spot_img
Homeຂ່າວຕ່າງປະເທດປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

Published on

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ ແຕ່ວ່າໃນຂະບວນນັ້ນກໍຍັງມີຫຼາຍບ່ອນທີ່ຍັງວ່າງ ດ້ວຍເຫດນັ້ນຈຶ່ງເກີດການໂຕ້ຖຽງ ແລະ ໃຊ້ຄວາມຮຸນແຮງໃນທີ່ສຸດ.

ຈາກຄລິບວິອີໂອດັ່ງກ່າວທີ່ຖືກເຜີຍແຜ່ໄປໃນໂລກອອນລາຍ ກໍມີກະແສຈາກສັງຄົມເຂົ້າມາຕັ້ງຂໍ້ສົງໃສ ແລະ ຄຳຖາມ ເຊັ່ນ: ເລື່ອງນີ້ໃຜຖືກໃຜຜິດ ເພາະວ່າບ່ອນນັ່ງບ່ອນອື່ນກໍຍັງວ່າງ, ບາງຄົນກໍບອກວ່າສົມຄວນແລ້ວທີ່ຖືກແບບນັ້ນ ແລະ ແຕ່ບາງກຸ່ມກໍບອກວ່າບໍ່ຄວນໃຊ້ຄວາມຮຸນແຮງໃນການແກ້ໄຂບັນຫາ.

ມາຮອດວັນທີ 01/09/2025 ທາງເຈົ້າໜ້າທີ່ຂອງໄຕ້ຫວັນກໍໄດ້ເຂົ້າກັກໂຕແມ່ຕູ້ ອາຍຸ 76 ປີ ຢູ່ທີ່ຮ້ານຂາຍເຄື່ອງແຫ່ງໜຶ່ງ ເພາະວ່າແມ່ຕູ້ໄດ້ເຂົ້າໄປກໍຄວາມວຸ້ນວາຍໃນຮ້ານດັ່ງກ່າວ ຜ່ານການສອບສວນ ແລະ ກວດສອບປະຫວັດຂອງແມ່ຕູ້ ທາງເຈົ້າໜ້າທີ່ໄດ້ຂໍ້ມູນຄື

ເລີ່ມແຕ່ປີ 2023 ແມ່ຕູ້ແມ່ນເຄີຍກໍເຫດລັກຊັບມາແລ້ວຫຼາຍຄັ້ງ ແລະ ກໍເຄີຍຖືກສັ່ງຈໍາຄຸກ 55 ມື້ ແຕ່ແມ່ຕູ້ກໍບໍ່ເຄີຍເຂົ້າໄປລາຍງານໂຕເພື່ອຮັບໂທດ. ສຸດທ້າຍເຮັດໃຫ້ທາງເຈົ້າໜ້າທີ່ກໍໄດ້ອອກໝາຍຈັບແມ່ຕູ້ຄົນຄົນນີ້.

ໃນລະຫວ່າງການກັກໂຕໃນຄັ້ງ ວັນທີ 02/10/2025 ນີ້ ແມ່ຕູ້ປະຕິເສດທຸກຂໍ້ກ່າວຫາ ພໍມາຮອດສະຖານີຕຳຫຼວດ ແລະ ສື່ກຽມສຳພາດ ທ່າທາງຂອງແມ່ຕູ້ກໍໄດ້ປ່ຽນໄປພ້ອມໃຫ້ສຳພາດກັບສື່ດ້ວຍຄວາມໃຈເຢັນ

ປັດຈຸບັນທາງເຈົ້າໜ້າທີ່ກຳລັງສືບສວນເພີ່ມເຕີມ ເພື່ອດຳເນີນຄະດີທາງກົດໝາຍຕໍ່ໄປ

ໃນພາກສ່ວນຂອງການກໍຄວາມວຸ້ນວາຍໃນລົດໄຟນັ້ນ ທາງສາວປະເພດສອງ ແລະ ແມ່ຕູ້ ແມ່ນສາມາດຖືກປັບໄໝປະມານ 18,000 ໂດລາ/ໄຕ້ຫວັນ ຫຼື ປະມານ 11,000,000 ກີບ

ແຫຼ່ງຂໍ້ມູນ: Then Tiger News

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...