spot_img
Homeຂ່າວທົ່ວໄປ14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

Published on

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ ວັນທີ 4-8 ຕຸລາ 2025 ນີ້ວ່າ: ງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ຢູ່ເມືອງຈັນທະບູລີ ໄດ້ອອກບັນດາຂໍ້ຫ້າມ ດັ່ງນີ້:

  1. ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບ ທີ່ຜິດຕໍ່ກົດໝາຍຂອງ ສປປ ລາວ.
  2. ຫ້າມຂາຍ ຫຼື ນໍາເອົາອາວຸດທຸກປະເພດ ລວມທັງພ້າ, ມີດ, ງ້າວ, ໜ້າເກັກ, ກະຖູນ, ສະໜັບມື, ໂຄມໄຟລອຍ ແລະ ປະເພດສິ່ງຂອງມີຄົມຕ່າງໆ ເຂົ້າໄປໃນງານໂດຍເດັດຂາດ ເວັ້ນເສຍແຕ່ເຈົ້າໜ້າທີ່ ທີ່ໄດ້ຮັບອານຸຍາດ.
  3. ຫ້າມນໍາເອົາຢາເສບຕິດ ທາດເບື່ອ ສານເຄມີທີ່ອອກລິດທາງຈິດປະສາດທຸກຊະນິດ ສິ່ງທີ່ພາໃຫ້ເກີດສຽງດັງເກີນຂອບເຂດ ບັ້ງກະໂພກເຂົ້າມາຈູດ ແລະ ວາງຂາຍພາຍໃນງານຢ່າງເດັດຂາດ.
  4. ຫ້າມນຳໃຊ້ເຄື່ອງຂະຫຍາຍສຽງໂຄສະນາສິນຄ້າດັງເກີນຂອບເຂດ ທີ່ລະບຽບການກໍານົດໄວ້ ຢ່າງເດັດຂາດ.
  5. ຫ້າມວາງຂາຍເຄື່ອງ ແລະ ນຳເຄື່ອງສຽງອອກມາໂຄສະນາສິນຄ້າ ຢູ່ນອກບໍລິເວນຮ້ານເກີນຂອບເຂດ ທີ່ຄະນະກໍາມະການຈັດງານ ໄດ້ກຳນົດໃຫ້.
  6. ຫ້າມຂາຍ ແລະ ນຳເອົາຜະລິດຕະພັນ ວັດທະນະທໍາລາມົກ ຮູບພາບລາມົກຕ່າງໆ ເຂົ້າມາວາງຂາຍຢູ່ໃນງານຢ່າງເດັດຂາດ.
  7. ຫ້າມຫລິ້ນການພະນັນທຸກປະເພດ ແລະ ອາລະວາດຕີກັນ ຢ່າງເດັດຂາດ.
  8. ຫ້າມຂາຍເຄື່ອງຊະຊາຍໂດຍບໍ່ໄດ້ຮັບອານຸຍາດ ຈາກຄະນະກໍາມະການຈັດງານ ງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈຳປີ 2025.
  9. ຫ້າມດື່ມສິ່ງມຶນເມົາເກີນຂອບເຂດ ຖ້າຜູ້ໃດລະເມີດຈະຖືກເຈົ້າໜ້າທີ່ກ່າວເຕືອນ ຫລື ນໍາຕົວໄປພັກຜ່ອນໄວ້ກ່ອນ.
  10. ຫ້າມບຸກຄົນ ນິຕິບຸກຄົນ ສໍານັກງານ ອົງການປົກຄອງບ້ານ ກີດຂວາງການຈັດສັນສະຖານທີ່ວາງສະແດງຂາຍສິນຄ້າ ຂອງຄະນະກຳມະການຈັດງານ.
  11. ຫ້າມຕອກເຫຼັກ ຫຼື ສິ່ງຂອງຕ່າງໆ ໃສ່ພື້ນທີ່ຢ່າງເດັດຂາດ ແລະ ຫ້າມຕິດຕັ້ງຮ້ານ ຫຼື ວາງເຕັ້ນເກີນຂອບເຂດທີ່ຄະນະກໍາມະການຈັດງານກໍານົດໄວ້ ຖ້າລະເມີດຈະຖືກກ່າວເຕືອນ ຫຼື ຢຸດເຊົາໂດຍທັນທີ.
  12. ຫ້າມແຈກຢາຍແຜ່ນພັບ ຫລື ແຜ່ນເຈ້ຍໂຄສະນາສິນຄ້າຕ່າງໆ ຢູ່ພາຍໃນງານບຸນ.
  13. ຫ້າມເດັດຂາດບໍ່ໃຫ້ຜູ້ຈັບຈອງສະຖານທີ່ ສວຍໂອກາດຈັບຈອງ ຫຼື ຊື້ສະຖານທີ່ ເພື່ອຂາຍຕໍ່ໃຫ້ຜູ້ອື່ນເພີ່ມເກງກໍາໄລ.
  14. ຫ້າມໂຄສະນາສິນຄ້າ ໂດຍການໃຫ້ນາງສາວ ເຕັ້ນໂຊ ແລະ ບໍ່ໃຫ້ມີ ມິນິຄອນເສີດ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...