spot_img
Homeໄພພິບັດລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

Published on

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ.

ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ ເພື່ອປຶກສາຫາລືການແກ້ໄຂຜົນກະທົບໄພນ້ຳຖ້ວມ ທີ່ເກີດຂຶ້ນຈາກພາຍຸ ໃນປີ 2025 ເປັນຕົ້ນ ພາຍຸວຸທິບ, ວິພາ ແລະ ບົວລອຍ ແລະ ແຜນການກະກຽມຄວາມພ້ອມຮັບມືກັບລົມພະຍຸແມັດໂມ ທີ່ຈະພັດຜ່ານເຂົ້າມາ ສປປ ລາວ ໃນໄວໆນີ້.

ຕາມການລາຍງານ ກ່ຽວກັບຜົນການເກັບກຳຂໍ້ມູນຜົນກະທົບ ແລະ ຜົນເສຍຫາຍ ຈາກພາຍຸ ທີ່ເຂົ້າມາ ສປປ ລາວ ໃນປີ 2025 ເປັນຕົ້ນ ພາຍຸວຸທິບ, ວິພາ ແລະ ບົວລອຍ ຈາກຜູ້ຕາງໜ້າຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ຊຶ່ງສະເພາະຜົນກະທົບຈາກພາຍຸບົວລອຍ ທີ່ພັດຜ່ານເຂົ້າມາ ສປປ ລາວ ໃນລະຫວ່າງວັນທີ 29 ກັນຍາ ຫາ ວັນທີ 4 ຕຸລາ 2025 ເຮັດໃຫ້ເກີດມີຝົນຕົກຫຼາຍ ແລະ ນໍ້າຖ້ວມ ຢູ່ 10 ແຂວງ ຄື: ໄຊຍະບູລີ, ຫົວພັນ, ຊຽງຂວາງ, ບໍລິຄຳໄຊ, ໄຊສົມບູນ, ວຽງຈັນ, ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຈຳປາສັກ, ແລະ ອັດຕະປື, ເຊິ່ງໄດ້ສົ່ງຜົນກະທົບຕໍ່ 34 ເມືອງ, 131 ບ້ານ, 632 ຄົວເຮືອນ, 3,118 ຄອບຄົວ, 17,202 ຄົນ, ຍິງ 7,020 ຄົນ, ມີຜູ້ເສຍຊີວິດ 04 ຄົນ ( ຢູ່ແຂວງບໍລິຄໍາໄຊ, ໄຊສົມບູນ, ສະຫວັນນະເຂດ ແລະ ຫົວພັນ ແຂວງລະ 01 ຄົນ ), ສູນຫາຍ 04 ຄົນ (ຊຽງຂວາງ 02 ຄົນ,, ຫົວພັນ 01 ຄົນ ແລະ ນະຄອນຫຼວງວຽງຈັນ 01 ຄົນ). ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ, ພ້ອມທັງ ລາຍງານບາງວຽກງານ ທີ່ຕິດພັນກັບຂະແໜງການຂອງຕົນ, ຊຶ່ງຜູ້ຕາງໜ້າກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການຕິດຕາມກວດກາຄວາມປອດໄພຂອງບັນດາເຂື່ອນໄຟຟ້າ ແລະ ການບໍລິຫານຈັດການນໍ້າໃນເຂື່ອນ ເຫັນວ່າ ປັດຈຸບັນ ບັນດາເຂື່ອນໄຟຟ້າ ໃນທົ່ວປະເທດ ແມ່ນຮັບປະກັນຄວາມປອດໄພດີ, ລວມທັງການບໍລິຫານຈັດການນໍ້າໃນເຂື່ອນ ແລະ ໄດ້ເອົາໃຈໃສ່ກະກຽມແຜນຮັບມື ຕໍ່ພາຍຸທີ່ຈະເຂົ້າມາໃນຕໍ່ໜ້າ ເປັນຢ່າງດີ.

ໃນໂອກາດດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ພົອ ຈັນສະໝອນ ຈັນຍາລາດ ກໍໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ, ພ້ອມທັງ ເນັ້ນໜັກໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕໍ່ບາງວຽກງານສຳຄັນ ເປັນຕົ້ນ: ສືບຕໍ່ເອົາໃຈໃສ່ກອບກູ້, ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພ ຢ່າງທັນການ; ເອົາໃຈໃສ່ຟື້ນຟູພື້ນຖານໂຄງລ່າງ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ໂດຍສະເພາ ຂົວ, ເສັ້ນທາງຄົມມະນາຄົມ ໃຫ້ສາມາດນໍາໃຊ້ໄດ້; ສືບຕໍ່ເອົາໃຈໃສ່ຕິດຕາມສະພາບອາກາດ ທີ່ອາດຈະເກີດມີພາຍຸຫົວໃໝ່ ໃຫ້ມີລະບົບການແຈ້ງເຕືອນໄພລ່ວງໜ້າ ເຖິງປະຊາຊົນບັນດາເຜົ່າ ໃນພື້ນທີ່ ທີ່ມີຄວາມສ່ຽງ ຢ່າງວ່ອງໄວທັນການ ເພື່ອການກະກຽມຄວາມພ້ອມຮັບມືໄພພິບັດ ທີ່ອາດເກີດຂຶ້ນ, ພ້ອມທັງ ໃຫ້ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ເປັນເຈົ້າການກະກຽມກໍາລັງ, ອຸປະກອນຕ່າງໆ ເພື່ອເຂົ້າຊ່ວຍເຫຼືອປະຊາຊົນ ໃນກໍລະນີຫາກເກີດໄພພິບັດ ແລະ ປະສົບໄພຕົວຈິງ ຢ່າງທັນການ; ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍ່ຄືກອງເລຂາຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ສືບຕໍ່ປັບປຸງບົດລາຍງານ ການປະເມີນຜົນເສຍຫາຍ ແລະ ຄວາມຕ້ອງການໃນການແກ້ໄຂສຸກເສີນ ແລະ ການຟື້ນຟູໄລຍະຍາວ ເພື່ອນໍາສະເໜີລັດຖະບານ ມີທິດຊີ້ນໍາ; ປະສານສົມທົບຢ່າງໃກ້ຊິດກັບ ຄະນະກໍາມະການຄຸ້ມຄອງໄພພິບັດບັນດາແຂວງ ໃນການເກັບຂໍ້ມູນຜົນກະທົບ, ແລະ ຄວາມຕ້ອງການ ໃນການຟື້ນຟູແຕ່ລະໄລຍະ, ລວມທັງ ການກະກຽມຄວາມພ້ອມດ້ານຕ່າງໆ ຕໍ່ການປ້ອງກັນ ແລະ ຮັບມືກັບສະພາບໄພພິບັດ ທີ່ອາດຈະເກີດຂຶ້ນ.

ແຫຼ່ງຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...