spot_img
Homeຂ່າວພາຍ​ໃນລານທຽນເລັ່ງຜະລິດນ້ຳຫວານ "ໄອເດຍລີ" ບຸກຕະຫຼາດ

ລານທຽນເລັ່ງຜະລິດນ້ຳຫວານ “ໄອເດຍລີ” ບຸກຕະຫຼາດ

Published on

ຖ້າເວົ້າເຖິງຜະລິດຕະພັນທີ່ເປັນເຄື່ອງດື່ມໃນຕະຫຼາດລາວໃນປັດຈຸບັນແມ່ນມີຫຼາກຫຼາຍຊະນິດທັງເປັນຜະລິດຕະພັນຂອງພາຍໃນ (ຍີ່ຫໍ້ຂອງລາວ) ແລະ ຜະລິດຕະພັນນຳເຂົ້າ (ຍີ່ຫໍ້ຕ່າງປະເທດ) ທີ່ມີການແຂ່ງຂັນດ້ານຕະຫຼາດກັນສູງ ແລະ ສັງເກດເຫັນວ່າຈະມີຜະລິດຕະພັນທີ່ເປັນເຄື່ອງດື່ມແມ່ນໄດ້ມີບໍລິສັດຕັ້ງໃໝ່ຜະລິດອອກມາຍີ່ຫໍ້ໃໝ່ຕະຫຼອດ ເພື່ອເປັນການຕອບສະໜອງໃນຄວາມຕ້ອງການຂອງຜູ້ບໍລິໂພກໃນມີຫຼາຍທາງເລືອກເຊິ່ງໄດ້ເຮັດໃຫ້ມີການແຂ່ງຂັນດ້ານການຕະຫຼາດກັນສູງພໍສົມຄວນ ໂດຍສະເພາະການໂຄສະນາໃນຮູບແບບຕ່າງໆນາ ເພື່ອດຶງດູດເອົາລູກຄ້າກໍ່ຄືຕະຫຼາດຜູ້ບໍລິໂພກ. ແຕ່ສິນຄ້າດັ່ງກ່າວຈະມີການຕອບຮັບດີ ຫຼື ບໍ່ນັ້ນແມ່ນຜູ້ບໍລິໂພກເປັນຜູ້ຕັດສິນ.
ບໍລິສັດ ລານທຽນ ຈຳກັດ ເປັນບໍລິສັດ ທີ່ຜະລິດນ້ຳດື່ມ ຍີ່ຫໍ້ ໄອເດຍລີ (ideally) ທີ່ຫຼາຍໆຄົນຄຸ້ນເຄີຍ ແລະ ຮູ້ຈັກກັນມາແຕ່ດົນເກືອບເຖິງ 10 ປີໂດຍມີຄຳຂວັນຂອງບໍລິສັດທີ່ວ່າ: “ຄວາມສຸກທີ່ສົດໃສກັບຜະລິຕະພັນ ໄອເດຍລີ” ເຊິ່ງເປັນນ້ຳດື່ມ ຍີ່ຫໍ້ດັ່ງກ່າວນີ້ເປັນນ້ຳດື່ມທີ່ສະອາດ, ຖືກຕ້ອງຕາມຫຼັກສຸຂະອະນາໄມ ແລະ ຜ່ານການຮັບຮອງຈາກກົມອາຫານ ແລະ ຢາ (ອຢ) ແລະ ມີຫຼາຍຂະໜາດໄວ້ຄອຍຕອບສະໜອງລູກຄ້າ, ເພື່ອເປັນການຮັບມື ແລະ ຫັນປ່ຽນກົນລະຍຸດດ້ານການຕະຫຼາດໃນຍຸກເຊື່ອມໂຍງນີ້ ປັດຈຸບັນບໍລິສັດໄດ້ຫັນມາຜະລິດເຄື່ອງດື່ມນ້ຳຫວານກິ່ນໝາກໄມ້ 5 ຊະນິດອີກຕື່ມ ເພື່ອຫວັງບຸກຕະຫຼາດເຄື່ອງດື່ມໃນ ສປປ ລາວ ໂດຍອີງໃສ່ທ່າແຮງທີ່ໄດ້ປຽບຄືເນັ້ນທີ່ລາຄາຖືກ ແລະ ຄຸນນະພາບດີ, ປັດຈຸບັນທາງບໍລິສັດກໍ່ໄດ້ມີການກະກຽມຂະຫຍາຍຕະຫຼາດຈຳໜ່າຍ, ເພີ່ມເຄື່ອງຈັກທີ່ນຳໃຊ້ໃນການຜະລິດຕຸກ ແລະ ຂະຫຍາຍຖານການຜະລິດເພີ່ມຂຶ້ນ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດໃຫ້ວ່ອງໄວທັນໃຈກັບຄວາມຕ້ອງການຕະຫຼາດ.
ທ່ານ ສັນຕິໄຊ ສະນິດນາ ຜູ້ຈັດການທົ່ວໄປ ບໍລິສັດ ລານທຽນ ໃຫ້ສຳພາດວ່າ: ບໍລິສັດ ລານທຽນ ໄດ້ສ້າງຕັ້ງຂຶ້ນມາແຕ່ວັນທີ 1 ສິງຫາ ປີ 2007 ມາຮອດປັດຈຸບັນ 9 ປີກວ່າແລ້ວ, ເປັນການລົງທຶນຮ່ວມກັນລະຫວ່າງ ນັກທຸລະກິດລາວ ແລະ ນັກທຸລະກິດຈີນ ໃນຮູບແບບການລົງທຶນ ວິສາຫະກິດ (ໂດຍນັກທຸລະກິດ ລາວຖືຮຸ້ນ 30% ແລະ ນັກທຸລະກິດ ຈີນຖືຮຸ້ນ 70%) ໂດຍທຳອິດການສ້າງເປັນໂຮງງານນ້ຳດື່ມຊື່ວ່າ: ໄອເດຍລີ (ideally) ຕັ້ງຢູ່ບ້ານ ໄຜ່ລ້ອມ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ຖະໜົນປາກຊາບ. ພວກເຮົາຜະລິດນ້ຳດື່ມຈຳໜ່າຍສູ່ທ້ອງຕະຫຼາດໄປຢ່າງກວ້າງຂວາງ ເຊິ່ງປັດຈຸບັນກວມເອົາເກືອບທົ່ວທຸກແຂວງຂອງປະເທດເປັນເວລາມາເກືອບ 10 ປີແລ້ວ, ພວກເຮົາໄດ້ມີສາງເກັບສິນຄ້າຢູ່ທີ່ແຂວງຊຽງຂວາງອີກດ້ວຍ, ຜ່ານການຈຳໜ່າຍໃນໄລຍະຜ່ານມາກໍເຫັນວ່າ ນ້ຳດື່ມ ໄອເດຍລີ ໄດ້ຮັບການຮັບຈາກບັນດາລູກຄ້າໄດ້ດີພໍສົມຄວນ, ໂດຍສະເພາະແມ່ນລະດູຮ້ອນຄວາມຕ້ອງການຂອງຕະຫຼາດແມ່ນມີຈຳນວນເພີ່ມຂຶ້ນເກືອບເປັນເທົ່າຕົວ ໃນໄລຍະດັ່ງກ່າວພວກເຮົາກໍ່ໄດ້ເລັ່ງຜະລິດສິນຄ້າທັງກາງເວັນ ແລະ ກາງຄືນແຕ່ກໍຍັງບໍ່ພຽງພໍກັບຄວາມຕ້ອງການຂອງຜູ້ບໍລິໂພກໄດ້ດີ, ປັດຈຸບັນກຳລັງການຜະລິດນ້ຳດື່ມພວກເຮົາໃນມື້ໜຶ່ງແມ່ນສາມາດຜະລິດໄດ້ 1 ພັນແກັດເທົ່ານັ້ນ, ຢ່າງໃດກໍ່ຕາມບໍລິສັດພວກເຮົາມີແຜນຈະຂະຫຍາຍເຄື່ອງຈັກໃນການເພີ່ມກຳລັງການຜະລິດຂຶ້ນຕື່ມເພື່ອໃຫ້ທ່ວງທັນກັບຄວາມຕ້ອງການຂອງຕະຫຼາດ ແລະ ສິ່ງທີ່ເປັນຈຸດເດັ່ນຂອງຜະລິດຕະພັນນ້ຳດື່ມຂອງໂຮງງານເຮົາແມ່ນມີຫຼາຍຂະໜາດແຕກຕ່າງກັນເພື່ອຕອບສະໜອງ ແລະ ອຳນວຍຄວາມສະດວກໃຫ້ຜູ້ບໍລິໂພກໄດ້ທຸກຮູບແບບບໍ່ວ່າຈະເປັນຄອບຄົວໃຫຍ່, ໂຮງຈັກ, ໂຮງງານ, ຮ້ານຄ້າ ແລະ ຄົນທົ່ວໄປ ຄື: ຕຸກຂະໜາດ 20 ລິດ, 1.5 ລິດ, 500 ມລ, 350 ມລ, 250 ມລ ຕາມຄວາມຕ້ອງການຂອງຜູ້ບໍລິໂພກ.

ໄອເດຍລີ

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...