ເຈົ້າພາບຖະຫລົ່ມໄອແລນຢ່າງຫນັກເພື່ອເຂົ້າຮອບຕໍ່ໄປ

ການແຂ່ງຂັນບານເຕະເອີໂຣ 2016 ຮອບ​ກ່ອນ​ຮອງ​ຊະນະ​ເລີດ​ຄູ່​ສຸດ​ທ້າຍ ເຈົ້າ​ພາບ ຝຣັ່ງ ພົບ​ກັບ ທີມ​ມ້າ​ມືດ​ ໄອແລນ ທີ່​ສະ​ໜາມ “ສະ​ຕ໊າ​ດ ເດີ ຟະ​ລ໊ອງຊ໌” ໃນ​​ປາ​ຣີ

ເລີ່ມ​ເກມ​ມາ​ເປັນ​ທາງ ຝຣັ່ງ ທີ່​ຄອງ​ເກມ​ບຸກ​ໄດ້​ເປັນ​ສ່ວນ​ໃຫຍ່​ໃນ​ຊ່ວງ 10 ນາ​ທີ​ແຮກ​ຂອງ​ເກມ ແລະ​ມາ​ໄດ້​ປະ​ຕູ​ຂຶ້ນ​ນຳ ນາທີ 12 ຈາກ​ຈັງ​ຫວະ​ທີ່ ແບຼສ ມາ​ຕຸຍ​ດີ້ ວາງ​ບານ​ຂ້າມ​ແຜງ​ຫລັງ​ຂອງ ໄອ​ແລນ ໄປ​ເຖິງ ໂອ​ລິ​ວິ​ເຢ ຊິ​ລູ ຫລຸດ​ເຂົ້າໄປ​ຍິງ​ລອດ​ຂາ ຮັນ​ເນດ ທໍ ຮັນ​ດອສ​ສັນ ເຂົ້າໄປ ຫລັງ​ຈາກ​ນັ້ນ ຝຣັ່ງ ຍັງ​ຄົງ​ຄອງ​ເກມ​ໄວ້​ໄດ້ ແລະ​ມາ​ໄດ້​ປະ​ຕູ​ຖິ້ມ​ຫ່າງ 2-0 ປະຕູໃນນາທີ 20 ຈາກ​ລູກ​ເຕະ​ມຸມ ອອງ​ຕວນ ກຣີຊ​ມັນ ເປີດ​ເຂົ້າ​ກາງ ປອນ ປັອກ​ບາ ເຂົ້າໄປ​ໂຫມ່ງ​ເຕັມໆ

129179-20160704023000148308

ເຂົ້າ​ສູ່ ນາທີ 30 ໄອແລນ ພະຍາຍາມ​ຕັ້ງ​ເກມ​ຂອງ​ຕົວ​ເອງ​ຫວັງ​ຕີ​ໄຂ່​ແຕກ ແຕ່​ການ​ຕໍ່​ບານ​ຍັງ​ຄົງ​ເປັນ​ຮອງ ຝຣັ່ງ ແລະ​ຈາກ​ນັ້ນນາທີ 43 ຝຣັ່ງນຳ​ຫ່າງ​ໄປ 3-0 ປະຕູ ຈາກ​ຈັງ​ຫວະ​ທີ່ ອອງ​ຕວນ ກີຣີຊ​ມັນ ໄຫລ​ບານ​ຕໍ່​ໃຫ້ ດິ​ມິ​ຊີ ປາ​ເຢດ ແຕ່ງ​ໜຶ່ງ​ຈັງ​ຫວະ​ກ່ອນ​ຍິງ​ດ້ວຍ​ຊ້າຍ​ຈາກ​ນອກ​ກອບ​ເຂດ​ໂທດ​ເຂົ້າໄປ ເທົ່ານັ້ນ​ຍັງ​ບໍ່​ພໍ ນາທີ 45 ອອງ​ຕວນ ກຣີ​ຊ​ມັນ ຫລຸດ​ດ່ຽວ​ເຂົ້າໄປ​ຍິງ​ຊິບ​ຂ້າມ​ຕົວ ຮັນ​ເນດ ທໍ ຮັນດອສ​ສັນ ເຂົ້າໄປ ຢ່າງ​ເໜືອ​ຊັ້ນ ຈົບ​ເຄີ່ງ​ເວລາທຳອິດ ຝຣັ່ງ ຖະ​ຫລົ່ມ ໄອ​ແລນ​ໄປ​ເຖິງ 4-0 ປະຕູ

129179-20160704032356914443

ເລີ່ມ​ເຄີ່ງເວລາທີ 2 ໄອ​ແລນ ພະຍາຍາມ​ເຮັດ​ເກມ​ບຸກ ແລະ​ມາ​ໄດ້​ປະ​ຕູ​ຕີ​ໄຂ່​ແຕກ 1-4 ປະຕູໃນນາທີ 56 ຈາກ ໂຄ​ເບນ ຊິກ​ທອສ​ສັນ ແຕ່​ຫລັງ​ຈາກ​ນັ້ນ ຝຣັ່ງ ກໍ​ມາ​ນຳຫ່າງ​ເປັນ 5-1 ປະຕູໃນນາທີ 59 ຈາກ​ລູກ​ໂຫມ່ງ​ຂອງ ໂອ​ລິ​ວິ​ເຢ ຊິ​ລູ ,ຫລັງ​ຈາກ​ນັ້ນ ໄອແລນ ກໍ​ພະຍາຍາມ​ເຮັດ​ເກມ​ບຸກ​ເຂົ້າ​ແລກ ແລະ​ມາ​ໄດ້​ປະ​ຕູ​ປອບ​ໃຈ 2-5 ປະຕູ ນາທີ 84 ຈາກ​ລູກ​ໂໝ່ງ​ຂອງ ບີເ​ຄຍ ບີ​ຢານາ​ສັນ

129179-20160704032356915210

ຈົບ​ເກມ ເຈົ້າ​ພາບ ຝຣັ່ງໂຊຟອ​ມ​ເຫນືອກວ່າ​ໄລ່​ຖະ​ຫລົ່ມ ໄອ​ແລນ 5-2 ປະຕູ ຜ່ານ​ເຂົ້າ​ສູ່​ຮອບ​ຮອງ​ຊະນະ​ເລີດ​ໄປ​ພົບ​ກັບ ເຢຍລະມັນ

 

1 COMMENT

Comments are closed.