spot_img
Homeຂ່າວຕ່າງປະເທດແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

Published on

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ)

ຜ່ານການຕົກລົງຈາກທັງ 2 ຝ່າຍ ຈຶ່ງໄດ້ຕັດສິນໃຈ ຈັດພິທີໂມເວຍຊາລາປູ (ເປັນປະເພນີທີ່ຄວາມໝາຍວ່າການສົ່ງມອບ ແລະ ການປ່ອຍວາງ ເປັນປະເພນີທີ່ໃຊ້ແກ້ໄຂຄວາມຂັດແຍ້ງໃນຄູ່ຜົວເມຍ ທີ່ເກີດຈາກການນອກໃຈ ໂດຍທັງສອງຝ່າຍຕ້ອງເຫັນດີກັນຈຶ່ງຈະສາມາດຈັດພິທີນີ້ໄດ້) ໃນວັນທີ 20/09/2025 ທີ່ຜ່ານມາ ທີ່ເມືອງໂຄນາວາ ປະເທດອິນໂດເນເຊຍ ພາຍໃນງານເຕັມໄປດ້ວຍແຂກຈາກທາງສອງຝ່າຍ ທີ່ມາເພື່ອກ່າວຂໍໂທດ ໂອນຖ່າຍຄວາມຮັບຜິດຊອບ ແລະ ຍຸດຕິຂໍ້ຂັດແຍ່ງດ້ວຍສັນຕິພາບ, ໂດຍມີຂໍ້ສະເໜີຈາກທາງຝ່າຍຊາຍສະເໜີໃຫ້ຊູ້ຂອງເມຍຄື ຕ້ອງມອບງົວ 1 ໂຕ, ພ້ອມດ້ວຍເງິນສົດຈໍານວນ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ໃຫ້ກັບຕົນ.

ທາງຝ່າຍຊາຍກໍໄດ້ເວົ້າກັບຊູ້ຂອງເມຍຕື່ມອີກວ່າ ຂ້ອຍຂໍຍົກເມຍໃຫ້ເຈົ້າເບິ່ງແຍງ ບໍ່ທຳຮ້າຍຮ່າງກາຍກໍພໍ ເພາະຕະຫຼອດເວລາທີ່ຜ່ານມາລາວບໍ່ເຄີຍມີຄວາມສຸກເລີຍໃນຕອນທີ່ຢູ່ນໍາຂ້ອຍ.

ແຫຼ່ງຂໍ້ມູນ: WORLD OF BUZZ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...