີນ

ເທິງສະພາບຖະໜົນທີ່ມີທັງຫິມະ ແລະ ຫິນນ້ອຍໃຫຍ່ຕະຫຼອດທາງ ໂດຍເຂົາສາມາດຂັບລົດ ຟອດ

ໂມເດລທີ ຂຶ້ນສູ່ຍອດເຂົາໄດ້ສຳເລັດ ໂດຍໃຊ້ເວລາຂັບເຖິງ 5 ມື້ເຕັມ.

 

ຕອນທຳອິດ ຟອດ ໂມເດລທີ ມີຈຳໜ່າຍຫຼາກຫຼາຍສີ ແລະ ໂດ່ງດັງ, ແຕ່ເມື່ອມີການປ່ຽນວິທີມາສູ່ການ

ຜະລິດແບບສາຍພານ ໃນປີ 1913 ໂມເດລທີ ກໍຖືກຜະລິດອອກມາແຕ່ສີດຳພຽງສີດຽວ ເນື່ອງຈາກສີດຳ

ເປັນສີທີ່ແຫ້ງໄວທີ່ສຸດ.   ຟອດ ໂມເດລທີ ຖືກຜະລິດຕໍ່ເນື່ອງຍາວນານ 19 ປີ ໂດຍໂມເດລທີຄັນສຸດທ້າຍ

ອອກຈາກສາຍການຜະລິດ ທີ່ໂຮງງານ ຟອດ ໄຮແລນ ປາກ (Highland Park Plant) ລັດມິຊິແກນ

ສະຫະລັດອາເມລິກາ ໃນວັນທີ 26 ພຶດສະພາ 1927 ເຊິ່ງນັບລວມຈຳນວນການຜະລິດທັງໝົດໄດ້ເຖິງ

15 ລ້ານຄັນ ພ້ອມການປິດຕຳນານຢ່າງຫຼຼຫຼາໃນປີ 1999 ສຳລັບການໄດ້ຮັບຕຳແໜ່ງເປັນ ລົດແຫ່ງ

ສະຕະວັດ (Car of the Century) ເຊິ່ງຜ່ານການແຕ່ງຕັ້ງໂດຍ Global Automotive Elections

Foundation.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...