ນະຄອນຫຼວງວຽງຈັນ ຖືວ່າເປັນນະຄອນຫຼວງແຫ່ງ ສປປ ລາວ ທີ່ມີລະບົບການຂົນສົ່ງສາທາລະນະທີ່ອ້ອມຮອບ ເນື່ອງຈາກມີລົດເມໄວ້ຄອຍໃຫ້ບໍລິການຢູ່ຫຼາຍເຂດ ຕັ້ງແຕ່ໃນຕົວເມືອງຈົນໄປຮອດນອກຕົວເມືອງ ເພື່ອຄວາມສະດວກສະບາຍໃນການໄປ-ມາ ຂອງປະຊາຊົນເວົ້າລວມ ເວົ້າສະເພາະກໍຄືຜູ້ທີ່ອາໄສໃນນະຄອນຫຼວງວຽງຈັນໃນແຕ່ລະມື້. ນອກຈາກນີ້, ໃນປີ 2026 ກໍຈະເປີດໃຫ້ບໍລິການສຳລັບລົດເມໂດຍສານດ່ວນພິເສດ ຫຼື BRT (Bus Rapid Transit) ທີ່ປັດຈຸບັນ ກຳລັງກໍ່ສ້າງສະຖານນີ ແລະ ປັບປຸງເສັ້ນທາງໃຫ້ເໝາະສົມ.
ບາງຄົນກໍຍັງບໍ່ທັນຮູ້ກ່ຽວກັບການຂົນສົ່ງສາທາລະນະພາຍໃນນະຄອນຫຼວງວຽງຈັນ, ເຊິ່ງການໃຫ້ບໍລິການຂອງລົດເມ ຫຼື ວິສາຫະກິດລົດເມ ນະຄອນຫຼວງວຽງຈັນ ແມ່ນມີບໍລິການທຸກມື້ ຕັ້ງແຕ່ເວລາ 6:00 ໂມງເຊົ້າ ຈົນເຖິງ 9:00 ໂມງແລງ, ແຕ່ລະສາຍາທາງກໍຈະມີເວລາກຳນົດແຕກຕ່າງກັນ ສາມາດເຂົ້າເບິ່ງຂໍ້ມູນໄດ້ທີ່: Vientiane City 2 Bus Services
ຕົວຢ່າງ: ລົດເມສາຍທາງ 14 ຕະຫຼາດເຊົ້າ-ທ່າເດື່ອ (ເລີ່ມຢູ່ຄິວລົດເມຕະຫຼາດເຊົ້າ -> ຂົວມິດຕະພາບລາວ-ໄທ ແຫ່ງທີ່ 1 -> ສະຖານທີ່ທ່ອງທ່ຽງວັດຊຽງຄວນ -> ບ້ານທ່າເດື່ອ ເມືອງຫາດຊາຍຟອງ) ມີຮອບທຳອິດເວລາ ເວລາ 6:00 ໂມງເຊົ້າ ແລະ ຮອບສຸດທ້າຍ ເວລາ 5:30 ໂມງແລງ ຜູ້ໃຊ້ບໍລິການສາມາດເຂົ້າເບິ່ງຂໍ້ມູນສາຍທາງທັງໝົດ ແລະ ລາຄາການບໍລິການໄດ້ທີ່ Vientiane City 2 Bus Services
ສຳລັບລົດເມດ່ວນ (Bus Rapid Transit) ຫຼື ເອີ້ນສັ້ນໆວ່າລົດເມ BRT ແມ່ນລົດເມໂດຍສານສາຍດ່ວນພິເສດທີ່ສາມາດນຳພາຜູ້ໂດຍສານໄປຮອດຈຸດໝາຍໄດ້ຢ່າງວ່ອງໄວ ເນື່ອງຈາກມີເລນສະເພາະ ແລະ ມີໄຟຈະລາຈອນສະເພາະ (ບໍ່ໄດ້ຈອດໄຟແດງ). ລົດເມດ່ວນ BRT ຈະກໍ່ສ້າງທັງໝົດ 27 ສະຖານີ, ເລີ່ມແຕ່ສວນເຈົ້າຟ້າງຸ່ມ ຫາ ມະຫາວິທະຍາໄລແຫ່ງຊາດ (ໄລຍະທາງ 12,9 ກິໂລ). ອີງຕາມ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ລາຍງານໃນທ້າຍປີ 2024 ໂດຍໃຫ້ຮູ້ວ່າ: ຖ້າຫາກສຳເລັດຕາມແຜນທີ່ກຳນົດ ກໍຈະໄດ້ເປີດທົດລອງແລ່ນລົດເມ BRT ໃນທ້າຍປີ 2025 ແລະ ຈະເປີດບໍລິການຢ່າງເປັນທາງການໃນຕົ້ນປີ 2026 ເຊິ່ງຈະແບ່ງອອກເປັນ 2 ໄລຍະຄື: ຈະເປີດທົດລອງ 3 ເດືອນໃຫ້ໃຊ້ບໍລິການບໍ່ເສຍຄ່າ. ມາຮອດວັນທີ 29 ກັນຍາ 2025 ໃຫ້ຮູ້ຕື່ມອີກວ່າ ການກໍ່ສ້າງໂຄງການລົດເມດ່ວນ BRT ແມ່ນມີຄວາມຄືບໜ້າ 88% ແລ້ວ.

ເມື່ອນະຄອນຫຼວງວຽງຈັນຈະມີຕົວເລືອກໃນການເດີນທາງເພີ່ມຂຶ້ນແລ້ວ. ທາງທີມງານລາວໂພສມີໂອກາດໄດ້ໄປຂໍສຳພາດ 4 ທ່ານ ກ່ຽວກັບການຂົນສົ່ງສາທາລະນະໃນບັນດາທ່ານຕໍ່ໄປນີ້ວ່າ ເຄີຍຂີ່ລົດເມແລ້ວບໍ່? ແລະ ແລ້ວຢາກລອງຂີ່ລົດເມດ່ວນ BRT ບໍ່?
ນາງ ປິກ, ອາຍຸ 28 ປີ, ອາຊີບພະນັກງານ ໃຫ້ສຳພາດວ່າ: ສະໄໝເປັນນັກສຶກສາ ຂ້ອຍເຄີຍຂີ່ລົດເມນັບເທື່ອໄດ້ເນື່ອງຈາກບ້ານຂອງຂ້ອຍບໍ່ມີລົດເມຜ່ານ, ຖ້າຕ້ອງຂີ່ລົດເມໄປມະຫາວິທະຍາໄລ, ຂ້ອຍຕ້ອງໃຫ້ຄົນໄປສົ່ງຢູ່ແຄມທາງໃຫຍ່ຈຶ່ງສາມາດຂຶ້ນລົດເມໄດ້. ສຳລັບ BRT ກໍແມ່ນເຊັ່ນດຽວກັນ, ປັດຈຸບັນ ຂ້ອຍເຮັດວຽກແລ້ວ ເຊິ່ງລົດເມເຂົ້າບໍ່ເຖິງບ່ອນເຮັດວຽກຂອງຂ້ອຍ. ຖ້າຫາກຮອດມື້ເປີດບໍລິການຊ່ວງທຳອິດ ຂ້ອຍກໍຢາກລອງຂີ່ຢູ່ໃດ໋.
ນາງ ໃຫຍ່ ອາຍຸ 41 ປີ ອາຊີບ ຊາວນາ, ຂ້ອຍລັດລົດເມຂີ່ໄປຕະຫຼາດເຊົ້າ ເພາະບ້ານຂ້ອຍຄ່ອນຂ້າງໄກ ຖ້າຈະຂີ່ລົດຈັກໄປຮອດຕະຫຼາດເຊົ້າເລີຍ ດັ່ງນັ້ນ ຂ້ອຍຈິ່ງມາຂຶ້ນລົດຢູ່ຂົວມິດຕະພາບລາວ-ໄທ ແຫ່ງທີ່ 1 ເພື່ອໄປຕະຫຼາດເຊົ້າ.
ນາງ ຕາດຳ, ອາຍຸ 20 ປີ ອາຊີບ ນັກສຶກສາ, ຂີ່ລົດເມສາທາລະນະໄປຮຽນທຸກມື້ ແລະ ໄດ້ສະໝັກສະມາຊິກ ໄດ້ໃຫ້ສຳພາດວ່າ: ເນື່ອງຈາກບ້ານຂອງນ້ອງໃກ້ກັບສະຖານີ ຈຶ່ງນຳໃຊ້ລົດເມໄປມະຫາວິທະຍາໄລ ພ້ອມທັງຊື້ບັດລົດເມເປັນລາຍປີເພາະສະດວກສະບາຍເວລາຈ່າຍ ແລະ ປະຢັດຕື່ມ. ແຕ່ກໍຕ້ອງໄດ້ເພື່ອເວລາຖ້າຫາກມື້ໃດທີ່ມີລົດຫຼາຍ-ລົດຕິດຕາມຖະໜົນຫົນທາງ. ສຳລັບ BRT, ນ້ອງຄິດວ່າດີເລີຍ ຄືຈະໃຊ້ເວລາເດີນທາງໄວຂຶ້ນກວ່າເກົ່າ ເພາະລົດເມທົ່ວໄປແມ່ນໃຊ້ເວລາໃນການລ້ຽວເຂົ້າຈອດເພື່ອໃຫ້ຜູ້ໂດຍສານລົງຕາມຈຸດຕ່າງໆ, ແຕ່ BRT ເຫັນວ່າເປັນລົດເມດ່ວນ, ແລະ ສາມາດຈອດຮັບຢູ່ກາງທາງເລີຍ. ມີແຕ່ຕິຂໍ້ໜຶ່ງເພາະທາງໃນຕົວເມືອງແຄບ ແລະ ການຈອດລົດຍັງຊະຊາຍ ຢ້ານວ່າລົດອາດຈະຕິດຕາມທາງຕື່ມ, ຖ້າຫາກແກ້ໄຂພວກນີ້ໄດ້ແມ່ນຖືກວ່າດີ
ທ້າວ ສຸພາດີ ອາຊີບ ຄ້າຂາຍ, ອາຍຸ 55 ປີ ໃຫ້ສຳພາດວ່າ ຂ້ອຍບໍ່ໄດ້ຂີ່ລົດເມຫຼາຍປີແລ້ວ, ເພາະມີລົດສ່ວນໂຕ ແລະ ສ່ວນໃຫຍ່ກໍຄ້າຂາຍຢູ່ບ້ານ. ດົນໆຈຶ່ງໄດ້ເຂົ້າໄປເຂດໃນເມືອງ ແລະ ເຄື່ອງຂາຍເຂົາເອົາມາສົ່ງໃຫ້ຢູ່ຮ້ານ. ສຳລັບລົດເມດ່ວນ BRT ແມ່ນເຫັນແຕ່ຢູ່ເຟສ, ຄິດວ່າເປັນສິ່ງທີ່ແປກໃໝ່ຖ້າສັນຈອນໃນຕົວເມືອງ, ຄິດງໍ້ແຕ່ການຈອດລົດຊະຊາຍເຮັດໃຫ້ທາງແຄບຕື່ມ ຖ້າມີການຈັດສັນເປັນລະບຽບແມ່ນຈະດີຫຼາຍ. ມີໂອກາດກໍຈະໃຫ້ລູກສາວພາໄປລອງຂີ່ເບິ່ງ ຖ້າວ່າເຂົາເປີດໃຊ້ແລ້ວໃດ໋.
ແລ້ວທ່ານເດ ເຄີຍໃຊ້ບໍລິການລົດເມສາທາລະນະບໍ່?