spot_img
Home​ຂ່າວທ່ອງທ່ຽວໄປທ່ຽວສວນອາຫານກີລາຣີສອດຫ້ວຍຂຸມຄຳ ບ່ອນດຽວມີຄົບເກືອບທຸກຢ່າງ

ໄປທ່ຽວສວນອາຫານກີລາຣີສອດຫ້ວຍຂຸມຄຳ ບ່ອນດຽວມີຄົບເກືອບທຸກຢ່າງ

Published on

ຖື​ວ່າ​ເປັນ​ສະ­ຖານ­ທີ່​ນັດ​ໝາຍ​ກັນລະ­ຫວ່າງ​ໝູ່​ເພື່ອນ​ທີ່​ໜ້າ​ສົນ­ໃຈ​ຫຼາຍ​ອີກສະ­ຖານ­ທີ່​ໜຶ່ງ ເນື່ອງ​ຈາ​ກວ່າ​ສະ­ຖານ­ທີ່ ແຫ່ງ​ນີ້ ຖືກ​ຕົບ­ແຕ່ງ​ເຂົ້າ​ກັບ​ທຳ​ມະ​ຊາດຢ່າງ​ກົມ​ກືນ​ເຕັມ​ໄປ​ດ້ວຍ​ທິວ​ທັດ​ທຳ​ມະຊາດ​ສວຍ​ງາມ, ບັນ­ຍາ­ກາດ​ເຢັນ​ສະບາຍ, ມີ​ຄວາມ​ງຽບ​ສະ­ຫງົບ​ສະ­ຫວາດສະ­ເຫວີຍ​ດີ​ທີ່​ພິ­ເສດ​ກວ່າ​ນີ້​ຄື​ທາງ​ສວນ ຈະ​ມີ​ຄວາມ​ຫຼາກ​ຫຼາຍ​ໃນ​ເລື່ອງ​ຂອງການ​ບໍ­ລິ­ການ​ບໍ່​ວ່າ​ຈະ​ເປັນ​ບໍ­ລິ­ການ​ດ້ານກີ­ລາ​ເຊັ່ນ: ກິ­ລາ​ເປ​ຕັງ, ສະ­ໜຸກ​ເກີ, ຕີ­ໄກ່, ລອຍ­ນ້ຳ, ບານ­ເຕະ, ຕຶກ­ເບັດ, ນອກ​ນີ້​ຍັງມີ​ບໍ­ລິ­ການ​ອາ­ຫານ​ເຄື່ອງ​ດື່ມ, ຕູບ​ນັ່ງ​ຫຼິ້ນແຄມ​ໜອງ​ນ້ຳ​ໃຫຍ່, ຫ້ອງ​ຄາ​ລະ​ໂອ​ເກະ ທີ່​ອອກ​ແບບ​ສວຍ​ງາມ​ເຂົ້າ​ກັບ​ທຳ​ມະຊາດ, ຫ້ອງ​ພັກ​ແບບ​ຣີ​ສອດ​ສາ­ມາດ​ຄ້າງຄືນ​ໄດ້ ທີ່​ສຳ­ຄັນ​ລາ­ຄາ​ເປັນ​ກັນ​ເອງ.

3897474d857f0f19b2228f04932d4990_L

ທ່ານ ແສງ​ແກ້ວ ປ່ອນ​ສະ­ຫວັນ ເຈົ້າຂອງ​ສວນ​ອາ­ຫານ​ກິ­ລາ​ຣີ​ສອດ​ຫ້ວຍ​ຂຸມຄຳ​ເປີດ­ເຜີຍ​ຕໍ່​ທີມ​ຂ່າວ​ພວກ​ເຮົາ​ຫວ່າງບໍ່​ດົນ​ມາ​ນີ້​ວ່າ: ສວນ​ອາ­ຫານ​ກິ­ລາ​ຣີ​ສອດຫ້ວຍ​ຂຸມ​ຄຳ​ເລີ່ມ​ສ້າງ​ມາ​ໄດ້​ປະ­ມານ 4-5 ປີ ໃນ​ເນື້ອ­ທີ່ 50 ເຮັກ­ຕາ ປະ­ຈຸ​ບັນ​ສ້າງໄດ້ 70-80% ແລ້ວ ໂດຍ​ໃຊ້​ງົບ­ປະ­ມານ 10 ລ້ານ​ໂດ​ລາ ຫຼື ປະ­ມານ 80 ຕື້​ກີບ ຄາດ​ວ່າ​ຈະ​ເປີດ​ບໍ­ລິ­ການ​ຢ່າງ​ເປັນ​ທາງການ​ໃນ​ຕົ້ນ​ປີ 2017 ສ່ວນ​ແຮງ​ຈູງ​ໃຈ​ທີ່ມາ​ລົງ­ທຶນ​ນັ້ນ​ແມ່ນ​ຍ້ອນ​ຄວາມ​ມັກ​ຮັກໃນ​ດ້ານ​ນີ້​ສ້າງ​ຂຶ້ນ​ໂດຍ​ອະ­ນຸ­ລັກ​ທຳ​ມະຊາດ​ດຳ­ເນີນ​ກິດ­ຈະ­ການ​ແບບ​ຄ່ອຍ​ເປັນ​ຄ່ອຍ​ໄປ​ເນັ້ນ​ຄວາມ​ເພີ່ງ​ພໍ­ໃຈ​ຂອງ​ລູກ​ຄ້າ​ທີ່​ມາ​ໃຊ້​ບໍ­ລິ­ການ​ເປັນ​ຫຼັກ.

ປະ­ຈຸ​ບັນ ທາງ​ສວນ​ພວກ​ເຮົາ​ເປີດ​ບໍລິ​ການ​ແດ່​ແລ້ວ ຊຶ່ງ​ປະ­ກອບ​ມີ​ສະ­ໜາມ​ກີລາ​ບານ­ເຕະ, ກີ­ລາ​ເປ​ຕັງ, ສະ­ໜຸກ​ເກີ, ຕີ­ໄກ່, ລອຍ­ນ້ຳ, ກິດ­ຈະ­ກຳ​ແຂ່ງ​ຕຶກ­ເບັດ ຊິງ​ລາ­ງວັນ, ດ້ານ​ບັນ­ເທີງ​ກໍ​ຈະ​ມີ: ຫ້ອງຄາ​ລະ​ໂອ​ເກະ, ຕູບ​ນັ່ງ​ຫຼິ້ນ 30 ກວ່າ​ຕູບ, ຫ້ອງ​ພັກ​ຮອງ​ຮັບ​ຫຼາຍ​ກວ່າ 67 ຫ້ອງ, ມີ​ທັງ​ແບບ​ພິ­ເສດ ແລະ​ທຳ​ມະ​ດາ ຂະ­ນະທີ່​ໄລ­ຍະ​ຜ່ານ​ມາ​ທາງ​ສວນ​ພວກ​ເຮົາ​ກໍ​ໄດ້​ມີ​ການ​ຈັດ​ກິດ­ຈະ­ກຳ​ປະ­ເພດ​ກີ­ລາຫຼາຍ​ຄັ້ງ​ແລ້ວ ຊຶ່ງ​ກໍ​ມີ​ບັນ­ດາ​ນັກ​ທ່ອງທ່ຽວ​ຈາກ​ທຸກ​ສາ­ລະ​ທິດ​ເຂົ້າ​ມາ​ທ່ຽວ​ຊົມຢ່າງ​ຫຼວງ­ຫຼາຍ​ສຳ­ລັບ​ແຕ່​ນີ້​ຕໍ່​ໄປ​ຖ້າ​ຫາກວ່າ​ທ່ານ​ໃດ​ສົນ­ໃຈ​ຢາກ​ມາ​ທ່ຽວ​ຊົມ​ສວນອາ­ຫານ​ກີ­ລາ​ຣີ​ສອດ​ຫ້ວຍ​ຂຸມ​ຄຳ​ກໍ​ສາມາດ​ມາ​ກັນ​ໄດ້​ພວກ​ເຮົາ​ຍິນ​ດີ​ບໍ­ລິ­ການເຕັມ­ທີ່​ສະ­ເໜີ​ທຸກ​ວັນ​ຮັບ­ຮອງ​ວ່າ​ລາ­ຄາເປັນ​ກັນ​ເອງ​ທີ່​ສຳ­ຄັນ​ມາ​ບ່ອນ​ດຽວ​ໄດ້ທ່ຽວ​ໄດ້​ຫຼິ້ນ​ເກືອບ​ວ່າ​ຄົບ​ທຸກ​ຢ່າງ.

ສ່ວນ​ແຜນ​ໃນ­ຕໍ່­ໜ້າ​ທາງ​ສວນ​ພວກເຮົາ​ຈະ​ໄດ້​ຈັດ​ກິດ­ຈະ­ກຳ​ແຂ່ງ­ຂັນ​ຮ້ອງ­ເພງຂັ້ນ​ເມືອງ​ລະ­ດັບ​ນັກ­ຮຽນ​ຊັ້ນ​ປະ­ຖົມ-ມັດຖະ​ຍົມ​ຊີງ​ລາ­ງວັນ​ຈາກ​ສວນ​ກີ­ລາ​ຣີສອດ ນອກ​ນີ້​ກໍ​ຈະ​ມີ​ການ​ແຂ່ງ­ຂັນ​ຕຶກເບັດ, ແຂ່ງ­ຂັນ​ຕີ­ໄກ່, ເຕະ­ບານ ແລະ​ອື່ນໆ ໃນ​ໄລ­ຍະ​ອັນ​ໃກ້​ນີ້ ສວນ​ພວກ​ເຮົາ​ກໍ​ຈະຈັດ­ການ​ແຂ່ງ­ຂັນ​ກີ­ລາ​ເມືອງ​ຊີງ​ຂັນ​ເຈົ້າເມືອງ​ໄຊ​ເສດ​ຖາເປັນ​ເວ­ລາ 22 ມື້ ຊຶ່ງປະ­ກອບ​ມີ​ກີ­ລາ​ບານ­ເຕະ ແລະ​ຕີ​ເປ​ຕັງ.

ດ້ານ​ຄວາມ​ສວຍ​ງາມ​ທາງ​ສວນ​ຍັງຈະ​ມີ​ການ​ຕົບ­ແຕ່ງ​ດອກ​ໄມ້​ນາໆ​ຊະ­ນິດຫຼ້າ​ສຸດ​ກໍ​ໄດ້​ມີ​ການ​ປູກ​ໄມ້​ດູ່ 2 ຮ້ອຍ​ຕົ້ນເພື່ອ​ໃຫ້​ເປັນ­ຕົ້ນ​ໄມ້​ຮົ່ມ​ເຢັນ​ມີ​ການ​ເສີມຂະ­ຫຍາຍ​ຄາ​ລາ​ໂອ​ເກະ, ສ້າງ​ບ້ານ​ຈັດສັນ, ປະ­ຈຸ​ບັນ​ກຳ­ລັງ​ອອກ​ແບບ​ສະ­ເພາະເຂດ​ສວນ​ທີ່​ສ້າງ​ເປັນ​ບ່ອນ​ພັກ­ຜ່ອນ​ຢ່ອນອາ­ລົມ​ລວມ​ມີ​ເນື້ອ­ທີ່​ທັງ​ໝົດ 50 ກວ່າເຮັກ­ຕາ.

ສຳ­ລັບ​ສາ­ເຫດ​ທີ່​ຕັດ­ສິນ​ໃຈ​ມາ​ສ້າງສວນ​ອາ­ຫານ​ກິ­ລາ​ຣີ​ສອດ​ຢູ່​ທີ່​ນີ້ ແມ່ນເນື່ອງ​ຈາ​ກວ່າ​ເປັນ​ເຂດ​ການ​ຄ້າ​ເປັນ​ເຂດບ້ານ​ອາ​ຊຽນ ປີ 2020 ຈະ​ມີ​ປະ­ຊາ­ຊົນ 2 ພັນ​ຄອບ­ຄົວ​ຍ້າຍ​ຖິ່ນ​ຖານ​ມາ​ອາ​ໃສ​ຢູ່ນອກ​ນີ້​ຍັງ​ເປັນ​ເຂດ​ອຸດ​ສະ­ຫະ​ກຳ​ໃຫຍ່ ຂອງ​ນັກ­ທຸ­ລະ­ກິດ​ປະ­ເທດ​ອີກ ທ່ານ ແສງແກ້ວ ປ່ອນ​ສະ­ຫວັນ ກ່າວ.

ຢ່າງ­ໃດ​ກໍ​ຕາມ ຖ້າ​ຫາ​ກວ່າ​ທ່ານ​ໃດ ທີ່​ກຳ­ລັງ​ຊອກ​ຫາ​ທີ່​ຜັກ​ຜ່ອນ​ແບບ​ທຳ​ມະຊາດ​ມີ​ຄວາມ​ງຽບ​ສະ­ຫງົບ, ອາ­ກາດ​ສົດຊື່ນ, ມີ​ຄວາມ​ສະ­ດວກ​ການ​ເດີນ­ທາງ, ຂໍ​ແນະ­ນຳ​ໃຫ້​ໄປ​ສວນ​ອາ­ຫານ​ກິ­ລາ​ຣີ​ສອດຫ້ວຍ​ຂຸມ​ຄຳ​ເພາະ​ສະ­ຖານ­ທີ່​ຕັ້ງ​ຢູ່​ໃກ້​ກັບຕົວ​ເມືອງ ຊຶ່ງ​ຖ້າ​ມາ​ແຕ່​ທ່າ​ນາ​ແລ້ງ​ຕາມເສັ້ນ­ທາງ 450 ປີ ໃກ້​ຈະ​ຮອດ 4 ແຍກ ໄຟ​ແດງ​ນາ​ຄວາຍ​ຟາກ​ເບື້ອງ​ຊ້າຍ​ມື​ກໍ​ເຖິງ​ຈຸດ­ໝາຍ​ປາຍ­ທາງ​ແລ້ວ ຫຼື ຖ້າ​ຍັງ​ບໍ່​ເຂົ້າໃຈ​ຊັດ​ເຈນ​ກໍ​ສາ­ມາດ​ຕິດ­ຕໍ່​ສອບ​ຖາມລາຍ​ລະ­ອຽດ​ໄດ້​ກັບ​ເຈົ້າ​ຂອງ​ສວນ​ເພີ່ນເລີຍ ທີ່​ໝາຍ​ເລກ­ໂທລະ­ສັບ 020 2286 5595, 020 5554 1085.

ເອົາ​ເປັນ​ວ່າ ທ່ານ​ໃດ​ທີ່​ກາຍ­ໄປ​ກາຍ ມາ​ເຂດ​ນັ້ນ​ກໍ​ຢ່າງ​ລືມ​ແວ່​ລອງ​ໃຊ້​ບໍ​ລິການ​ທາງ​ສວນ​ເພີ່ນ​ກໍ​ແລ້ວ​ກັນ​ຕາງ​ອຸດ​ໜູນ​ນັກ­ທຸ­ລະ­ກິດ​ຄົນ​ລາວ​ເຮົາ​ນຳເພາະ​ປະ­ຈຸ​ບັນ​ນັກ­ທຸ­ລະ­ກິດ​ຂອງ​ລາວເຮົາ​ແທ້ໆ​ມີ​ໜ້ອຍ​ອີກ​ຍັງ​ເປັນ​ການ ຊ່ວຍ​ບໍ່​ໃຫ້​ເງິນ­ຕາ​ໄຫຼ​ອອກ​ໄປ​ຕ່າງ​ປະ ເທດ​ຮັບ­ຮອງ​ເວົ້າ​ໄດ້​ວ່າ​ຈະ​ອີ່ມ​ທັງ​ໃຈ ແລະ​ກາຍ​ເພາະ​ໄດ້​ເປັນ​ສ່ວນ​ໜຶ່ງ​ໃນ​ການ​ສ້າງ­ສາ​ພັດ­ທະ­ນາ​ເສດ­ຖະ­ກິດ​ຂອງ​ຊາດ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...